ປະກາດການແຕ່ງຕັ້ງ ຮອງຫົວໜ້າຫ້ອງການ ແລະ ພະແນກການຂຶ້ນກັບ ຫ້ອງການຄະນະກຳມະການ ປກຊ-ປກສ ແຂວງວຽງຈັນ
ເວລາອອກຂ່າວ: 2026-11-05 09:18:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 216 | ຄວາມນິຍົມ: ![]()
ພິທີ ປະກາດການແຕ່ງຕັ້ງ ຮອງຫົວໜ້າຫ້ອງການ ແລະ ພະແນກການ ທີ່ຂຶ້ນກັບຄະນະກຳມະການ ປກຊ-ປກສ ແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກ 2026 ນີ້, ທີ່ ຫ້ອງວ່າການປົກຄອງແຂວງວຽງຈັນ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ສຸດໃຈ ມະຫາວົງ ກຳມະການພັກແຂວງ, ຮອງປະທານຜູ້ປະຈຳການ ຄະນະກຳມະການ ປກຊ-ປກສ ແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ, ມີພະນັກງານຫຼັກແຫຼ່ງ ແລະ ກຳລັງ ປກຊ-ປກສ ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນປອນ ທັນອ່ອນແກ້ວ ຄະນະກຳມະການ, ຫົວໜ້າຫ້ອງການ ປກຊ-ປກສ ແຂວງວຽງຈັນ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງການ ແລະ ບັນດາພະແນກການທີ່ຂຶ້ນກັບ ຫ້ອງການຄະນະກຳມະການ ປກຊ-ປກສ ແຂວງ. ໃນນີ້, ໄດ້ແຕ່ງຕັ້ງ ສະຫາຍ ພັນໂທ ວິດາໄຊ ອາດທອງ ເປັນຮອງຫົວໜ້າຫ້ອງການ ຄະນະກຳມະການ ປກຊ-ປກສ ແຂວງ, ສະຫາຍ ພັນຕີ ຈັນທະລິນ ອ່ອນລັງສີ ເປັນຮອງຫົວໜ້າພະແນກຄົ້ນຄວ້າສັງລວມ, ສະຫາຍ ຮ້ອຍເອກ ກຸກກິກ ໄຊຍະລາດ ເປັນຜູ້ຊ່ວຍວຽກພະແນກ ປກສ ແລະ ສະຫາຍ ຮ້ອຍເອກ ໄມຈົມ ສົມອ່ອນຍາວົງ ເປັນຮອງຫົວໜ້າພະແນກບໍລິຫານ ຮັບຜິດຊອບວຽກງານກົດລັບ.
ໂອກາດນີ້, ປະທານ ໄດ້ໂອ້ລົມ ແລະ ເນັ້ນໜັກຫຼາຍບັນຫາທີ່ສໍາຄັນ ຕື່ມອີກ.
ໂດຍ: ບຸນມາ ແກ້ວບຸດດາ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















