ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ພະຈິກ 2026

  

ການ​ພັດທະນາ ກິລາ​ບານເຕະ​ເຍົາວະ​ຊົນ​ລາວ ກ້າວ​ສູ່​ລະດັບ​ສາກົນ
ເວລາອອກຂ່າວ: 2026-11-02 08:45:47 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 162 | ຄວາມນິຍົມ:



ສະໂມສອນ​ເຍົາວະ​ຊົນ ເບ ສະຫວັນ ເອັບ​ຊີ (Savanh FC) ເປັນ​ສະໂມສອນ​ກິລາ​ບານເຕະ​ເຍົາວະ​ຊົນ​ທີ່​ມີ​ຊື່​ສຽງ ແລະ ໂດດ​ເດັ່ນ ຂອງ ​ສປປ ລາວ ໂດຍ​ສະເພາະ​ໃນ​ຮຸ່ນ​ເຍົາວະ​ຊົນ ແລະ ຮຸ່ນ​ອາຍຸ​ຕ່າງໆ ເຊັ່ນ: ຮຸ່ນອາຍຸ​ບໍ່​ເກີນ 10 ປີ ຫຼື U10 ເຊິ່ງ​ມີ​ຜົນງານ​ໃນ​ການ​ສ້າງ​ຊື່​ສຽງ​ໃຫ້​ແກ່​ປະເທດ​ຊາດ​ໃນ​ເວທີ​ລະດັບ​ພາກ​ພື້ນ ແລະ ສາກົນ. ໃນ​ການ​ພັດທະນາ​ນັກ​ກິລາ​ບານເຕະ​ຮຸ່ນ​ໜຸ່ມ: ເບ ສະຫວັນ ເອັບ​ຊີ ເນັ້ນ​ໜັກ​ໃສ່​ການ​ບຳລຸງ​ສ້າງ, ເຝິກ​ຊ້ອມ ແລະ ພັດທະນາ​ຝີ​ມື​ເຍົາວະ​ຊົນ​ລາວ​ຕັ້ງແຕ່​ອາຍຸ​ຍັງ​ນ້ອຍ ໂດຍ​ມີ​ການຈັດຕັ້ງ​ລະບົບ​ທີມ ແລະ ເຝິກ​ສອນ​ຕາມ​ມາດຕະຖານ​ສາກົນ. ເຊິ່ງ​ວ່າ ສະໂມສອນ​ນີ້​ມັກ​ຈະ​ໄດ້​ຮັບ​ສິດ ຫຼື ເປັນ​ຕົວ​ແທນ​ຂອງ ​ສປປ ລາວ ໃນ​ການ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ບານເຕະ​ເຍົາວະ​ຊົນ​ລາຍການ​ໃຫຍ່ໆ ຢູ່​ຕ່າງປະເທດ ຕົວຢ່າງ​ເຊັ່ນ: ການ​ໄປ​ແຂ່ງຂັນ​ລາຍການ​ສາກົນ​ຕ່າງໆ ທີ່ ​ສປ​ຈີນ, ສິງກະໂປ ແລະ ປະເທດ​ໃນ​ເພື່ອນ​ບ້ານ ເຊິ່ງ​ສາມາດ​ຍາດ​ໄດ້​ລາງວັນ ແລະ ຖ້ວຍ​ແຊັມ​ມາ​ຝາກ​ແຟນ​ບານ​ຊາວ​ລາວ​ເລື້ອຍໆ. ສະໂມສອນ ເບ ສະຫວັນ ເອັບ​ຊີ ມີ​ຈຸດ​ເລີ່ມ​ຕົ້ນ​ຈາກຄວາມ​ມຸ່ງ​ໝັ້ນ​ຂອງ ພາກສ່ວນ​ເອກະ​ຊົນ, ຜູ້​ລົງທຶນ ແລະ ທີມ​ງານ​ຄູ​ເຝິກ ທີ່​ເຫັນ​ຄວາມ​ສຳຄັນ​ຂອງ​ການ​ສ້າງ ແລະ ພັດທະນາ​ເຍົາວະ​ຊົນ​ລາວ​ໃຫ້​ມີ​ພື້ນຖານ​ກິລາ​ບານເຕະ​ທີ່​ຖືກຕ້ອງ​ແຕ່​ອາຍຸ​ຍັງ​ນ້ອຍ ໂດຍ​ມີ​ຖານ​ທີ່​ຕັ້ງ ແລະ ການເຄື່ອນໄຫວ​ໃນ ບ້ານ​ຄຳ​ສະຫວາດ ເມືອງ​ໄຊ​ເຊດ​ຖາ ນະຄອນຫຼວງ​ວຽງ​ຈັນ. ໃນ​ການ​ກ້າວ​ຂຶ້ນ​ມາ​ເປັນ​ສະໂມສອນ​ແຖວ​ໜ້າ​ນີ້ ເກີດ​ຈາກ​ການ​ສະ​ສົມ​ປະສົບ​ການ​ຜ່ານ​ການ​ແຂ່ງຂັນ​ພາຍ​ໃນ​ປະເທດ ລາຍການ​ເຍົາວະ​ຊົນ​ຕ່າງໆ ຈົນ​ມີ​ຜົນງານ​ໂດດ​ເດັ່ນ ແລະ ເປັນ​ທີ່​ຍອມຮັບ​ໃນ​ລະດັບ​ຊາດ ເຮັດ​ໃຫ້​ໄດ້​ຮັບ​ໂອກາດ​ກ້າວ​ສູ່​ການ​ເປັນ​ຕົວ​ແທນ​ປະເທດ​ໄປ​ສ້າງ​ຜົນງານ​ລະດັບ​ສາກົນ ແລະ ຖືກ​ຕາ​ຕ້ອງ​ໃຈ​ແຟນ​ບານ​ຊາວ​ລາວ​ມາ​ໂດຍ​ຕະຫຼອດ. ໃນ​ຫຼ້າ​ສຸດ​ນີ້ ສະໂມສອນ ເບ​ສະຫວັນ ເອັບ​ຊີ ໄດ້​ເດີນທາງ​ໄປ​ປະເທດ​ສິງກະໂປ ຮ່ວມ​ແຂ່ງຂັນ​ບານເຕະ​ເຍົາວະ​ຊົນ​ນານາ​ຊາດ ລາຍການ ສິງ​ກາ ຄັບ 2026 ຫຼື Singa Cup 2026 ລະຫວ່າງ​ວັນ​ທີ 31 ຕຸລາ ຫາ 7 ພະຈິກ 2026 ເຊິ່ງ​ລາຍການ​ດັ່ງກ່າວ ມີ 36 ທີມ ເຂົ້າ​ຮ່ວມ​ຊີງ​ໄຊ. ກ່ອນ​ໜ້າ​ນັ້ນ ທ່ານ ບຸນ​ມີ ຫຼ່ຽມ​ໄຊ​ຍະ​ຈັກ ປະທານ​ສະໂມສອນ ເບ ສະຫວັນ ເອັບ​ຊີ, ຮອງ​ປະທານ​ສະຫະພັນ​ບານເຕະ​ນະຄອນຫຼວງ​ວຽງ​ຈັນທັງ​ເປັນ​ປະທານ​ສະຫະພັນ​ບານເຕະ​ຄົນ​ພິການ​ຕາ​ແຫ່ງ​ຊາດ​ລາວ ໄດ້​ເປີດເຜີຍ​ໃຫ້​ຮູ້​ວ່າ: ກ່ອນ​ໜ້າ​ນີ້​ຫຼານ​ນ້ອຍ ເບ​ສະຫວັນ ເອັບ​ຊີ ສາມາດ​ຄວ້າ​ແຊັມ​ໃນ​ການ​ແຂ່ງຂັນ​ບານເຕະ​ນານາ​ຊາດ ທີ່​ແຂວງ​ຊຽງ​ໃໝ່ ປະເທດ​ໄທ ພ້ອມ​ໄດ້​ຮັບ​ສິດ​ເຂົ້າ​ຮ່ວມ​ແຂ່ງຂັນ ລາຍການ Singa Cup 2026 ໃນ​ຄັ້ງ​ນີ້ ເພື່ອ​ຮັບປະກັນ​ໃຫ້​ທີມ​ສາມາດ​ຄວ້າ​ແຊັມ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້​ໃນ​ລາຍການ​ດັ່ງກ່າວ ທາງ​ສະໂມສອນ​ໄດ້​ເພີ່ມ​ຄວາມ​ເຂັ້ມ​ງວດ​ໃນ​ການ​ເຝິກ​ຊ້ອມ ເພື່ອ​ກະກຽມ​ຮ່າງກາຍ ແລະ ຄວາມ​ພ້ອມ​ດ້ານ​ເຕັກນິກ ຮອງ​ຮັບ​ຕາຕະລາງ​ແຂ່ງຂັນ​ທີ່​ໜາ​ແໜ້ນ ໂດຍ​ທີມ​ມີ​ໂຄ​ຕາ​ນັກ​ກິລາ​ພຽງ 12 ຄົນ. ນອກຈາກ​ການ​ເຝິກ​ຊ້ອມ​ດ້ານ​ພະລະ​ກຳລັງ ແລະ ການ​ຈົບ​ສະ​ກໍ​ແລ້ວ ສະໂມ ສອນ​ຍັງ​ໃຫ້​ຄວາມ​ສຳຄັນ​ກັບ​ໂພຊະ​ນາ​ການ ແລະ ສຸຂະພາບ​ຂອງ​ນັກ​ກິລາ ເພື່ອ​ໃຫ້​ຫຼານ​ນ້ອຍ ພ້ອມ​ສຳລັບ​ການ​ແຂ່ງຂັນ. ເຖິງ​ຢ່າງໃດ​ກໍ​ຕາມ, ການ​ເຂົ້າ​ຮ່ວມ​ງານ​ຄັ້ງ​ນີ້ ເຊື່ອ​ວ່າ​ນອກຈາກ​ເປັນ​ໂອກາດ​ໃຫ້​ນັກ​ກິລາ​ເຍົາວະ​ຊົນ​ລາວ​ໄດ້​ທົດ​ສອບ​ຄວາມ​ສາມາດ​ກັບ​ທີມ​ຈາກ​ຕ່າງປະເທດ​ແລ້ວ ຍັງ​ເປັນ​ບົດຮຽນ​ສຳຄັນ​ຕໍ່​ການ​ສະ​ສົມ​ປະສົບ​ການ ແລະ ພັດທະນາ​ວົງ​ການ​ບານເຕະ​ເຍົາວະ​ຊົນ​ຂອງ​ລາວ. ຂໍ​ຖື​ໂອກາດ​ນີ້ ຂໍ​ເຊີນຊວນ​ແຟນ​ບານ​ຊາວ​ລາວ​ຮ່ວມ​ສົ່ງ​ແຮງ​ໃຈ​ໃຫ້​ນ້ອງໆ​ຫຼານ​ນ້ອຍ ເບ​ສະຫວັນ ໃນ​ການ​ແຂ່ງຂັນ ລາຍການ Singa Cup 2026 ແລະ ຂໍ​ໃຫ້​ທຸກ​ຄົນ​ເກັບ​ກ່ຽວ​ປະສົບ​ການ​ທີ່​ດີ ພ້ອມ​ກັບ​ສະແດງ​ຄວາມ​ສາມາດ​ຢ່າງ​ເຕັມທີ່​ເພື່ອ​ບັນລຸ​ເປົ້າ​ໝາຍ. ຂະນະ​ທີ່ ທ່ານ ຄອນ​ສະຫວັນ ສິດທິ​ໄທ ຫົວໜ້າ​ຄູ​ເຝິກ​ສອນ​ຂອງ​ສະໂມສອນ ກ່າວ​ວ່າ: ເຖິງ​ທີມ​ຈະ​ຕັ້ງ​ຄວາມ​ຫວັງ​ໄວ້​ສູງ​ໃນ​ການ​ເຂົ້າ​ຮ່ວມ​ລາຍການ​ນີ້ ແຕ່​ຈະ​ບໍ່​ສ້າງ​ແຮງ​ກົດ​ດັນ​ໃຫ້​ຫຼານ​ນ້ອຍ ໂດຍ​ມຸ່ງ​ເນັ້ນ​ການ​ພັດທະນາ​ທັກ​ສະການ​ຍິງ​ປະຕູ, ຄວາມ​ພ້ອມ​ທາງ​ຮ່າງກາຍ ແລະ ຄວາມ​ເຂົ້າໃຈ​ເກມ​ໃນ​ການ​ແຂ່ງຂັນ​ສະໄໝ​ໃໝ່. ໃນ​ລາຍການ​ນີ້ ຫຼານ​ນ້ອຍ ເບ ສະຫວັນ ຖືກ​ຈັດ​ຢູ່​ກຸ່ມ F ຮ່ວມ​ກັບ 3 ທີມ​ຈາກ​ອາ​ຊຽນ ປະກອບ​ມີ Fortaleza Juniors ຈາກ​ສິງກະໂປ, Fluxnesia Soccer Academy ຈາກ ອິນ​ໂດ​ເນ​ເຊຍ ແລະ Sunstrikers FC ຈາກ ຟີ​ລິບ​ປິນ. ສ່ວນ​ຕາຕະລາງ​ແຂ່ງຂັນ ເບ ສະຫວັນ ເອັບ​ຊີ ມີ​ກຳນົດ​ລົງ​ສະໜາມ 3 ນັດ​ໃນ​ວັນ​ທີ 31 ຕຸລາ 2026 ດັ່ງນີ້: ເວລາ 11:00 ໂມງ ພົບ​ກັບ Sunstrikers FC ຈາກ​ຟີ​ລິບ​ປິນ, ເວລາ 12:00 ໂມງ ພົບ​ກັບ Fortaleza Juniors ຈາກ ສິງກະໂປ, ເວລາ 13:00 ໂມງ: ພົບ​ກັບ Fluxnesia Soccer Academy ຈາກ ອິນ​ໂດ​ເນ​ເຊຍ ໂດຍ: ລຸນ​ທອງ ສີ​ບຸນ​ເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ