ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 16 ພະຈິກ 2026

  

ຫ້ອງການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ ປິດຊຸດເຝິກອົບຮົມ-ຫັດແອບ ປະຈຳປີ 2026
ເວລາອອກຂ່າວ: 2026-11-04 15:37:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 276 | ຄວາມນິຍົມ:



ວັນທີ 4 ພະຈິກ 2026 ນີ້, ຫ້ອງການເມືອງ ກອງບັຊາການທະຫານແຂວງໄຊຍະບູລີ ໄດ້ ປິດຊຸດອົບຮົມ-ຫັດແອບ ການທະຫານ, ການເມືອງ, ພາລາທິການ-ເຕັກນິກ ປະຈຳປີ 2026 ຢູ່ທີ່ສະໜາມຍິງປືນ ຂອງກອງພັນ 609 ໂດຍມີສະຫາຍ ພັນເອກ ສີປະເສີດ ສອນພັນ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ, ມີ ຄະນະພັກ-ຄະນະບັນຊາ, ແຂກຖືກເຊີນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ການອົບຮົມ-ຫັດແອບ ການທະຫານ, ການເມືອງ, ພາລາທິການ-ເຕັກນິກ ປະຈໍາປີ 2026 ໃນ ຄັ້ງນີ້ ໄດ້ທົບທວນຄືນທາງດ້ານສິລະປະຍຸດ, ຍຸດທະວິທີ ແລະ ການນໍາໃຊ້ອາວຸດ, ກະສຸນໃຫ້ຄ່ອງແຄ້ວ ມີຄວາມຊິນິຊໍານານ ຂອງວິຊາການທະຫານ ແລະ ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ເພື່ອຍົກສູງ ຄວາມຮູ້, ຄວາມສາມາດ ແລະ ຮັບປະກັນໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕາມຂອບເຂດຄວາມຮັບຜິດຊອບ ໃຫ້ມີຄວາມຮັບປະກັນໃນສະພາບເງື່ອນໄຂອັນໃໝ່. ຜ່ານການອົບຮົມ-ຫັດແອບຕົວຈິງ ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ ແລະ ຮັບປະກັນຄວາມປອດໄພ 100% ໃນນັ້ນ, ພາກການເມືອງ ບັນລຸໄດ້ໄດ້ 90%, ພາກພະລາທິການ 95%, ພາກເຕັກນິກ 90% ແລະ ດ້ານສິລະປະຍຸດປືນທະຫານຮາບ ຍິງປືນ AK ປະເພດດີ 10 ສະຫາຍ, ກາງ 26 ສະຫາຍ ແລະ ຄາດໝາຍ ຈໍານວນໜຶ່ງ. ໂດຍ: ນາງ ບົວລິວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ