ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ພະຈິກ 2026

  

ເບ ສະຫວັນ ເອ​​ັຟ​ຊີ U10 ຄວ້າ​ແຊັມ​ບານເຕະ ເຍົາວະ​ຊົນ​ນາໆຊາດ SingaCup 2026 ທີ່​ປະເທດ​ສິງກະໂປ ​ໄດ້​ສຳເລັດ
ເວລາອອກຂ່າວ: 2026-11-03 08:35:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 163 | ຄວາມນິຍົມ:



ການ​ແຂ່ງຂັນ​ບານເຕະ​ເຍົາວະ​ຊົນ​ນານາ​ຊາດ SingaCup 2026 ໃນ​ລະຫວ່າງ​ວັນ​ທີ 31 ຕຸລາ ຫາ 7 ພະຈິກ 2026 ສະໂມສອນ ເບ ສະຫວັນ ຈາກ​ລາວ ສາມາດ​ສ້າງ​ຜົນງານ​ໄດ້​ຍ່າງ​ໂດດ​ເດັ່ນ ແລະ ສາ​ມາ​ຄວ້າ​ແຊັມ​ໄດ້​ສຳເລັດ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້ ພາຍຫຼັງ​ນັດ​ຊີງ​ຊະນະ​ເລີດ​ເອົາ​ຊະນະທີມBESM Woodleigh FC ຈາກປະເທດ​ສິງກະໂປ ເຈົ້າພາບ 7-1 ຜ່ານ​ຜົນງານ​ແຕ່​ລະ​ນັດ​ມີ​ດັ່ງນີ້: ຜົນງານ​ໃນ​ຮອບ​ແບ່ງ​ກຸ່ມ​ຜ່ານ​ມາ ເບ ສະຫວັນ ເກັບ 7 ຄະແນນ ຈາກ 3 ນັດ ໄດ້​ອັນ​ດັບ 1 ຂອງ​ກຸ່ມ F: ນັດ​ທຳ​ອິດ ເບ​ສະຫວັນ ຊະນະ Sunstrikers FC ຈາກ​ຟີ​ລິບ​ປິນ 6-0, ນັດ​ທີ 2 ເບ​ສະຫວັນ ສະເໝີ​ກັບ Fortaleza Juniors ຈາກ​ສິງກະໂປ ເຈົ້າພາບ 0-0, ນັດ​ທີ 3 ເບ​ສະຫວັນ ຊະນະ Fluxnesia Soccer Academy ຈາກ​ອິນ​ໂດ​ເນ​ເຊຍ 9-0. ໃນ​ຮອບ​ເພ​​ອັອຟ ເບ​ສະຫວັນ ຊະນະ Neeb K Sports Academy ຈາກ​ອິນ​ເດຍ 3-0, ຮອບ 16 ທີມ​ສຸດ​ທ້າຍ ເບ​ສະຫວັນ ຊະນະ Dallaz Kids FC ຈາກ​ມາ​ເລ​ເຊຍ 7-0, ຮອບ 8 ທີມ​ສຸດ​ທ້າຍ ເບ​ສະຫວັນ ຊະນະ TSSX ຈາກ​ມາ​ເລ​ເຊຍ 7-1, ຮອບ 4 ທີມ​ສຸດ​ທ້າຍ ເບ​ສະຫວັນ ຊະນະ​ທີມ MMM ຈາກ​ສິງກະໂປ ເຈົ້າພາບ 5-0. ສະໂມສອນ ເບ​ສະຫວັນ ເອ​​ັຟ​ຊີ (BAY SAVANH FC) ເປັນ​ໜຶ່ງ​ດຽວ​ຈາກ​ລາວ ທີ່​ເຂົ້າ​ຮ່ວມ​ແຂ່ງຂັນ ຮຸ່ນ​ອາຍຸ​ບໍ່​ເກີນ 10 ປີ (U10) ໂດຍ​ມີ 36 ທີມ, ແບ່ງ​ອອກ​ເປັນ 8 ກຸ່ມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ