ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 16 ພະຈິກ 2026

  

ກອງພັນ 233 ປິດຊຸດອົບຮົມ-ຫັດແອບ ປະຈໍາປີ 2026
ເວລາອອກຂ່າວ: 2026-11-04 15:14:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 257 | ຄວາມນິຍົມ:



ໃນທ້າຍເດືອນຕຸລາຜ່ານມານີ້, ກອງພັນ 233 ກົມ 213 ໄດ້ປິດຊຸດອົບຮົມ-ຫັດແອບ ການເມືອງ, ການທະຫານ, ພະລາທິການ ແລະ ເຕັກນິກ ປະຈໍາປີ 2026 ໂດຍການເປັນປະທານ ຂອງສະຫາຍ ພັນເອກ ພູວອນ ເມກສະຫວັນ ຮອງຫົວໜ້າກົມ 213, ມີຜູ້ຕາງໜ້າຫ້ອງການ ຄະນະກຳມະການ ປກຊ-ປກສ ສູນກາງ, ກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ, ຫ້ອງການເມືອງ, ຫ້ອງເສນາທິການ ກົມ 213, ຄະນະພັກ-ຄະນະບັນຊາ ກອງພັນ, ຄູ-ອາຈານ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ຄໍາຜ່ອຍ ເພັງພະຈັນ ຫົວໜ້າການທະຫານ ກອງພັນ 233 ໄດ້ຜ່ານບົດສະຫຼຸບການອົບຮົມ-ຫັດແອບ ການເມືອງ, ການທະຫານ, ພະລາທິການ ແລະ ເຕັກນິກ ປະຈໍາປີ 2026 ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້. ຜ່ານການອົບຮົມ-ຫັດແອບຕົວຈິງ ສາມາດບັນລຸຕາມແຜນການທີ່ວາງໄວ້. ຈາກນັ້ນ, ຍັງໄດ້ມອບຂອງຂວັນຍ້ອງຍໍ ຄູສອນດີ-ສອນເກັ່ງ ແລະ ນັກຮຽນດີ-ຮຽນເກັ່ງ ຈໍານວນ 25 ສະຫາຍ ໃນນັ້ນ, ປະເພດທີ I ຈໍານວນ 10 ສະຫາຍ ແລະ ປະເພດ II ຈໍານວນ 15 ສະຫາຍ. ໂອກາດນີ້, ສະຫາຍປະທານ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາກອງພັນ ຈົ່ງເປັນເຈົ້າການສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບ ເຂົ້າໃຈແນວທາງປ່ຽນແປງໃໝ່ ຂອງພັກ ແລະ ເຊີດຊູບົດບາດການນໍາພາຂອງຕົນ ພ້ອມກັນປະຕິບັດໜ້າທີ່ ໃຫ້ຖືກຕ້ອງຕາມແນວທາງຂອງພັກ, ຄູ-ອາຈານ ຕ້ອງເປັນເຈົ້າການຊອກຮູ້ຄົ້ນຄວ້າແຕ່ງບົດສອນ ເຮັດໃຫ້ນັກເຝິກອົບຮົມເຂົ້າໃຈງ່າຍ, ນັກເຝິກອົບຮົມ ຕ້ອງເອົາໃຈໃສ່ຕິດຕາມບາດກ້າວ ແລະ ທິດສະດີຫຼັກການບົດຮຽນ ທີ່ຄູ-ອາຈານໄດ້ສິດສອນໃຫ້ ເພື່ອນຳເອົາບົດຮຽນດັງກ່າວໄປໝູນໃຊ້ໃນການປະຕິບັດໜ້າທີ່ ທີ່ຂັ້ນເທິງມອບໝາຍ ໃຫ້ມີຜົນສໍາເລັດສູງ. ໂດຍ: ໄມ່ບຸນຫົນ ສຸດທິບັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ