ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 16 ພະຈິກ 2026

  

ກອງຮ້ອຍທະຫານຊາຍແດນ 113 ມອບ-ຮັບ ຫຼຽນກາລະນຶກ 50 ປີ
ເວລາອອກຂ່າວ: 2026-11-05 10:07:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 190 | ຄວາມນິຍົມ:



ວັນທີ 4 ພະຈິກ 2026 ນີ້, ກອງຮ້ອຍທະຫານຊາຍແດນ 113 ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ມອບ-ຮັບ ຫຼຽນກາລະນຶກ 50 ປີ ໃຫ້ພະນັກງານ-ນັກຮົບ, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ເພັງ ວິໄລ ຫົວໜ້າການເມືອງ ກອງຮ້ອຍທະຫານຊາຍແດນ 113, ມີຄະນະພັກ-ຄະນະບັນຊາ ກອງຮ້ອຍ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ໃນພິທີ ໄດ້ຜ່ານລັດຖະດຳລັດ ຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ, ວັນສະຖາປະນາ ສປປ ລາວ (2 ທັນວາ 1975-2 ທັນວາ 2025) ໃຫ້ນາຍ ແລະ ພົນທະຫານ ກອງຮ້ອຍທະຫານຊາຍແດນ 113 ທີ່ມີຜົນງານປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຜົນງານດັ່ງກ່າວເປັນການປະກອບສ່ວນອັນສໍາຄັນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໃນນີ້, ໄດ້ຮັບຫຼຽນກາ 18 ສະຫາຍ, ຍິງ 1 ສະຫາຍ. ໂດຍ: ທອງໄຊ ແສງອຸດົມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ