ກົມໃຫຍ່ພະລາທິການກອງທັບ ປະດັບຊັ້ນໃຫ້ນັກຮຽນ ທີ່ຮຽນຈົບວິຊາສະເພາະ ມາຈາກຕ່າງປະເທດ
ເວລາອອກຂ່າວ: 2026-11-05 09:17:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 227 | ຄວາມນິຍົມ: ![]()
ວັນທີ 4 ພະຈິກ 2026 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດພິທີປະດັບຊັ້ນນາຍທະຫານ ໃຫ້ນັກຮຽນ ທີ່ຮຽນຈົບວິຊາສະເພາະມາຈາກ ສສ ຫວຽດນາມ ແລະ ສປ ຈີນ ສົກປີ 2026, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ກຳມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ກົມວິຊາະເພາະ, ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນເອກ ພຸດສະດີ ສຸລິນຍະເດດ ຮອງຫົວໜ້າກົມເສນາພະລາ ກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການປະດັບຊັ້ນໃຫ້ນາຍທະຫານ ນັກຮຽນ ທີ່ຮຽນຈົບມາຈາກ ສສ ຫວຽດນາມ ແລະ ສປ ຈີນ ສົກປີ 2026 ໃນນີ້, ຫົວໜ້າກົມໃຫຍ່ການເມືອງກອງທັບ ຕົກລົງປະດັບຊັ້ນຮ້ອຍໂທ ໃຫ້ນັກຮຽນ ທີ່ຮຽນຈົບປະລິນຍາຕີວິຊາສະເພາະເສນາພະລາ, ເສນາຮັກ, ການເງິນ, ຂົນສົ່ງ, ອຸປະໂພກ-ບໍລິໂພກ ຈໍານວນ 16 ສະຫາຍ ແລະ ປະລິນຍາເອກ 1 ສະຫາຍ.
ຂ່າວ: ຄໍາປະສົງ ລາດຊະວົງ
ພາບ: ມິດຕະພາບ ບຸນພະນຸໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















