Elbit Systems ເຊັນສັນຍາ 235 ລ້ານໂດລາ ສະຫະລັດ ສົ່ງມອບລະບົບຈະຫຼວດ PULS ແລະ EXTRA-MR ໃຫ້ບັນດາປະເທດໃນເອີຣົບ
ເວລາອອກຂ່າວ: 2026-11-04 08:32:19 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 108 | ຄວາມນິຍົມ: ![]()
ຂ່າວການທະຫານ ເປີດເຜີຍວ່າ: ບໍລິສັດ Elbit Systems ຂອງອິດສະຣາແອນ ໄດ້ຮັບສັນຍາມູນຄ່າປະມານ 235 ລ້ານໂດລາ ສະຫະລັດ ເພື່ອຈັດຫາລະບົບເຄື່ອງຍິງຈະຫຼວດຫຼາຍລຳກ້ອງ PULS ແລະ ຈະຫຼວດນຳວິຖີ EXTRA-MR ໃຫ້ແກ່ປະເທດລູກຄ້າໃນທະວີບເອີຣົບ ໂດຍບໍ່ເປີດເຜີຍຊື່ປະເທດດັ່ງກ່າວ. ສັນຍານີ້ມີກຳນົດໄລຍະເວລາດຳເນີນການ ແລະ ສົ່ງມອບປະມານ 3 ປີ.
ຕາມຂໍ້ມູນທີ່ເຜີຍແຜ່ໂດຍ ອຸດສາຫະກຳປ້ອງກັນຊາດເອີຣົບ, ການຈັດຊື້ຄັ້ງນີ້ ໄດ້ປະຕິບັດຕາມ ຂໍ້ຕົກລົງລະຫວ່າງລັດຖະບານຕໍ່ລັດຖະບານ ລະຫວ່າງກະຊວງປ້ອງກັນປະເທດ ອິດສະຣາແອນ ແລະ ບັນດາກະຊວງປ້ອງກັນປະເທດ ຂອງປະເທດລູກຄ້າຜູ້. ເນື້ອໃນສັນຍາປະກອບມີການຈັດຫາເຄື່ອງຍິງຈະຫຼວດເພີ່ມເຕີມ ພ້ອມທັງການສະໜັບສະໜູນດ້ານການສົ່ງກຳລັງບຳລຸງ ແລະ ບໍລິການທີ່ກ່ຽວຂ້ອງແບບຄົບວົງຈອນ. ແນວໃດກໍຕາມ ບໍລິສັດບໍ່ໄດ້ເປີດເຜີຍຈຳນວນເຄື່ອງຍິງ ຫຼື ຈຳນວນລູກຈະຫຼວດທີ່ຈະສົ່ງມອບ. ລະບົບ PULS (Precise and Universal Launching System) ເປັນລະບົບເຄື່ອງຍິງຈະຫຼວດຫຼາຍລຳກ້ອງທີ່ສາມາດຮອງຮັບລູກຈະຫຼວດຫຼາຍປະເພດ ແລະ ຫຼາຍລະດັບໄລຍະຍິງ. ຈຸດເດັ່ນຂອງລະບົບແມ່ນຄວາມຍືດຫຍຸ່ນໃນການເລືອກໃຊ້ລູກຈະຫຼວດ ແລະ ຄວາມສາມາດໃນການປະສານງານກັບລະບົບບັນຊາການ ແລະ ຄວບຄຸມທີ່ມີຢູ່ແລ້ວ. ຄວາມສາມາດນີ້ຊ່ວຍໃຫ້ກອງທັບສາມາດໃຊ້ລະບົບດຽວສຳລັບພາລະກິດຍິງສະກັດກັ້ນ ແລະ ໂຈມຕີເປົ້າໝາຍຕາມໄລຍະທີ່ອາວຸດແຕ່ລະຊະນິດຮອງຮັບ ສ່ວນຈະຫຼວດ EXTRA-MR ເປັນຈະຫຼວດນຳວິຖີທີ່ອອກແບບສຳລັບການໂຈມຕີເປົ້າໝາຍໃນໄລຍະກາງ ໂດຍບໍລິສັດລະບຸວ່າມີໄລຍະຍິງສູງສຸດປະມານ 80 ກິໂລແມັດ ແລະ ມີຄວາມໄວກວ່າສຽງ. ລະບົບນຳທາງຊ່ວຍໃຫ້ຈະຫຼວດສາມາດຕີເປົ້າໝາຍທີ່ກຳນົດໄວ້ໄດ້ຢ່າງແມ່ນຍຳກວ່າຈະຫຼວດທີ່ບໍ່ມີລະບົບນຳທາງ. ນອກຈາກນີ້ ລະບົບ PULS ຍັງສາມາດປະສານເຂົ້າກັບລະບົບບັນຊາການ, ການສື່ສານ, ຄອມພິວເຕີ ແລະ ຂ່າວກອງທາງທະຫານ (C4I) ທີ່ມີຢູ່ແລ້ວໄດ້.
ປະທານບໍລິຫານຂອງ ບໍລິສັດ Elbit Systems ກ່າວວ່າ ການໄດ້ຮັບສັນຍາຄັ້ງນີ້ຊ່ວຍເສີມສ້າງບົດບາດຂອງບໍລິສັດໃນຕະຫຼາດລະບົບຈະຫຼວດຫຼາຍລຳກ້ອງລະດັບໂລກ ແລະ ສະທ້ອນເຖິງຄວາມຕ້ອງການທີ່ເພີ່ມຂຶ້ນຕໍ່ລະບົບຈະຫຼວດ ແລະ ອາວຸດຍິງທີ່ມີຄວາມແມ່ນຍຳສູງ. ບໍລິສັດຍັງລະບຸວ່າ ລະບົບ PULS ແລະ ອາວຸດຈະຫຼວດຄວາມແມ່ນຍຳສູງຂອງຕົນໄດ້ຮັບຄວາມສົນໃຈຈາກລູກຄ້າຫຼາຍປະເທດ ລວມທັງປະເທດໃນເອີຣົບ ແລະ ສະມາຊິກ ນາໂຕ.
ສັນຍາມູນຄ່າ 235 ລ້ານໂດລາ ສະຫະລັດ ໃນຄັ້ງນີ້ ຈຶ່ງສະແດງໃຫ້ເຫັນເຖິງຄວາມສົນໃຈຂອງປະເທດໃນ ເອີຣົບ ຕໍ່ລະບົບຈະຫຼວດທີ່ມີຄວາມຍືດຫຍຸ່ນ ແລະ ສາມາດໂຈມຕີເປົ້າໝາຍໄດ້ຢ່າງແມ່ນຍຳ. ແຕ່ເນື່ອງຈາກຍັງບໍ່ມີການເປີດເຜີຍຊື່ປະເທດຜູ້ຊື້, ຈຳນວນເຄື່ອງຍິງ ແລະ ຈຳນວນລູກຈະຫຼວດ, ຈຶ່ງຍັງບໍ່ສາມາດລະບຸໄດ້ວ່າການຈັດຊື້ຄັ້ງນີ້ຈະປ່ຽນແປງດຸນກຳລັງທາງທະຫານໃນພາກພື້ນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















