ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ພະຈິກ 2026

  

ກອງພົນທີ 2 ເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານປ້ອງກັນພາຍໃນ
ເວລາອອກຂ່າວ: 2026-11-05 14:17:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 270 | ຄວາມນິຍົມ:



ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນພາຍໃນທົ່ວກອງທັບ ຄັ້ງທີ X ໃນວັນທີ 5 ພະຈິກ 2026 ນີ້, ສະຫາຍ ພົນຈັດຕະວາ ປອ ຄຳຜີວ ມະນີວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ກອງພົນທີ 2 ໄດ້ໃຫ້ສຳພາດວ່າ: ສຳລັບການຈັດຕັ້ງປະຕິບັດວຽກງານປ້ອງກັນພາຍໃນ ຢູ່ໃນກອງພົນທີ 2 ໃນໄລຍະ 5 ປີທີ່ຜ່ານມາ, ຄະນະພັກ-ຄະນະບັນຊາ ກອງພົນ ໄດ້ຖືເອົາວຽກງານປ້ອງກັນພາຍໃນເປັນບັນຫາສໍາຄັນ, ຊີ້ນຳພະແນກການທີ່ກ່ຽວຂ້ອງ ເຄື່ອນໄຫວຊີ້ນໍາບັນດາກົມກອງຮາກຖານ ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນພາຍໃນ ຢູ່ແຕ່ລະກົມກອງຮາກຖານ ເປັນຕົ້ນແມ່ນ ການຄຸ້ມຄອງ, ກວດກາຊີວະປະຫວັດພະນັກງານ-ນັກຮົບ ໃນທົ່ວກອງພົນ ຢ່າງເຂັ້ມງວດ ຕິດພັນກັບການກໍ່ສ້າງກົມກອງປອດໃສ ປອດໄພ ປອດຄະດີ ໄດ້ເປັນຢ່າງດີ ນັບທັງວຽກງານປ້ອງກັນແຂກພາຍໃນ ແລະ ຕ່າງປະເທດທີ່ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກົມກອງ ໃນໄລຍະຜ່ານມາ ເຫັນວ່າ ມີຄວາມສະຫງົບປອດໄພ 100% ພ້ອມນັ້ນ, ໄດ້ຖືເອົາວຽກງານສຶກສາອົບຮົມ-ການເມືອງນໍາພາແນວຄິດເປັນກົກດ ປຸກລະດົມຊຸກຍູ້ໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ພະນັກງານ-ນັກຮົບແຕ່ລະສະຫາຍ ມີແນວຄິດການເມືອງໜັກແໜ້ນ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ຕໍ່ວຽກງານປ້ອງກັນພາຍໃນ ເພື່ອກໍາແໜ້ນສະພາບການເມືອງ-ແນວຄິດພາຍໃນ, ຕ້ານ ແລະ ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນຢູ່ໃນກົມກອງໃຫ້ຫຼຸດໜ້ອຍຖອຍລົງເ ພ້ອມກັນນັ້ນ, ໄດ້ຖືເອົາວຽກງານປ້ອງກັນພັກ-ພະນັກງານເປັນບັນຫາສໍາຄັນຕົ້ນຕໍ ໂດຍສະເພາະການສະເໜີເລືອນຊັ້ນ, ການສັບຊ້ອນມອບໝາຍໜ້າທີ່ ແລະ ພະນັກງານ-ນັກຮົບ ຜູ້ທີ່ຈະໄປສຶກສາຮໍ່າຮຽນຕໍ່ ຕາມຂໍ້ກໍານົດ ຂອງຂັ້ນເທິງຢ່າງເຂັ້ມງວດ ໄປຄຽງຄູ່ກັບການເຄື່ອນໄຫວແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນການຄ້າຂາຍເຖື່ອນ ແລະ ບັນຫາຄະດີຕ່າງໆ ທີ່ເກີດຂຶ້ນພາຍໃນກົມກອງ ເຮັດໃຫ້ບັນຫາດັ່ງກ່າວໄດ້ຮັບການແກ້ໄຂດີຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ