ອົດສະຕຣາລີ ເລັ່ງຮັບມື ຂີ້ເຫຍື້ອແຝງໂຊລາເຊວ ສະສົມຫລາຍກວ່າ 1 ລ້ານໂຕນ
ເວລາອອກຂ່າວ: 2026-11-05 08:42:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 149 | ຄວາມນິຍົມ: ![]()
ສຳນັກຂ່າວຊິນຮວາ ຂອງ ສປ ຈີນ ລາຍງານເມື່ອບໍ່ດົນມານີ້, ມະຫາວິທະຍາໄລ ອາເອັມໄອທີ (RMIT) ຂອງອົດສະຕຣາລີ ຮ່ວມກັບ ແຣນດ໌ (RAND) ສະຖາບັນຄັງປັນຍາລະດັບໂລກ ໄດ້ເຜີຍແຜ່ບົດລາຍງານເຕືອນວ່າ: ອົດສະຕຣາລີ ພວມປະເຊີນກັບບັນຫາຂີ້ເຫຍື້ອຈາກການຕິດຕັ້ງແຝງໂຊລາເຊວ ເທິງຫລັງຄາ ເພີ່ມຂຶ້ນໂດຍຄາດວ່າ ຈະມີແຝງໂຊລາເຊວ ທີ່ໝົດອາຍຸການໃຊ້ງານສະສົມຫລາຍກວ່າ 1 ລ້ານໂຕນ ໃນປີ 2035. ໂດຍຂີ້ເຫຍື້ອສ່ວນໃຫຍ່ອາດຈະຖືກນຳໄປກອງເກັບ, ຝັງ ຫລື ກຳຈັດ ໂດຍບໍ່ຜ່ານລະບົບຈັດການຂີ້ເຫຍື້ອ ຢ່າງເປັນລະບົບຖຶກຕ້ອງ, ປັບປຸງນຳມາໃຊ້ຄືນ ຫລື ຣີໄຊເຄິນ.
ເຖິງແມ່ນວ່າ ອົດສະຕຣາລີ ຈະມີຈຳນວນແຝງໂຊລາເຊວ ເທິງຫລັງຄາ ຕໍ່ປະຊາກອນຫລາຍກວ່າປະເທດອື່ນໃນໂລກ, ແຕ່ການຣີໄຊເຄິນ ຍັງມີຄ່າໃຊ້ຈ່າຍສູງກວ່າ ການນຳໄປຝັງ, ໃນຂະນະທີ່ປັດຈຸບັນ ຍັງບໍ່ມີລະບົບທີ່ສາມາດຮອງຮັບການນຳແຝງໂຊລາເຊວ ກັບມາໃຊ້ຄືນໃໝ່, ການປັບປຸງສະພາບ ຫຼື ການຣີໄຊເຄິນ ໃນວົງກວ້າງ.
ບົດລາຍງານສະບັບນີ້ ໄດ້ສະເໜີໃຫ້ຈັດຕັ້ງຕະຫລາດກາງລະດັບຊາດ ສຳລັບການຊື້-ຂາຍ ແຝງໂຊລາເຊວ ທີ່ໃຊ້ແລ້ວ, ຈັດຕັ້ງໂຄງການຄວາມຮັບຜິດຊອບຕໍ່ຜະລິດຕະພັນພາຍໃນກາງປີ 2027 ແລະ ການສົ່ງເສີມ ໃຫ້ ການ ຣີໄຊເຄິນ ທີ່ມີຜົນປະໂຫຍດ ໃນເຊີງການຄ້າຫລາຍຂຶ້ນ ໂດຍແຝງໂຊລາເຊວ ທີ່ມີສະພາບດີ 45-65% ທີ່ສາມາດນຳກັບມາໃຊ້ຄືນໄດ້. ແຕ່ປັດຈຸບັນ ມີພຽງປະມານ 10% ເທົ່ານັ້ນ ທີ່ຜ່ານການກວດສອບວ່າ ສາມາດນຳກັບມາໃຊ້ຄືນໄດ້ .
ປັດຈຸບັນ ອົດສະຕຣາລີ ມີກຳ ລັງການຜະລິດໄຟຟ້າຕິດຕັ້ງຈາກພະລັງງານແສງຕາເວັນກວ່າ 40,6 ກິກກະວັດ, ຄວບຄຸມລະບົບຕິດຕັ້ງກວ່າ 4 ລ້ານຊຸດ ແລະ ມີແຝງໂຊລາເຊວ ທີ່ໝົດອາຍຸການໃຊ້ງານ ປະມານ 40.000 ໂຕນຕໍ່ປີ ເຊິ່ງອາດຈະເພີ່ມຂຶ້ນເປັນຫຼາຍກວ່າ 1 ແສນໂຕນຕໍ່ປີ ໃນໄລ ຍະ 2-3 ປີຂ້າງໜ້າ ຫຼືປະມານ ປີ 2030.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















