ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 16 ພະຈິກ 2026

  

ຄະນະນັກກິລາຍິງປືນ ກອງທັບປະຊາຊົນລາວ ເຝິກຊ້ອມກ່ອນເປີດການແຂ່ງຂັນ AARM ຄັ້ງທີ 34
ເວລາອອກຂ່າວ: 2026-11-05 09:33:45 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 243 | ຄວາມນິຍົມ:



ວັນທີ 4 ພະຈິກ 2026 ນີ້, ຕາມຕາຕະລາງເຝິກຊ້ອມ ຂອງຄະນະກໍາມະການຈັດການແຂ່ງຂັນກິລາຍິງປືນກອງທັບບົກອາຊຽນ (AARM) ຄັ້ງທີ 34 ທີ່ປະເທດມາເລເຊຍ ເປັນເຈົ້າພາບ, ຄະນະນັກກິລາຍິງປືນ ກອງທັບປະຊາຊົນລາວ ໄດ້ລົງສະໜາມເຝິກຊ້ອມກ່ອນເປີດການແຂ່ງຂັນຢ່າງເປັນທາງການ. ໃນນີ້, ນັກກິລາຍິງປືນ ກອງທັບປະຊາຊົນລາວ ໄດ້ເຝິກຊ້ອມ 4 ທີມ ຄື: ປືນສັ້ນຍິງ, ປືນສັ້ນຊາຍ,ປືນເຫຼັກຍາວ ແລະ ປືນຈັກ. ທັງນີ້, ເພື່ອເຝິກຊ້ອມ ການແລ່ນໃກ້-ໄກ, ລອດຮາວ, ເຕັ້ນຂ້າມຮາວ, ແນເປົ້າຕົວຈິງ ໃຫ້ມີຄວາມຊິນເຄີຍກັບພາກສະໜາມ ຕົວຈິງ. ສໍາລັບການແຂ່ງຂັນຢ່າງເປັນທາງການ ຈະໄດ້ດໍາເນີນໃນລະຫວ່າງ ວັນທີ 7-19 ພະຈິກ 2026 ນີ້. ໂດຍ: ຊ ຊາຕີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ