ອາເຊນອລ ເອົາຊະນະ ລິເວີພູລ 1-0 ຄວ້າ 3 ແຕ້ມສຳຄັນ ຂຶ້ນຄອງອັນດັບ 1 ຕາຕະລາງຄະແນນ ພຣີເມຍລີກ 2026-2027
ເວລາອອກຂ່າວ: 2026-11-03 08:37:36 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 187 | ຄວາມນິຍົມ: ![]()
ຜົນການແຂ່ງຂັນ ບານພຣີເມຍລີກ ຄືນວັນອາທິດຜ່ານມານີ້ ທັບ "ປືນໃຫຍ່" ອາເຊນອລ ພາຍໃຕ້ການຄຸມທີມຂອງ ມິເກວ ອາເຕຕ້າ ບຸກໄປເອົາຊະນະ ລິເວີພູລ ເຖິງຖິ່ນດ້ວຍຄະແນນ 1-0 ຈາກປະຕູໄຊຂອງ ໄຄ ຮາແວັດ ໃນນາທີທີ 16 ສົ່ງຜົນໃຫ້ ອາເຊນອລ ຂຶ້ນຄອງອັນດັບ 1 ຂອງຕາຕະລາງ ບານພຣີເມຍລີກ ອັງກິດ ລະດູການ 2026-2027.
ໄຊຊະນະນັດນີ້ມີຄວາມສຳຄັນສຳລັບ ອາເຊນອລ ເນື່ອງຈາກຊ່ວຍໃຫ້ພວກເຂົາເກັບເພີ່ມເປັນ 24 ຄະແນນ ຈາກການລົງສະໜາມ 9 ນັດທຳອິດ ຂຶ້ນນຳເປັນທີ 1 ຂອງຕາຕະລາງ. ຂະນະທີ່ ລິເວີພູລ ທີ່ບໍ່ມີຄະແນນໃນເກມນີ້ ຍັງຄົງມີ 15 ຄະແນນ ເຮັດໃຫ້ຢູ່ອັນດັບທີ 5 ຂອງຕາຕະລາງຕໍ່ໄປ ແລະ ພາດໂອກາດຂຶ້ນໄປຢູ່ໃນກຸ່ມ 4 ອັນດັບທຳອິດ (Top 4).
ສຳລັບໂປຣແກຣມນັດຕໍ່ໄປຂອງທັງສອງທີມ ຈະລົງແຂ່ງຂັນໃນລາຍການ ຢູຟາ ແຊັມປຽນລີກ (UEFA Champions League) ຮອບລີກເຟດ (League Phase) ໂດຍ ອາເຊນອລ ຈະມີຄິວບຸກໄປພົບ ສະລາເວຍ ປຣາກ (Slavia Prague) ໃນວັນທີ 4 ພະຈິກ. ສ່ວນ ລິເວີພູລ ຈະບຸກໄປຢາມ ເຟເນບາເຊ່ (Fenerbah໗e) ໃນມື້ດຽວກັນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















