ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 16 ພະຈິກ 2026

  

ປະກາດການແຕ່ງຕັ້ງຄະນະກຳມະການ ປກຊ-ປກສ ເມືອງໄຊເສດຖາ
ເວລາອອກຂ່າວ: 2026-11-05 11:30:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 197 | ຄວາມນິຍົມ:



ພິທີ ປະກາດການແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈໍາການ ແລະ ກໍາມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ໂສພາວັນ ທໍາມະເທວາ ກໍາມະການປະຈໍາພັກ ນະຄອນຫຼວງວຽງຈັນ, ຮອງປະທານ ຜູ້ປະຈໍາການ ຄະນະກໍາມະການ ປກຊ-ປກສ ນະຄອນຫຼວງວຽງຈັນ, ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີສະຫາຍ ທະນົງສິດ ເມືອງຈັນ ເລຂາຄະນະບໍລິຫານງານພັກເມືອງໄຊເສດຖາ, ສະຫາຍ ພັນໂທ ບຸນອ່ອງ ແກ້ວວິໄລພອນ ຮອງຫົວໜ້າຫ້ອງການຄະນະກໍາມະການ ປກຊ-ປກສ ນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໃນພິທີ ສະຫາຍ ທະນົງສິດ ເມືອງຈັນ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ທົ່ວເມືອງໂດຍຫຍໍ້. ຈາກນັ້ນ, ສະຫາຍ ພັນໂທ ບຸນອ່ອງ ແກ້ວວິໄລພອນ ໄດ້ຜ່ານມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈໍາການ ແລະ ກໍາມະການ ຄະນະກຳມະການ ປກຊ-ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນນີ້, ແຕ່ງຕັ້ງ ສະຫາຍ ທະນົງສິດ ເມືອງຈັນ ເປັນປະທານ, ສະຫາຍ ກຸມພະວາ ຈໍາປາສຸກ ເປັນຮອງປະທານ, ສະຫາຍ ພັນໂທ ອຸທອນ ວິໄລສັກ ເປັນຮອງປະທານ ຜູ້ປະຈໍາການ, ສະຫາຍ ພັນໂທ ສັງທອງ ພັນວົງສາ ເປັນກໍາມະການ ແລະ ສະຫາຍ ຄໍາເຜີຍ ພົນອາສາ ເປັນກໍາມະການ. ໂອກາດນີ້, ສະຫາຍປະທານ ໄດ້ຕາງໜ້າມອບ ມະຕິຕົກລົງດັ່ງກ່າວໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ພ້ອມທັງ, ໄດ້ເນັ້ນໜັກຫຼາຍບັນຫາ ເພື່ອເປັນທິດທາງນໍາໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານ ຕາມການຈັດຕັ້ງພັກ-ລັດ ມອບໝາຍໃຫ້ມີຜົນສໍາເລັດ. ໂດຍ: ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ