ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 16 ພະຈິກ 2026

  

ເຜີຍແຜ່ແຜນການ ແລະ ມອບໝາຍໜ້າທີ່ ໃຫ້ອະນຸກໍາມະການ ກະກຽມກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທົ່ວກອງທັບ ຄັ້ງທີ VII
ເວລາອອກຂ່າວ: 2026-11-04 15:10:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 249 | ຄວາມນິຍົມ:



ກອງປະຊຸມເຜີຍແຜ່ແຜນການ ແລະ ມອບໝາຍໜ້າທີ່ ໃຫ້ອະນຸກໍາມະການ ກະກຽມກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທົ່ວກອງທັບ ຄັ້ງທີ VII ໄດ້ຈັດຂຶ້ນໃນວັນທີ 4 ພະຈິກ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະຊີ້ນໍາ, ບັນດາອະນຸກຳມະການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມ, ສະຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ ຄະນະຊີ້ນຳ ແລະ ບັນດາອະນຸກຳມະການ ກະກຽມຈັດຕັ້ງດໍາເນີນ ກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທົ່ວກອງທັບ ຄັ້ງທີ VII ແລະ ຜ່ານແຜນການກະກຽມຈັດຕັ້ງດໍາເນີນກອງປະຊຸມດັ່ງກ່າວ. ຈຸດປະສົງ ເພື່ອຮັບປະກັນໃຫ້ແກ່ການກະກຽມດ້ານເນື້ອໃນ ທີ່ຈະຜ່ານຕໍ່ກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໃນໄລຍະ 5 ປີຜ່ານມາ ແລະ ກໍານົດທິດທາງແຜນການ ໃນ 5 ປີ ຕໍ່ໜ້າ ໃຫ້ມີເນື້ອໃນຄົບຖ້ວນ ແລະ ດໍາເນີນກອງປະຊຸມທັນຕາມກໍານົດເວລາ, ເພື່ອໃຫ້ບັນດາກົມກອງກຳລັງຫຼວງ-ກໍາລັງທ້ອງຖິ່ນ ເປັນເຈົ້າການຄົ້ນຄວ້າ, ຜັນຂະຫຍາຍ ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ເປັນນິຕິກຳ, ເປັນແຜນການເຄື່ອນໄຫວ ຂອງຄະນະພັກຂັ້ນຕົນ, ເພື່ອເປັນບ່ອນອີງ ໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ມີບາດກ້າວຫັນປ່ຽນໃໝ່, ເປັນການຈັດຕັ້ງເຜີຍແຜ່ເຊື່ອມຊຶມ ເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ໃຫ້ຄະນະພັກ, ສະມາຊິກພັກ, ພະນັກງານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ຜັນຂະຫຍາຍເນື້ອໃນຈິດໃຈຄໍາເຫັນໂອ້ລົມ ຂອງສະຫາຍ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ເຂົ້າໃນແຜນການເຄື່ອນໄຫວຂັ້ນຕົນ ໃນແຕ່ລະໄລຍະ ແລະ ເປັນການສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໃນຊຸມປີຜ່ານມາ ແລະ ວາງທິດທາງໃນຊຸມປີຕໍ່ໜ້າ, ເຮັດໃຫ້ຄະນະພັກແຕ່ລະຂັ້ນ ກໍາໄດ້ເນື້ອໃນ ແລະ ຈັດຕັ້ງໃຫ້ມີຄວາມເປັນເອກະພາບ ໃນທົ່ວກອງທັບ. ໂອກາດນີ້, ສະຫາຍ ພົນໂທ ວົງສອນ ອິນປານພິມ ໄດ້ມີຄໍາເຫັນຊີ້ນໍາການປະກອບຄໍາຄິດເຫັນຂອງແຕ່ລະພາກສ່ວນ. ຈາກນັ້ນ, ບັນດາອະນຸກໍາມະການແຕ່ລະດ້ານ ໄດ້ພ້ອມກັນແລກປ່ຽນຄໍາຄິດເຫັນຢ່່າງກົງໄປກົງມາ ໃສ່ແຜນການກະກຽມຈັດຕັ້ງດໍາເນີນກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທົ່ວກອງທັບ ຄັ້ງທີ VII ໃຫ້ມີເນື້ອຄົບຖ້ວນ ເພື່ອແນໃສ່ຮັບປະກັນໃຫ້ແກ່ການຈັດຕັ້ງດໍາເນີນກອງປະຊຸມດັ່ງກ່າວ ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້. ໂດຍ: ນາງ ເກດແກ້ວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ