ກອງພົນທີ 3 ສະຫຼຸບຖອດຖອນບົດຮຽນ ການສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 3 ຄົບຮອບ 45 ປີ
ເວລາອອກຂ່າວ: 2026-11-05 10:53:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 231 | ຄວາມນິຍົມ: ![]()
ໃນທ້າຍເດືອນຕຸລາ 2026 ທີ່ຜ່ານມານີ້, ກອງພົນທີ 3 ໄດ້ສະຫຼຸບຖອດຖອນບົດຮຽນ ການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 3 ຄົບຮອບ 45 ປີ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ຫົວໜ້າການເມືອງ ກອງພົນທີ 3, ມີຄະນະພັກ-ຄະນະບັນຊາ ກອງພົນ, ຄະນະຫ້ອງ, ພະແນກການ ແລະ ອະນຸກຳມມະການແຕ່ລະພາກສວນ ເຂົ້າຮ່ວມ.
ສະຫາຍ ພັນໂທ ສົມມິດ ເພັດລາຕີ ຫົວໜ້າຫ້ອງການບໍລິຫານກອງພົນທີ 3 ໄດ້ສະຫຼຸບຕີລາຄາຄືນ ຜ່ານການກະກຽມ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 3 ຄົບຮອບ 45 ປີ ທີ່ໄດ້ຈັດຂຶ້ນໃນວັນທີ 25 ຕຸລາ 2026 ແລະ ສໍາເລັດລົງດ້ວຍບັນຍາກາດຟົດຟື້ນ, ຈົບງາມ ແລະ ປອດໄພ. ໃນນີ້, ໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ດ້ານດີ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີຖອດຖອນໄດ້ ເປັນຕົ້ນ: ການກະກຽມດ້ານເນື້ອໃນ, ການປະດັບປະດາ, ຂະບວນການກິລາ-ວັນະຄະດີ, ຂະບວນເສດຖະກິດ ການນຳໃຊ້ງົບປະມານ, ດ້ານພິທີການ, ການປ້ອງກັນເວນຍາມ, ການຮັບໃຊ້ບໍລິຫານ ແລະ ອື່ນໆ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນ ເພື່ອພ້ອມກັນປັບປຸງແກ້ໄຂ ເຮັດໃຫ້ການປະຕິບັດໜ້າທີວຽກງານໃນຕໍ່ໜ້າປະສົບຜົນສໍາເລັດດ້ວຍໝາກຜົນອັນຈົບງາມ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດ ຂອງບັນດາອະນຸກຳມະການທີ່ໄດ້ເຮັດສຳເລັດໜ້າທີ່ ຂອງຕົນຕາມການມອບໝາຍ ຂອງຄະນະພັກ-ຄະນະບັນຊາຂັ້ນເທິງມອບໝາຍໃຫ້ ເຮັດໃຫ້ການສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 3 ຄົບຮອບ 45 ປີ ມີຄວາມປອດໄພ ແລະ ສຳເລັດລົງດ້ວຍໝາກຜົນອັນຈົບງາມ.
ໂດຍ: ຄຳຜຸຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















