ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ພະຈິກ 2026

  

ມອບ-ຮັບຜົນສໍາເລັດ ຂອງຄະນະຊ່ຽວຊານຫວຽດນາມ ຊຸດທີ X ຢູ່ ວພກ
ເວລາອອກຂ່າວ: 2026-11-05 10:06:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 220 | ຄວາມນິຍົມ:



ວັນທີ 4 ພະຈິກ 2026 ນີ້, ຢູ່ທີ່ ວິທະຍາຄານພະລາທິການກອງທັບ (ວພກ) ໄດ້ຈັດກອງປະຊຸມ ມອບ-ຮັບຜົນສໍາເລັດ ຂອງຄະນະຊ່ຽວຊານ ຈາກວິທະຍາຄານພະລາທິການ ກອງທັບປະຊາຊົນຫວຽດນາມ ຊຸດທີ X ຢູ່ ວພກ ໂດຍການກ່າວມອບ ຂອງສະຫາຍ ພັນເອກ ປອ ດ່າວຈຸງທົງ ຫົວໜ້າຄະນະຊ່ຽວຊານ ວິທະຍາຄານພະລາທິການ ກອງທັບປະຊາຊົນຫວຽດນາມ ແລະ ກ່າວຮັບໂດຍສະຫາຍ ພັນເອກ ວຽງແກ້ວ ວົງວຽງຄໍາ ອໍານວຍການ, ຫົວໜ້າການທະຫານ ວພກ, ມີຄະນະພັກ-ຄະນະອໍານວຍການ, ຕາງໜ້າຈາກກົມວິຊາສະເພາະ, ຄະນະຊ່ຽວຊານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນເອກ ປອ ດ່າວຈຸງທົງ ຫົວໜ້າຄະຊ່ຽວຊານ ໄດ້ຜ່ານບົດລາຍງານຜົນສໍາເລັດການປະຕິບັດວຽກງານ ຂອງຄະນະຊ່ຽວຊານ ຊຸດທີ X ວິທະຍາຄານພະລາທິການ ກອງທັບປະຊາຊົນຫວຽດນາມ ຈໍານວນ 2 ສະຫາຍ ຢູ່ ວິທະຍາຄານພະລາທິການ ກອງທັບປະຊາຊົນລາວ ນັບແຕ່ວັນທີ 7 ກັນຍາ-6 ພະຈິກ 2026 ເຊິ່ງໄດ້ປະສານງານກັບຫ້ອງອົບຮົມ ແລະ ຫ້ອງວິທະຍາສາດ-ປະຫວັດສາດ ການທະຫານ ເພື່ອຮ່ວມກັນສະເໜີ ແລະ ຮັບປະກັນຄວາມເຊື່ອມໂຍງ ຂອງເນື້ອໃນຫຼັກສູດໃຫ້ມີຄວາມເໝາະສົມກັບສະພາບຕົວຈິງ. ນອກນັ້ນ, ຄະນະຊ່ຽວຊານ ຍັງໄດ້ເຂົ້າຮ່ວມໂມງສອນ ເພື່ອສັງເກດການຮຽນ-ການສອນ, ຢ້ຽມຊົມຫໍສະໝຸດ, ເຮືອນຄົວ-ເຮືອນກິນ, ສະຖານທີ່ພັກອາໄສ ແລະ ການດໍາລົງຊີວິດ ຂອງກອງພັນນັກຮຽນ ເພື່ອໃຫ້ເຂົ້າໃຈເລິກເຊິ່ງ ກ່ຽວກັບສະພາບການຮຽນ-ການສອນ ຕະຫຼອດຮອດຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນວຽກງານຮັບປະກັນພະລາທິການ ຂອງວິທະຍາຄານ. ໂອກາດນີ້, ສະຫາຍ ພັນເອກ ວຽງແກ້ວ ວົງວຽງຄໍາ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ຄະນະນໍາກະຊວງປ້ອງກັນປະເທດ ຕະຫຼອດຮອດທຸກພາກສ່ວນກ່ຽວຂ້ອງ ທັງສອງຝ່າຍ ເວົ້າລວມ, ເວົ້າສະເພາະ ວິທະຍາຄານພະລາທິການ ກອງທັບປະຊາຊົນຫວຽດນາມ ທີ່ໄດ້ມາຊ່ວຍເຫຼືອ ແລະ ມອບເອກະສານໃນຄັ້ງນີ້ ເພື່ອນໍາໄປຄົ້ນຄວ້າ ຂຶ້ນຫ້ອງສິດສອນ ແລະ ນໍາໃຊ້ເຂົ້າໃນວຽກງານຕົວຈິງ. ພ້ອມທັງໃຫ້ຄໍາໝັ້ນວ່າ: ຈະປົກປັກຮັກສາ ແລະ ນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ ສະເພາະໜ້າ ແລະ ຍາວນານ. ພ້ອມນັ້ນ, ໄດ້ຮ່ວມກັນລົງນາມບົດບັນທຶກ ມອບ-ຮັບ ຜົນສໍາເລັດຢ່າງເປັນທາງການ. ໂດຍ: ມິດຕະນາ ລົມລືເດດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ