ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 16 ພະຈິກ 2026

  

ເຜີຍແຜ່ເຊື່ອມຊຶມມະຕິຕົກລົງ ຂອງຄະນະພັກ ກະຊວງປ້ອງກັນປະເທດ ແລະ ຂອງກົມໃຫຍ່ການເມືອງກອງທັບ
ເວລາອອກຂ່າວ: 2026-11-04 15:07:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 228 | ຄວາມນິຍົມ:



ວັນທີ 4 ພະຈິກ 2026 ນີ້, ກອງບັນຊາການທະຫານແຂວງຄຳມ່ວນ ໄດ້ເຜີຍແຜ່ເຊື່ອມຊຶມ ມະຕິຕົກລົງ ຂອງຄະນະພັກ ກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ພັນມະຫາ ຈູມມະນີ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ, ມີຄະນະພັກ-ຄະນະບັນຊາ ຫ້ອງ, ພະແນກການ, ກອງຮ້ອຍ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ໜູໄລ ແກ້ວດວງດີ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກ ກະຊວງປ້ອງກັນປະເທດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະກວດກາພັກ ກະຊວງປ້ອງກັນປະເທດ; ມະຕິຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະພັກຂັ້ນກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ກອງພົນ, ກອງບັນຊາການເຫຼົ່າຮົບ, ກອງບັນຊາການທະຫານແຂວງ, ນະຄອນຫຼວງ, ກອງພັນໃຫຍ່, ວິທະຍາຄານ, ໂຮງຮຽນ, ໂຮງໝໍ ແລະ ທຽບເທົ່າ; ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງໜ່ວຍກວດກາຄະນະພັກຮາກຖານ ແລະ ຜູ້ກວດກາ ຂອງໜວ່ຍພັກໃນກອງທັບ. ຈາກນັ້ນ, ສະຫາຍ ພັນເອກ ພັນມະຫາ ຈູມມະນີ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປະກັນສຸຂະພາບ ຕາມລະບົບປະກັນສັງຄົມກອງທັບ (ສະບັບປັບປຸງໃໝ່). ການເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້ ເພື່ອເປັນການກຳນົດທີ່ຕັ້ງພາລະບົດບາດ, ໜ້າທີ່, ຂອບເຂດສິດ, ໂຄງປະກອບການຈັດຕັ້ງ, ການພົວພັນປະສານງານ ຂອງຄະນະກວດກາພັກແຕ່ລະຂັ້ນ ແລະ ເປັນບ່ອນອີງໃຫ້ແກ່ການຈັດຕັ້ງເຄື່ອນໄຫວວຽກງານກວດກາພັກ ໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນສູງຂຶ້ນ, ທັງເປັນການກຳນົດຫຼັກການ, ລະບຽບການ, ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາ ວຽກງານປະກັນສຸຂະພາບໃຫ້ເປັນລະບົບ, ມີຄຸນນະພາບ ແລະ ມີປະສິດທິພາບ ແນໃສ່ຮັບປະກັນໃຫ້ສະມາຊິກປະກັນສັງຄົມກອງທັບ ໄດ້ຮັບການປະກັນສຸຂະພາບ, ເຂົ້າເຖິງການປິ່ນປົວຢ່າງສະເໝີພາບ, ມີຄວາມເປັນທຳ ແລະ ທົ່ວເຖິງ. ຂ່າວ: ເກດມະນີ ສຸວັນນະລາດ. ພາບ: ຄຳພູວາ ຈັນທະປານີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ