ບານສົ່ງ ກິລາລະດັບສາກົນ ສູ່ຄວາມນິຍົມຢ່າງຫຼວງຫຼາຍໃນ ສປປ ລາວ
ເວລາອອກຂ່າວ: 2026-11-05 08:41:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 162 | ຄວາມນິຍົມ: ![]()
ກິລາບານສົ່ງ (Volleyball) ເປັນໜຶ່ງໃນປະເພດກິລາທີ່ໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍທັງໃນລະດັບສາກົນ ແລະ ປະເທດລາວ. ເຊິ່ງເປັນກິລາປະເພດທີມ ທີ່ຫຼິ້ນໂດຍຜູ້ຫຼິ້ນສອງທີມ ທີມລະ 6 ຄົນ (ສຳລັບເດີ່ນໃນຮົ່ມມາດຕະຖານ) ຢູ່ໃນສະໜາມທີ່ຖືກແບ່ງອອກເປັນສອງສ່ວນດ້ວຍຕາໜ່າງ. ໃນຈຸດປະສົງຂອງເກມແມ່ນ ຕີລູກບານຂ້າມຕາໜ່າງໄປຕົກລົງໃສ່ພື້ນສະໜາມຂອງຝ່າຍກົງກັນຂ້າມໃຫ້ໄດ້, ພ້ອມທັ້ງປ້ອງກັນບໍ່ໃຫ້ລູກບານຕົກລົງໃນຝ່າຍຂອງຕົນເອງ. ແຕ່ລະທີມມີສິດຖືກລູກບານໄດ້ສູງສຸດ 3 ຄັ້ງ (ບໍ່ລວມການຕັ້ງຮັບຈາກການບລັອກ) ກ່ອນທີ່ຈະສົ່ງລູກຂ້າມຕາໜ່າງໄປ, ການແຂ່ງຂັນປົກກະຕິຈະຫຼິ້ນແບບ ລະບົບ 3 ໃນ 5 ເຊັດ ຊະນະ 3 ເຊັດກ່ອນເປັນຜູ້ຊະນະ.
ກິລາບານສົ່ງຖືກຄິດຄົ້ນຂຶ້ນໃນປີ ຄ.ສ. 1895 ໂດຍ ທ່ານ ວິນລຽມ ເຄ ມໍແກນ ຜູ້ອຳນວຍການຝ່າຍພະລາສຶກສາຂອງສະມາຄົມ Y.M.C.A. ທີ່ເມືອງໂຮລໂຍກ ປະເທດ ສະຫະລັດ ອາເມຣິກາ. ເຊິ່ງວ່າເພິ່ນຕ້ອງການສ້າງກິລາທີ່ບໍ່ມີການກະທົບກະທັ່ງກັນແຮງ (Non-contact sport) ຄືກັບບານເຕະ ຫຼື ບານບ້ວງ ເພື່ອໃຫ້ຄົນໄວວາ ແລະ ຜູ້ສູງອາຍຸສາມາດຫຼິ້ນເພື່ອອອກກຳລັງກາຍໃນຮົ່ມໄດ້ໃນລະດູໜາວ, ໃນຕອນທຳອິດເພິ່ນຕັ້ງຊື່ກິລານີ້ວ່າ "ມິນໂຕເນັດ (Mintonette)" ກ່ອນທີ່ຈະປ່ຽນມາເປັນ "ບານສົ່ງ (Volleyball)" ໃນເວລາຕໍ່ມາ ເນື່ອງຈາກລັກສະນະການຫຼິ້ນທີ່ຕ້ອງຕີລູກບານໃຫ້ລອຍຂ້າມຕາໜ່າງໄປມາ (Volley), ເວລາຕໍ່ມາໄດ້ແຜ່ຂະຫຍາຍໄປສູ່ປະເທດຕ່າງໆທົ່ວໂລກ, ມີການສ້າງຕັ້ງສະຫະພັນບານສົ່ງລະຫວ່າງປະເທດ (FIVB) ໃນປີ 1947 ແລະ ກາຍເປັນກິລາໃນງານກິລາໂອລິມປິກ (Olympic Games) ຕັ້ງແຕ່ປີ 1964 ເປັນຕົ້ນມາ. ສວ່ນ ສຳລັບ ສປປ ລາວ, ກິລາບານສົ່ງຖືເປັນໜື່ງໃນກິລາທີ່ໄດ້ຮັບຄວາມນິຍົມສູງສຸດອັນດັບຕົ້ນໆ ບໍ່ວ່າຈະເປັນເຂດຕົວເມືອງ ຫຼື ຊົນນະບົດ: ໄດ້ຮັບການນຳເຂົ້າມາເຜີຍແຜ່ໃນຊ່ວງຍຸກຕົ້ນສະຕະວັດທີ 20 (ຜ່ານຊ່ວງເວລາອານານິຄົມ ແລະ ການແລກປ່ຽນວັດທະນະທຳ) ໂດຍເລີ່ມຈາກການຫຼິ້ນເພື່ອເປັນການຜ່ອນຄາຍ ແລະ ອອກກຳລັງກາຍຕາມໂຮງຮຽນ, ຫ້ອງການ ແລະ ຄ້າຍທະຫານ, ຕາມບ້ານນອກ ຫຼື ຕາມບ້ານຕ່າງໆ ເຮົາຈະເຫັນເສົາບານສົ່ງທີ່ເຮັດດ້ວຍໄມ້ໄຜ່ ຫຼື ເສົາເຫຼັກ ຕັ້ງຢູ່ຕາມເດີ່ນບ້ານ, ໂຮງຮຽນ, ເຊິ່ງຊາວບານ ແລະ ໄວໜຸ່ມມັກລວມໂຕກັນມ່ວນຊື່ນຫຼັງເລີກວຽກ ຫຼື ໃນງານບຸນປະເພນີຕ່າງໆ, ສ່ວນບານສົ່ງໃນຮົ່ມ ແລະ ບານສົ່ງຊາຍຫາດ: ມີການຈັດການແຂ່ງຂັນຢ່າງເປັນທາງການໃນລະດັບຊາດ ເຊັ່ນ: ກິລາແຫ່ງຊາດ, ການແຂ່ງຂັນຖ້ວຍລາງວັນ ທີ່ຈັດຂື້ນໂດຍສະ
ຫະພັນບານສົ່ງແຫ່ງຊາດລາວ. ທີມບານສົ່ງຂອງລາວທັງຍິງ ແລະ ຊາຍ ໄດ້ມີການສົ່ງເສີມ ແລະ ເຂົ້າຮ່ວມການແຂ່ງຂັນໃນລະດັບພາກພື້ນ ເຊັ່ນ: ກິລາຊີເກມ (SEA Games) ຢ່າງຕໍ່ເນື່ອງ, ເຊິ່ງຊ່ວຍສົ່ງເສີມຄວາມສາມັກຄີ ແລະ ຍົກລະດັບຄວາມສາມາດຂອງນັກກິລາລາວໃຫ້ສູງຂຶ້ນ.
ມາຮູ້ຈັກກົດກະຕິກາພື້ນຖານຂອງກິລາບານສົ່ງ ຈະມີລະບົບການນັບຄະແນນ ການແຂ່ງຂັນກັນໃນລະບົບ 3 ໃນ 5 ເຊັດ (ທີມໃດຊະນະ 3 ເຊັດກ່ອນເປັນຜູ້ຊະນະການແຂ່ງຂັນ) ຕັ້ງແຕ່ເຊັດທີ່ 1 ຫາ ເຊັດທີ່ 4 ຈະນັບຄະແນນເຖິງ 25 ຄະແນນ (ຕ້ອງມີຄະແນນຫ່າງກັນຢ່າງໜ້ອຍ 2 ຄະແນນ, ຖ້າ 24-24 ຕ້ອງແຂ່ງຕໍ່ຈົນກວ່າຝ່າຍໃດຝ່າຍໜຶ່ງຫ່າງກັນ 2 ຄະແນນ), ຖ້າຫາກສະເໝີກັນ 2-2 ເຊັດ ຈະຕັດສິນໃນເຊັດທີ 5 (ເອີ້ນວ່າ ໄທເບຣກ-Tie Break) ໂດຍຈະນັບພຽງ 15 ຄະແນນ ເທົ່ານັ້ນ (ຕ້ອງຫ່າງກັນ 2 ຄະແນນເຊັ່ນດຽວກັນ), ແຕ່ລະທີມມີສິດຖືກລູກບານໄດ້ສູງສຸດ 3 ຄັ້ງ (ບໍ່ລວມການບລັອກ) ກ່ອນສົ່ງຂ້າມຕາໜ່າງ, ຜູ້ຫຼິ້ນຄົນໜຶ່ງບໍ່ສາມາດຖືກລູກບານ 2 ຄັ້ງຕິດຕໍ່ກັນໄດ້ ພ້ອມຫ້າມຈັບລູກບານໄວ້ (Catch/Lift) ຕ້ອງເປັນການຕີ, ຕົບ ຫຼື ປັດອອກໄປທັນທີ ແລະ ຈະໄດ້ຄະແນນທຸກຄັ້ງເມື່ອລູກບານຕົກລົງໃນພື້ນສະໜາມຝ່າຍກົງກັນຂ້າມ, ຝ່າຍກົງກັນຂ້າມຕີລູກອອກນອກເສັ້ນ ຫຼື ຝ່າຍກົງກັນຂ້າມເຮັດຜິດກົດເຊັ່ນ: ຕາໜ່າງຕົກ, ລ້ຳເສັ້ນກາງ. ໃນການຟາວລ໌ໃນການເສີບລູກ (Service Faults)ມີຄື: ຕີນຢຽບເສັ້ນ (Foot Fault) ໃນຈັງຫວະທີ່ຕີລູກເສີບ, ຕີນຂອງຜູ້ເສີບຢຽບ ຫຼື ຫຼຸດເສັ້ນຫຼັງສະໜາມ (End line) ກ່ອນທີ່ລູກບານຈະຖືກຕີອອກໄປ, ເສີບຜິດລະບຽບເວລາ ບໍ່ເສີບລູກພາຍໃນ 8 ວິນາທີ ຫຼັງຈາກທີ່ກຳມະການໃຫ້ສັນຍານນົກຫວີດເສີບ, ເສີບບໍ່ຂ້າມຕາໜ່າງ ລູກເສີບຕຳຕາໜ່າງ, ຕົກລົງໃນແດນຂອງຕົນເອງ, ຫຼື ຫຼຸດອອກນອກເສັ້ນສະໜາມ, ຜິດລຳດັບການເສີບ (Rotational Fault): ຜູ້ຫຼິ້ນເສີບຜິດຄົນ (ບໍ່ແມ່ນຄົນທີ່ຮອດວຽນຕ້ອງໄດ້ເສີບ).
ໃນວົງການກິລາບານສົ່ງຂອງ ສປປ ລາວ ໂຄງສ້າງການຈັດຕັ້ງສ່ວນຫຼາຍຈະເປັນການແຂ່ງຂັນລະດັບ ສະໂມສອນກະຊວງ, ຂະແໜງການ ແລະ ທີມຕົວແທນແຂວງ, ນະຄອນຫຼວງ (ລວມເຖິງສະໂມສອນເອກະຊົນ ແລະ ສະຖາບັນການສຶກສາ). ສ່ວນວ່າ ສະໂມສອນ ແລະ ທິມທີ່ມີຜົນງານດີເດັ່ນ ແລະ ໂດດເດັ່ນໃນລາຍການແຂ່ງຂັນລະດັບຊາດ ເຊັ່ນ: ກິລາແຫ່ງຊາດ, ຊີງຖ້ວຍລາງວັນລັດຖະມົນຕີ, ຫຼື ລາຍການຊີງຊະນະເລີດທົ່ວປະເທດ ມີຄື: ສະໂມສອນ ກອງທັບປະຊາຊົນລາວ ເປັນສະໂມສອນທີ່ແຂງແກ່ນທີ່ສຸດ ແລະ ຄອງເຈົ້າຮູບແບບການແຂ່ງຂັນກິລາບານສົ່ງໃນລາວມາຢ່າງຕໍ່ເນື່ອງ ທັງທີມຊາຍ ແລະ ທີມຍິງ, ມັກຈະຄວ້າແຊັມ ໃນການແຂ່ງຂັນກິລາແຫ່ງຊາດ ແລະ ລາຍການຊີງຖ້ວຍໃຫຍ່ລະດັບຊາດ ນັກກິລາສ່ວນໃຫຍ່ຂອງສະໂມສອນນີ້ຖືກຄັດເລືອກເປັນນັກກິລາທີມຊາດລາວ; ສະໂມສອນປ້ອງກັນຄວາມສະຫງົບ ເປັນຄູ່ແຂ່ງຂັນສຳຄັນຂອງສະໂມສອນກອງທັບ ມີລະບົບການເຝິກຊ້ອມທີ່ເຂັ້ມງວດ ແລະ ນັກກິລາທີ່ມີຮ່າງກາຍແຂງແຮງ. ສາມາດຄວ້າລາງວັນຮອງແຊັມ ຫຼື ຫຼຽນເງິນ-ຫຼຽນທອງ ໃນລາຍການລະດັບຊາດຢ່າງສະໝ່ຳສະເໝີ; ທີມນະຄອນຫຼວງວຽງຈັນ ເປັນທີມຕົວແທນນະຄອນຫຼວງ ທີ່ມີການຮວບຮວມດາວຮຸ່ງ ແລະ ນັກກິລາຝີມືດີຈາກຫຼາຍສະໂມສອນເອກະຊົນ-ມະຫາວິທະຍາໄລ, ຍັງມີຜົນງານທີ່ໂດດເດັ່ນໃນການແຂ່ງຂັນກິລາແຫ່ງຊາດ ແລະ ກິລາບານສົ່ງຊາຍຫາດ ແລະ ສະໂມສອນມະຫາວິທະຍາໄລແຫ່ງຊາດ ເປັນສູນລວມຂອງນັກກິລາໄວໜຸ່ມ ແລະ ດາວຮຸ່ງໃໝ່ໆ ທີ່
ມີຄວາມວ່ອງໄວ ແລະ ເຕັກນິກດີ, ສ້າງຜົນງານໄດ້ດີໃນການແຂ່ງຂັນລະດັບອຸດົມສຶກສາ (ກິລາປັດຊະຍາ-ມະຫາວິທະຍາໄລ) ແລະ ເປັນຖານກຳລັງສຳຄັນໃນການສົ່ງນັກກິລາຂຶ້ນສູ່ທີມຊາດ. ໃນນັກກິລາທີ່ເປັນກຳລັງຫຼັກຂອງທີມຊາດລາວ ທີ່ມີຜົນງານດີເດັ່ນສ່ວນໃຫຍ່ຈະສັງກັດຢູ່ກັບ ສະໂມສອນກອງທັບ ແລະ ສະໂມສອນ ປກສ ເຊິ່ງເປັນຕົວແທນໄປຮ່ວມການແຂ່ງຂັນໃນລະດັບພາກພື້ນ ເຊັ່ນ: ກິລາຊີເກມ.
ໂດຍ: ລຸນທອງ ສີບຸນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















