ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 16 ພະຈິກ 2026

  

ປະກາດການບົ່ງຕົວແຕ່ງຕັ້ງ ເລຂາ, ຮອງເລຂາ ແລະ ກຳມະການໜ່ວຍພັກ ທີ່ຂຶ້ນກັບໂຮງໝໍບໍລິເວນ 107
ເວລາອອກຂ່າວ: 2026-11-04 15:25:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 250 | ຄວາມນິຍົມ:



ວັນທີ 3 ພະຈິກ 2026 ນີ້, ທີ່ ໂຮງໝໍບໍລິເວນ 107 ໄດ້ມີພິທີ ປະກາດການບົ່ງຕົວແຕ່ງຕັ້ງ ເລຂາ, ຮອງເລຂາ ແລະ ກຳມະການໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານໂຮງໝໍໍບໍລິເວນ 107, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຕີເບດ ສີແແພງຄຸນ ກຳມະການຄະນະພັກອົງການກົມໃຫຍ່, ຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະອຳນວຍການ, ຄະນະພັກຮາກຖານ, ໜ່ວຍພັກ ແລະ ສະມາຊິກພັກສົມບູນ-ສຳຮອງ ເຂົ້າຮ່ວມ. ສະຫາຍ ພັນໂທ ສີພັນ ໄຊຍະສອນ ຫົວໜ້າພະແນກຈັດຕັ້ງພັກ ຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກົມໃຫຍ່ພະລາທິການກອງທັບ ວ່າດ້ວຍການບົ່ງຕົວ ແຕ່ງຕັ້ງເລຂາ, ຮອງເລຂາ ແລະ ກໍາມະການໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານໂຮງໝໍໍບໍລິເວນ 107 ໃນນີ້, ໄດ້ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ນາງ ວົງມະນີ ສີວິລັດ ເປັນເລຂາໜ່ວຍພັກພາຍໃນລວມ, ສະຫາຍ ພັນໂທ ນາງ ສັງວອນ ພົມມະຈັນ ເປັນຮອງເລຂາໜ່ວຍພັກພາຍໃນລວມ ແລະ ສະຫາຍ ພັນຕີ ນາງ ຈັນຖະໝອນ ສີສົມພັນ ເປັນກຳມະການໜ່ວຍພັກພາຍໃນລວມ; ສະຫາຍ ພັນໂທ ສົມພອນ ພວງແກ້ວ ເປັນເລຂາໜ່ວຍພັກຫ້ອງການ-ການເມືອງ, ສະຫາາຍ ພັນໂທ ທອງວັນ ຄຳມະລາວົງ ເປັນຮອງເລຂາໜ່ວຍພັກຫ້ອງການ-ການເມືອງ ແລະ ສະຫາຍ ພັນໂທ ນາງ ທອງວັນ ຄັນທະລີ ເປັນກຳມະການໜ່ວຍພັກຫ້ອງການ-ການເມືອງ; ສະຫາຍ ພັນໂທ ຈັນທະຈອນ ຂຸນໂນລາດ ເປັນເລຂາໜ່ວຍພັກພະແນກພະລາທີການ 2, ສະຫາາຍ ພັນຕີ ສຸວັນໄຊ ພູມມະແກ້ວ ເປັນຮອງເລຂາໜ່ວຍພັກພະແນກພະລາທີການ 2 ແລະ ສະຫາຍ ພັນໂທ ນາງ ຈັນສຸກ ພົງສໍສະຫວັດ ເປັນກຳມະການໜ່ວຍພັກພະແນກພະລາທີການ 2; ສະຫາຍ ພັນໂທ ພູວຽງ ແກ້ວວົງໄຊ ເປັນເລຂາໜ່ວຍພັກພະແນກພະລາທິການທີ 1, ສະຫາຍ ພັນຕີ ຈັນທອນ ລໍໄພບູນ ເປັນຮອງເລຂາໜ່ວຍພັກພະແນກພະລາທິການທີ 1 ແລະ ສະຫາຍ ຮ້ອຍເອກ ນາງ ສຸພາພອນ ສີສົມຜົນ ເປັນກຳມະການໜ່ວຍພັກພະແນກພະລາທິການທີ 1; ສະຫາຍ ພັນຕີ ພັດສາຄອນ ປານຸວົງ ເປັນເລຂາໜ່ວຍພັກສຸກເສີນ-ຟອກໄຂ່ຫຼັງທຽມ, ສະຫາຍ ພັນໂທ ນາງ ສຸພານີ ພັນຕຸວົງ ເປັນຮອງເລຂາໜ່ວຍພັກສຸກເສີນ-ຟອກໄຂ່ຫຼັງທຽມ ແລະ ສະຫາຍ ພັນຕີ ນາງ ຈິດດາລັດ ໄຊຍະເກດ ເປັນກໍາມະການໜ່ວຍພັກສຸກເສີນ-ຟອກໄຂ່ຫຼັງທຽມ. ໂດຍ: ພູທອນ ສຸກສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ