ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 16 ພະຈິກ 2026

  

ກອງບັນຊາການທະຫານແຂວງບໍ່ແກ້ວ ເປີດກອງປະຊຸມວຽກງານລະດົມທະຫານພັນທະປ້ອງກັນຊາດປະຈຳປີ 2026
ເວລາອອກຂ່າວ: 2026-11-04 15:59:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 273 | ຄວາມນິຍົມ:



ວັນທີ 4 ພະຈິກ 2026 ນີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ເປີດກອງປະຊຸມວຽກງານລະດົມທະຫານພັນທະປ້ອງກັນຊາດ ປະຈຳປີ 2026, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ຄະນະກຳມະການ ປກຊ-ປກສ ແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະກຳມະການປົກຄອງເມືອງ, ຄະນະກອງບັນຊາການ ປກສ ແຂວງ, ກອງພົນທີ 3, ຫ້ອງ, ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນໂທ ສຸບິນ ສີຫາລາດ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານແຈ້ງການ ຂອງຄະນະກໍາມະການ ປກຊ-ປກສ ສູນກາງ, ຄໍາສັ່ງແນະນໍາ ຂອງກົມໃຫຍ່ເສນາທິການກອງທັບ, ຜ່ານແຈ້ງການ ຂອງກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ ເລື່ອງການລະດົມທະຫານພັນທະປ້ອງກັນຊາດ ປະຈໍາປີ 2026 ແລະ ຜ່ານຄໍາສັ່ງ ຂອງປະທານ ປກຊ-ປກສ ແຂວງ, ຜ່ານແຜນການລະດົມ ປະຈຳປີ 2026 ຂອງກອງບັນຊາການທະຫານແຂວງບໍ່ແກ້ວ. ດັ່ງນັ້ນ, ຄະນະກຳມະການ ປກຊ-ປກສ ແຂວງ ຈຶ່ງໄດ້ອອກຄໍາສັ່ງ ໃຫ້ກອງບັນຊາການທະຫານແຂວງບໍ່ແກ້ວ ເປີດການລະດົມທະຫານພັນທະປ້ອງກັນຊາດ ປະຈໍາປີ 2026 ຈຳນວນ 140 ຄົນ ແລະ ຈະໄດ້ເປີດຮັບສະໝັກ ຢູ່ກອງບັນຊາການທະຫານແຂວງ, ກອງບັນຊາການທະຫານ 5 ເມືອງ. ທັງນີ້, ເພື່ອແຈ້ງໃຫ້ບັນດາກົມກອງ ແລະ ອຳນາດການປົກຄອງບ້ານແນະນຳ ແລະ ລະດົມຊາວໜຸ່ມ-ໄວໜຸ່ມ ທີ່ເປັນພົນລະເມືອງດີ ຂອງຊາດ ເພດຊາຍ ນັບແຕ່ ອາຍຸ 18-25 ປີ, ມີສຸຂະພາບແຂງແຮງສົມບູນ, ຖືສັນຊາດລາວໂດຍກຳເນີດ, ບໍ່ສັກລາຍ, ບໍ່ມີສານເສບຕິດ, ບໍ່ມີພະຍາດຕິດແປດ, ບໍ່ເຄີຍຕ້ອງໂທດ, ຮຽນຈົບມັດທະຍົມຕອນຕົ້ນຂຶ້ນໄປ. ໃນກອງປະຊຸມ ຍັງໄດ້ປະກອບຄຳຄິດເຫັນແລກປ່ຽນຢ່າງກົງໄປກົງມາ ກ່ຽວກັບວຽກງານລະດົມທະຫານພັນທະປ້ອງກັນຊາດ ປະຈຳປີ 2026 ຕື່ມອີກ. ໂອກາດດັ່ງກ່າວ, ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ໄດ້ເນັ້ນໜັກໃຫ້ຄະນະການນໍາເມືອງ ແລະ ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ພ້ອມກັນເອົາໃຈໃສ່ ແລະ ສົມທັບກັບອຳນາດ ການປົກບ້ານ ໂຄສະນາຊ່ວຍຊຸກຍູ້ລະດົມເອົາຊາວໜຸ່ມ, ຊາຍສະກັນຜູ້ທີ່ມີອາຍຸກະສຽນ ແລະ ມາດຖານຄົບຖ້ວນ ສະໝັກເຂົ້າເປັນທະຫານພັນທະປ້ອງກັນຊາດ ປະຈຳປີ 2026 ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້, ທັງເປັນການເພີ່ມທະວີການກໍ່ສ້າງກຳລັງປ້ອງກັນຊາດ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງທັງປະລິມານ ແລະ ຄຸນະພາບ. ໂດຍ: ນີ່ ທຳມະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ