ອາຊຽນມີສະດຸ້ງ ໄທ ເອົາແທ້ ຂົນນັກເຕະນອກຕ່າງແດນມາພຽບ
ເວລາອອກຂ່າວ: 2026-11-03 08:36:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 162 | ຄວາມນິຍົມ: ![]()
ດຸເດືອດຂັ້ນສຸດ 4 ແຂ່ງຕ່າງແດນນຳທັບໄທ U17 ລຸຍຄັດເລືອກອາຊີ 2027, ທີມຊາດໄທ ປະກາດລາຍຊື່ 26 ຂຸນພົນ ລຸຍເສິກໃຫຍ່ຊີງແຊັມອາຊີ U17 ປີ 2027 ຮອບຄັດເລືອກ ລະຫວ່າງວັນທີ 8-20 ພະຈິກ 2026 ພາຍໃຕ້ການຄຸມ
ທັບຂອງ “ໂຄ້ດເອັກ” ວະສະພົນ ແກ້ວຜະລຶກ.
ງານນີ້ທັບຊ້າງເສິກເສີມແກ່ງດາວຮຸ່ງຝີຕີນໂຫດ ລູກເຄິ່ງໄທຈາກທົ່ວໂລກເຂົ້າມາຮ່ວມແຄັມ 4 ຄົນ, ແຕ່ລະຄົນສູງໃຫຍ່ສາຍພັນຢູໂຣບຂອງແທ້ ຄວາມສູງ 175+ ຊມ. ຫຼ້າສຸດລູກຊອດຄົນໜຶ່ງອາດພາດຊ່ວຍໄທໃນຄັ້ງນີ້ ເພາະເລື່ອງເອກະສານຍັງບໍ່ທັນສຳເລັດຫຼືຄົບຖ້ວນຢູ່ ຄັ້ງຕໍ່ໄປຄົງມີແນ້ ນອນສຳລັບລູກເຄິ່ງ ໄທ-ສະຫາລັດອາເມຣິກາ ລາຍນີ້ ພາສະວັດ ວົງສາ-ເອບຊີ ໂຊລ, ມາຣອນ ລາມິນ ມຶນເລີ-ວິນເທີ້ທົວ, ໂທມັດ ຈູເນຍ ໄທ ຊມິດ-ຮອບເຟນໄຮມ໌, ມາດຕິນ ອານັນ ວັດທ໌ -ເມລເບີນ ວິກຕໍຣີເສັ້ນທາງສູ່ຮອບສຸດທ້າຍ: ໄທ ຢູ່ກຸ່ມ B ໂດຍຕ້ອງຄວ້າແຊມກຸ່ມເທົ່ານັ້ນ ເພື່ອຍາດປີ້ຜ່ານເຂົ້າສູ່ຮອບສຸດທ້າຍ ຢູ່ປະເທດອຸສເບກິສະຖານ ໃນປີ 2027.
ໂປຣແກຣມການແຂ່ງຂັນຂອງທີມຊາດໄທ: ໄຕ້ຫວັນ ພົບ ໄທ ວັນທີ11 ພະຈິກ 2026 ເວລາ 19:00 ໂມງ.
ໄທ ພົບ ມັລດິບ ວັນທີ14 ພະຈິກ 2026 ເວລາ19:00 ໂມງ, ຮ່ອງກົງ ພົບ ໄທ ວັນທີ 17 ພະຈິກ 2026 ເວລາ 19:00 ໂມງ, ໄທ ພົບ ອິຣັກ ວັນທີ 20 ພະຈິກ 2026 ເວລາ 19:00 ໂມງ ສະໜາມ ບຸຣີຣຳ ຊິຕີ້ ສະເຕດ້ຽມ ເຊິ່ງເປົ້າໝາຍດຽວຄືຕ້ອງເອົາປີ້ຮອບສຸດທ້າຍມາໃຫ້ໄດ້! ສ່ວນທັບນັກເຕະລາວເຮົາຍັງເຝີກຊ້ອມໜັກຢ່າງຕໍ່ເນື່ອງເຊັ່ນກັນ ແລະອີກບໍ່ດົນພວກທ່ານຄົງເຫັນຫຼາຍຊື່ ທັບນັກເຕະລາວ U17 ເຊັ່ນກັນວ່າມີໃຜແນ່ນັ້ນແຟນບານລໍລຸ້ນໄດ້ເລີຍຈະໄດ້ປະກາດລາຍຊື່ໃນໄວໆນີ້!.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















