ກຸ່ມໂອເປັກ ເຫັນດີຮັກສາເປົ້າໝາຍ ປະລິມານນ້ຳມັນຄົງທີ່ ໃນເດືອນທັນວາ 2026
ເວລາອອກຂ່າວ: 2026-11-05 08:43:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 154 | ຄວາມນິຍົມ: ![]()
ຕາມຂາ່ວຫວຽດນາມ ລາຍງານໃນຖະແຫຼງການອອກໃນວັນທີ 1 ພະຈິກ, ບັນດາປະເທດຜະລິດນ້ຳມັນຂຶ້ນກັບ ສະຫະພັນບັນດາປະເທດສົ່ງອອກນ້ຳມັນ ໂອເປັກ (OPEC) ແລະ ບັນດາພັນທະມິດ ຫຼື ໂອເປັກບວກ (OPEC+) ໄດ້ເຫັນດີເປັນເອກະພາບຮັກສາເປົ້າໝາຍປະ ລິມານນ້ຳມັນຄົງທີ່ໃນເດືອນທັນວາ 2026. ການຕັດສິນໃຈນີ້ ເໝາະສົມກັບການຄາດຄະເນວ່າ ສະຫະພັນນີ້ຈະສືບຕໍ່ໄດ້ຮັບການປັບປຸງນະໂຍບາຍປະລິມານຈົນຮອດປີໜ້າ.
ປັດຈຸບັນ OPEC + ຍັງຮັກ ສາບ້ວງການຫຼຸດປະລິມານລົງ, ດ້ວຍຂອບຂະໜາດປະມານ 2 ລ້ານຖັງຕໍ່ວັນ, ໝູນໃຊ້ສ່ວນຫຼາຍໃຫ້ແກ່ບັນດາປະເທດສະມາຊິກ ຈົນຮອດທ້າຍປີ 2026.
ຕາມບັນດາແຫຼ່ງຂ່າວແລ້ວ, OPEC+ ຄວນປະຕິບັດສຳເລັດການສຳຫຼວດຄວາມສາມາດໃນການຜະລິດ ຂອງບັນດາສະມາ ຊິກໃນໄຕມາດ 4 / 2026 ກ່ອນທີ່ຈະກຳນົດລະດັບປະລິມານພື້ນຖານໃຫ້ແກ່ປີ 2027. ນີ້ຈະແມ່ນບ່ອນອີງ ເພື່ອຈັດແບ່ງ ລະດັບໂຄຕ້າການຜະລິດໃນອະ ນາຄົດ, ພ້ອມທັງກຳນົດສ້າງແຜນການເທື່ອລະກ້າວ ເພື່ອລົບລ້າງບັນດາມາດຕະການຫຼຸດປະ ລິມານທີ່ຍັງເຫຼືອລົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















