ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 16 ພະຈິກ 2026

  

ຫ້ອງພະລາທິການ ກອງພົນທີ 2 ສໍາເລັດການເກັບກ່ຽວເຂົ້ານາປີ
ເວລາອອກຂ່າວ: 2026-11-05 10:14:01 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 196 | ຄວາມນິຍົມ:



ໃນເດືອນຕຸລາ 2026 ຜ່ານມານີ້, ຫ້ອງພະລາທິການ ກອງພົນທີ 2 ໄດ້ສໍາເລັດການເກັບກ່ຽວເຂົ້ານາປີ, ໂດຍການຊີ້ນໍາ ຂອງຄະນະພັກ-ຄະນະບັນຊາ ຫ້ອງພະລາທິການ, ມີພະນັກງານ-ນັກຮົບ ເຂົ້າຮ່ວມ. ເພື່ອປະຕິບັດຕາມທິດນໍາ ຂອງກົມໃຫຍ່ພະລາທິການກອງທັບວາງອອກ ບົນຈິດໃຈ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄະນະພັກ-ຄະນະບັນຊາ ຫ້ອງພະລາທິການ ກອງພົນທີ 2 ໄດ້ຊີ້ນໍາໃຫ້ພະນັກງານ-ນັກຮົບ ຂອງຕົນ ສຸມໃສ່ທໍາການຜະລິດປູກພືດລົ້ມລູກໃຫ້ທ່ວງທັນກັບລະດູການ ຕາມທ່າແຮງບົ່ມຊ້ອນ ຂອງກົມກອງ ໂດຍເພາະປີ 2026 ນີ້, ແມ່ນໄດ້ສຸມໃສ່ການປູກເຂົ້ານາປີ ເຊິ່ງໄດ້ເລີ່ມຕົ້ນປູກແຕ່ເດືອນມິຖຸນາ ໃນເນື້ອທີ່ 2,6 ເຮັກຕາ ໝົດເຂົ້າແນວປູກ 200 ກິໂລ, ມາຮອດປັດຈຸບັນແມ່ນໄດ້ເກັບກູ້ຜົນຜະລິດສຳເລັດເປັນທີ່ຮຽບຮ້ອຍ, ສາມາດເກັບກູ້ຜົນຜະລິດໄດ້ທັງໝົດ 6.557 ກິໂລ. ໂດຍ: ສຸວັນໂນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ