ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 16 ພະຈິກ 2026

  

ກອງຮ້ອຍ 409 ມອບ-ຮັບ ຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ
ເວລາອອກຂ່າວ: 2026-11-05 10:10:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 188 | ຄວາມນິຍົມ:



ວັນທີ 4 ພະຈິກ 2026 ນີ້, ກອງຮ້ອຍ 409 ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ຈັດພິທີມອບ-ຮັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ພະນັກງານ-ນັກຮົບ ໂດຍການເປັນປະທານ ຂອງສະຫາຍ ພັນໂທ ຄອງ ສີວົງລັດ ເລຂາໜ່ວຍພັກ, ຫົວໜ້າການເມືອງ ກອງຮ້ອຍ 409, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນຕີ ບຸນຈັນ ໄຊຍະສຸກ ຮອງຫົວໜ້າການເມືອງ ກອງຮ້ອຍ 409 ໄດ້ຜ່ານລັດຖະດຳລັດ ຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ (2 ທັນວາ 1975-2 ທັນວາ 2025) ໃຫ້ແກ່ນາຍ ແລະ ພົນທະຫານ ຢູ່ກອງຮ້ອຍ 409 ກອງບັນຊາການທະຫານແຂວງຜົ້ງສາລີ ທີ່ມີຜົນງານປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຜົນງານດັ່ງກ່າວເປັນການປະກອບສ່ວນອັນສໍາຄັນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນແຕ່ລະໄລຍະ ໃນນີ້, ໄດ້ມອບຫຼຽນກາ 25 ສະຫາຍ, ຍິງ 1 ສະຫາຍ. ໂດຍ: ທອງໄຊ ແສງອຸດົມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ