ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 16 ພະຈິກ 2026

  

ກອງບັນຊາການທະຫານເເຂວງຈໍາປາສັກ ປະກາດການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2026-11-04 15:31:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 265 | ຄວາມນິຍົມ:



ວັນທີ 4 ພະຈິກ 2026 ນີ້, ກອງບັນຊາການທະຫານເເຂວງຈໍາປາສັກ ໄດ້ຈັດພິທີ ປະກາດການເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງຈໍາປາສັກ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການ, ຄະນະຫ້ອງ, ພະເເນກການ, ກອງບັນຊາການທະຫານເມືອງ, ນະຄອນ, ກອງພັນ, ກອງຮ້ອຍ, ໂຮງຮຽນ, ໂຮງໝໍ ພ້ອມດ້ວຍພະນັກງານທີ່ໄດ້ຮັບຊັ້ນໃໝ່ ເຂົ້າຮ່ວມ. ສະຫາຍ ພັນໂທ ສົນເເກ້ວ ມະນີວົງ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານເເຂວງຈໍາປາສັກ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານເເຂວງຈໍາປາສັກ ໃນນີ້, ເລື່ອນຊັ້ນ ຮ້ອຍເອກ ຂຶ້ນຊັ້ນ ພັນຕີ 53 ສະຫາຍ, ເລື່ອນຊັ້ນຮ້ອຍໂທ ຂຶ້ນຊັ້ນ ຮ້ອຍເອກ 81 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍເອກ 30 ສະຫາຍ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນຊັ້ນ ຮ້ອຍໂທ 46 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍໂທ 7 ສະຫາຍ, ປະດັບທຽບຊັ້ນ ຮ້ອຍໂທ ໃຫ້ນັກຮຽນທີ່ຮຽນຈົບປະລິນຍາຕີ, ອະນຸປະລິນຍາ ແລະ ຊັ້ນສູງ ຈຳນວນ 6 ສະຫາຍ. ໂອກາດນີ້, ສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ໄດ້ເນັ້ນໜັກໃຫ້ນາຍທະຫານທີ່ໄດ້ຮັບຊັ້ນໃໝ່ ຈົ່ງສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ຄຽງຄູ່ກັບຄວາມຮູ້ຄວາມສາມາດ ສືບຕໍ່ເປັນແບບຢ່າງນໍາໜ້າໃນການປະຕິບັດໜ້າທີ່ວຽກງານ, ເຄົາລົບລະບຽບກົດໝາຍ ຂອງລັດ, ລະບຽບວິໄນ ຂອງກອງທັບໃຫ້ເຂັ້ມງວດ ແລະ ປັບປຸງວິທີເຮັດວຽກໃຫ້ມີແບບແຜນ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃນການຊອກຮູ້ຮໍ່າຮຽນ ປະກອບສ່ວນຢ່າງຕັ້ງໜ້າໃນການປັບປຸງກໍໍ່ສ້າງກົມກອງເພື່ອເຮັດສຳເລັດໜ້າທີ່ການເມືອງ ຂອງຕົນທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ໄດ້ໝາກຜົນສູງສຸດ. ໂດຍ: ສົມພອນ ພົງສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ