ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ມີ 100 ກວ່າ​ປະເທດ ບັນລຸ​ຂໍ້​ຕົກລົງ ​ເພື່ອ​ຍູ້​ໄວ​ການ​ອະນຸລັກ​ຮັກສາ​ຊີວະ​ນາໆພັນ
ເວລາອອກຂ່າວ: 2026-11-05 08:42:24 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 151 | ຄວາມນິຍົມ:



ສຳນັກ​ຂ່າວ​ຫວຽດນາມ ລາຍ​ງານ ມີ 100 ກວ່າປະເທດ ບັນລຸ​ໄດ້​ຂໍ້​ຕົກລົງ​ສຳຄັນ ເພື່ອ​ຍູ້​ໄວ​ ການ​ກະທຳ​ອະນຸລັກ​ຮັກສາ​ຊີວະ​ນາໆພັນ, ໃນ​ມື້ປິດ​ກອງ​ປະຊຸມ ຊີວະ​ນາໆພັນ ຄັ້ງ​ທີ 17 ຫຼື (COP17) ບັນດາ​ຜູ້ແທນ​ເຂົ້າ​ຮ່ວມ​ສົນທິສັນຍາ​ຂອງ ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ຊີວະ​ນາໆ ພັນ ໃນວັນ​ທີ 31 ຕຸລາ ຜ່ານ​ມາ, ຢູ່​ນະຄອນຫຼວງເອ​ເຣ​ວັນ (Yerevan) ປະເທດ ອາກ​ເມ​ນີ. ທ່ານ ຮຳ​ບາດ​ຊູມ ມາ​ເຕ​ໂວ​​ສ​ຢານ (Hambardzum Matevosyan) ປະທານ​ກອງ​ປະຊຸມ COP17, ລັດຖະມົນຕີ​ກະຊວງ​ສິ່ງແວດລ້ອມ​ຂອງ ອາກ​ເມ​ນີ ໄດ້​ຮັບຮອງ​ເອົາ​ບັນດາ​ຂໍ້​ຕົກລົງ​ສຳຄັນ​ກ່ຽວ​ກັບ​ການ​ຕີ​ລາຄາ​ຄວາມ​ຄືບ​ໜ້າດ້ານ​ຊີວະ​ພາບ​ນາໆພັນ​ທົ່ວ​ໂລກ ຄັ້ງ​ທຳ​ອິດ ແລະ ລະດົມ​ແຫຼ່ງ​ກຳລັງ. ໝາກຜົນ​ນີ້​ໄດ້​ສ້າງ​ກຳລັງ​ໜູນ​ໃໝ່​ໃຫ້​ແກ່​ຂອບ​ຊີວະ​ພາບ​ນາໆພັນ ຄຸນ​ໜິງ - Montreal, ທີ່​ໄດ້​ຮັບຮອງ​ເອົາ​ໃນ​ປີ 2022 ດ້ວຍ 23 ເປົ້າ​ໝາຍ​ເພື່ອ​ສະກັດ​ກັ້ນ ແລະ ພິກ​ຟື້ນຄືນ​ການ​ສູນ​ເສຍ​ຄວາມ​ຫຼາກ​ຫຼາຍ​ທາງຊີວະ​ນາໆພັນ ພາຍໃນ​ປີ 2030 ພາຍ​ໃຕ້​ຫົວຂໍ້ “ ປະຕິບັດ​ການ​ເພື່ອ​ທຳ​ມະ​ຊາດ ”.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ