ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ພະຈິກ 2026

  

ສະເຫຼີມສະຫຼອງ​ວັນຊາດ ແລະ ວັນ​ກຳລັງ​ປະກອບ​ອາວຸດ ສາທາລະນະ​ລັດ ເຊັກ ຄົບຮອບ 108 ປີ
ເວລາອອກຂ່າວ: 2026-11-04 08:37:01 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 110 | ຄວາມນິຍົມ:



ຕາມ​ແຫຼ່ງ​ຂ່າວ ​ກປ.ອອນ​ໄລ, ຕອນ​ຄ່ຳ​ວັນ​ທີ 28 ຕຸລາ ຜ່ານ​ມາ, ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ, ສະຖານທູດ ສາທາລະນະ​ລັດ ເຊັກ ປະຈຳ ຫວຽດນາມ ໄດ້​ຈັດ​ງານ​ ລ້ຽງ​ເນື່ອງ​ໃນ​ໂອກາດ​ສະເຫຼີມສະຫຼອງ​ວັນຊາດ (28/10/1918 -28/10/2026) ແລະ ວັນ​ກຳລັງ​ປະກອບ​ອາວຸດ ເຊັກ (30/6/1918 -30/6/2026) ຄົບຮອບ 108 ປີ. ເຂົ້າ​ຮ່ວມ​ງານ​ມີ ທ່ານ ພົນ​ໂທ ເລ​ກວາງ​ດ້າວ ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ ຕາງໜ້າ​ໃຫ້ການ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ​ຫວຽດນາມ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ, ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ເຊັກ ປະຈຳ ຫວຽດນາມ ແລະ ແຂກ​ຖຶກ​ເຊີນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ, ທ່ານ Lukas Kaucky ເອກ​ອັກ​ຄະ​ລັດ​ຖະ​ທູດ ເຊັກ ປະຈຳ ຫວຽດນາມ ໄດ້​ເນັ້ນ​ໜັກ​ວ່າ: ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ ຫວຽດນາມ ແລະ ເຊັກ ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ​ນັບ​ແຕ່​ຕົ້ນ​ທົດ​ສະ​ວັດ 1950. ໃນ​ໄລຍະ​ຜ່ານ​ມາ, ເຊັກ ຍາມ​ໃດ​ກໍ​ມານະ​ພະຍາຍາມ​ຊຸກຍູ້ ແລະ ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ກັບ​ຫວຽດນາມ ເລິກເຊິ່ງ​ກວ່າ​ໃນ​ຫຼາຍ​ຂົງເຂດ. ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະໂຫຍດ​ລະຫວ່າງ​ສອງ​ປະເທດ ໄດ້​ຢືນຢັນ​ຢ່າງ​ຈະແຈ້ງ​ຜ່ານ​ເລື່ອງ​ສອງ​ປະເທດ​ຍົກ​ລະດັບ​ການ​ພົວພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ປີ 2025, ການ​ເປີດ​ສາຍ​ການບິນ​ໂດຍ​ກົງ​ທີ່​ເຊື່ອມ​ຕໍ່​ລະຫວ່າງ ຮ່າ​ໂນ້ຍ ແລະ ປຣາກ (Prague) ເມື່ອ​ສອງ​ອາທິດ​ຜ່ານ​ມາ ແລະ ພ້ອມ​ທັງ​ຈະ​ໄດ້​ຮັບ​ການ​ປັບປຸງ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງ ນາຍົກລັດຖະມົນຕີ ເຊັກ ຄາດ​ວ່າ ຈະ​ດຳເນີນ​ໃນ​ເດືອນ​ທັນວາ ປີ​ນີ້. ຕາງໜ້າ​ລັດຖະບານ​ຫວຽດ ນາມ, ທ່ານ ໂງ​ເລ​ວັນ ຮອງ​ລັດ ຖະມົນຕີ​ກະຊວງ​ການ​ຕ່າງປະ ເທດ ກ່າວ​ມີ​ຄຳ​ເຫັນ​ໂດຍ​ເນັ້ນ​ໜັກ​ວ່າ: ການ​ພົວພັນ​ລະຫວ່າງ​ສອງ​ປະເທດ ກຳລັງ​ກ້າວ​ເຂົ້າ​ສູ່​ໄລຍະ​ພັດທະນາ​ໃໝ່, ແທດ​ຈິງ ແລະ​ ມີ​ປະ​ສິດທິ​ຜົນ​ກວ່າ. ການ​ຍົກ​ລະດັບ​ການ​ພົວພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເປັນ​ຂີດ​ໝາຍ​ປະຫວັດສາດ, ຢືນຢັນ​ເຖິງ​ຄວາມ​ສຳຄັນ​ພິເສດ​ເຊິ່ງ​ສອງ​ຝ່າຍ​ສະ ຫງວນ​ໃຫ້​ກັນ, ພ້ອມ​ທັງ​ເປີດ​ຂອບ​ເຂດ​ການ​ຮ່ວມ​ມື​ໃໝ່, ສ້າງ​ແຮງ​ຂັບ​ເຄື່ອນ​ຢ່າງ​ແຂງແຮງ ເພື່ອ​ຫັນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຍັງ​ໃຫຍ່​ຫຼວງ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ດ້ວຍ​ພື້ນຖານ​ອັນ​ໝັ້ນ​ແກ່ນ​ທີ່​ ໄດ້​ກໍ່ສ້າງ​ໃນ​ໄລຍະ 76 ປີຜ່ານ ມາ, ພ້ອມ​ກັບ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ແລະ ຄວາມ​ຕັດສິນ​ໃຈ​ທາງ​ການເມືອງ​ສູງ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະເທດ, ການ​ພົວພັນ​ລະຫວ່າງ ຫວຽດນາມ-ເຊັກ ຈະ​ສືບຕໍ່​ພັດທະນາ​ຢ່າງ​ແຂງແຮງ, ເຂົ້າ​ສູ່​ລວງ​ເລິກ ແລະ ແທດ​ຈິງ, ນຳ​ຜົນ​ປະໂຫຍດ​ແທດ​ຈິງ​ມາ​ໃຫ້​ປະຊາຊົນ​ສອງ​ປະເທດ, ພ້ອມ​ທັງ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ຄວາມ​ວັດທະນາ​ຖາວອນ​ຢູ່​ພາກ​ພື້ນ ແລະ​ ໃນ​ໂລກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ