ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ພະຈິກ 2026

  

ກອງບັນຊາການທະຫານແຂວງຊຽງຂວາງ ເປີດຊຸດເຝິກອົບຮົມວຽກງານພັກ, ວຽກງານການເມືອງ-ແນວຄິດ ໃຫ້ຄະນະພັກ-ຄະນະບັນຊາ
ເວລາອອກຂ່າວ: 2026-11-05 10:07:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 204 | ຄວາມນິຍົມ:



ວັນທີ 3 ພະຈິກ 2026 ນີ້, ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ເປີດຊຸດເຝິກອົບຮົມວຽກງານພັກ, ວຽກງານການເມືອງ-ແນວຄິດ ໃຫ້ຄະນະພັກ-ຄະນະບັນຊາ ທົ່ວກອງບັນຊາການທະຫານແຂວງຊຽງຂວາງ, ໂດຍການເປັນປະທານ ຂອງສະຫາຍ ພົວຈັດຕະວາ ວັນທອງ ພົງສະຫວັນ ຄະນະປະຈໍາພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຊຽງຂວາງ, ມີສະຫາຍ ພົນຈັດຕະວາ ມີສຸກ ຂັນທະຍົງທອງ ກຳມະການພັກແຂວງ, ຮອງເລຂາຄະນະພັກ, ຫົວໜ້າການທະຫານກອງບັນຊາການທະຫານແຂວງຊຽງຂວາງ, ມີຄະນະພັກ-ຄະນະບັນຊາ, ຄະນະຫ້ອງ, ກອງບັນຊາການທະຫານເມືອງ, ພະແນກການ, ກອງພັນ, ກອງຮ້ອຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນໂທ ສົມພັນ ສີບຸນຕາ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ ໄດ້ຜ່ານຂໍ້ຕົກລົງ ແລະ ແຜນການອົບຮົມວຽກງານພັກ, ວຽກງານການເມືອງ-ແນວຄິດ ຂອງກອງບັນຊາການທະຫານແຂວງຊຽງຂວາງ, ເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ພະນັກງານທີ່ເຮັດວຽກງານພັກ, ວຽກງານການເມືອງໃນແຕ່ລະຂັ້ນໃຫ້ຮັບຮູ້, ກຳແໜ້ນກ່ຽວກັບແຜນນະໂຍບາຍ ຂອງພັກ-ກົດໝາຍ ຂອງລັດ, ໜ້າທີ່ການເມືອງ ແລະ ຄວາມຮັບຜິດຊອບ ຂອງຕົນທີ່ພັກ-ລັດ ມອບໝາຍໃຫ້, ຖືເອົາໂອກາດນີ້ເປັນການຍົກລະດັບ ຂອງພະນັກງານສະມາຊິກພັກທີ່ເຮັດວຽກງານການເມືອງ ໃນການເຄື່ອນໄຫວວຽກງານການເມືອງ-ແນວຄິດ, ວຽກງານວິຊາສະເພາະ ໃຫ້ພະນັກງານ-ນັກຣົບ ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີ ບໍລິສຸດສັດຊື່ຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ ເຮັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍ, ເພື່ອເປັນການສະຫຼຸບຖອດຖອນບົດຮຽນສົມທຽບທາງດ້ານທິດສະດີ, ຫຼັກການ, ແນວທາງ ຂອງພັກ, ກົດໝາຍ ຂອງລັດ ກັບພຶດຕິກຳຕົວຈິງຢູ່ໃນກົມກອງໃຫ້ສອດຄ່ອງ ແລະ ແທດເໝາະກັບສະພາບການເມືອງ ຂອງກົມກອງ. ໂອກາດນີ້, ສະຫາຍ ພົນຈັດຕະວາ ວັນທອງ ພົງສະຫວັນ ໄດ້ເນັ້ນໝັກໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ໃຫ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງ ຂອງຕົນ, ເສີມຂະຫຍາຍປະຊາທິປະໄຕຢ່າງແຂງແຮງ, ສຸມສະຕິປັນຍາເຂົ້າຮ່ວມເຝິກອົບຮົມ ເພື່ອນໍາເອົາເນື້ອໃນເອກະສານໄປຈັດຕັ້ງປະຕິບັດ ໃຫ້ມີຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້. ໂດຍ: ຫຸມພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ