ທ່ານ ສີ ຈິ້ນຜິງ ພົບປະກັບສົມເດັດ ຊຸນຕານ ໄຮທາມ ແຫ່ງໂອມານ
ເວລາອອກຂ່າວ: 2026-11-04 08:35:47 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 109 | ຄວາມນິຍົມ: ![]()
ຕອນເຊົ້າວັນທີ 2 ພະຈິກ ນີ້, ຢູ່ຫໍສະພາປະຊາຊົນແຫ່ງຊາດ ທີ່ນະຄອນຫຼວງປັກກິ່ງຂອງຈີນ, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບ ສົມເດັດ ຊຸນຕານ ໄຮທາມ ບິນຕາຣິກ ອັລ-ຊາອິດ ແຫ່ງໂອມານ ທີ່ມາຢ້ຽມຢາມຈີນທາງລັດຖະກິດ.
ທ່ານ ສີ ຈິ້ນຜິງ ເນັ້ນໜັກວ່າ: ການຢ້ຽມຢາມຄັ້ງນີ້ເປັນການຢ້ຽມຢາມຈີນຄັ້ງທຳອິດຂອງປະມຸກລັດໂອມານ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນທາງການທູດຮ່ວມກັນເປັນເວລາ 48 ປີມານີ້, ເຊື່ອວ່າ ການພົບປະຄັ້ງນີ້ຈະສາມາດສ້າງບົດໃໝ່ທີ່ສຳຄັນທາງປະຫວັດ ສາດຂອງການພົວພັນ ລະຫວ່າງຈີນ-ໂອມານ,ເພີ່ມແຮງຂັບເຄື່ອນທີ່ເຂັ້ມແຂງເຂົ້າໃນການພັດທະ ນາການພົວພັນລະຫວ່າງສອງຝ່າຍ. ຈີນຍິນດີລົງເລິກການເຊື່ອມຕໍ່ກັນທາງດ້ານຍຸດທະສາດການພັດທະນາກັບໂອມານ,ເສີມສ້າງເນື້ອໃນໃໝ່ແຫ່ງການພົວພັນຄູ່ຮ່ວມຍຸດທະສາດ ລະຫວ່າງຈີນ-ໂອມານ ໃຫ້ມີຄວາມອຸດົມ ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ. ຈີນຍິນດີຮ່ວມກັບບັນດາປະເທດອາຣັບ ແລະ ປະເທດສະມາຊິກຄະນະກຳມະການຮ່ວມມືອ່າວເປີເຊຍ ເຊິ່ງລວມທັງໂອມານ ເພື່ອເພີ່ມທະວີການແລກປ່ຽນ ແລະ ການປະສານງານກັນ, ຮ່ວມກັນສຸມຄວາມພະຍາຍາມເຂົ້າສູ່ລວງ ເລິກກວ່າເກົ່າ ເພື່ອຟື້ນຟູສັນຕິ ພາບ, ຄວາມສະຫງົບສຸກ ແລະ ບັນລຸສະຖຽນລະພາບແບບຖາວອນຂອງພາກພື້ນໂດຍໄວ.
ສົມເດັດ ຊຸນຕານ ໄຮທາມ ກ່າວວ່າ: ໂອມານຍຶດໝັ້ນປະຕິ ບັດຫຼັກການປະເທດຈີນດຽວ. ຫວັງວ່າການຢ້ຽມຢາມຄັ້ງນີ້ຈະເປັນຈຸດເລີ່ມຕົ້ນໃໝ່, ສ້າງໂອກາດການຮ່ວມມືໃຫ້ຫຼາຍກວ່າເກົ່າ, ສ້າງການພົວພັນຄູ່ຮ່ວມທີ່ມຸ່ງໜ້າສູ່ອະນາຄົດ ແລະ ຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ໄດ້ຮັບການພັດທະນາດີຂຶ້ນກວ່າເກົ່າ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















