ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ນາຍົກລັດຖະມົນຕີ ມີຄຳເຫັນຕໍ່ກອງປະຊຸມສະພາແຫ່ງຊາດ ກ່ຽວກັບວຽກງານຂອງລັດຖະບານ
ເວລາອອກຂ່າວ: 2019-11-18 09:34:45 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 67 | ຄວາມນິຍົມ:



ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 15 ພະ ຈິກນີ້ ໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ. ໃນວາລະດໍາເນີນກອງປະຊຸມ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ແລະ ຕອບຂໍ້ຊັກຖາມຂອງບັນດາ ສສຊ ກ່ຽວກັບວຽກງານຂອງລັດຖະບານ, ອົງການກວດສອບແຫ່ງລັດ ແລະ ອົງການກວດກາລັດຖະບານ. ພ້ອມທັງ ຊີ້ແຈ້ງຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປີ 2019 ແລະ ທິດທາງປີ 2020 . ທ່ານ ນາຍົກ ໄດ້ທົບທວນ ຄືນບັນດາຄາດໝາຍສູ້ຊົນຂອງລັດຖະບານທີ່ໄດ້ຕັ້ງໃຈຜັນຂະ ຫຍາຍແຜນພັດທະນາເສດຖະກິດ-ສັງຄົມປີ 2019 ແລະ ໄດ້ກຳນົດທິດທາງວ່າ: ຈະແກ້ໄຂບັນຫາທີ່ຄົງຄ້າງທີ່ລັດຖະບານໄດ້ມີຄວາມພະຍາຍາມຢ່າງສູງໃນການຈັດຕັ້ງປະຕິບັດແຜນດັ່ງກ່າວຜ່ານມາໂດຍລວມແລ້ວຍັງຮັກສາໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໄວ້ໄດ້. ລັດຖະບານຈະໄດ້ສືບຕໍ່ຄົ້ນຄວ້າບໍລິຫານລັດຢ່າງຮັດກຸມປະຕິບັດບັນດາກົດໝາຍດຳລັດຕ່າງໆຢ່າງເຄັ່ງຄັດ ແລະ ຈຳກັດການຄ້າຂາຍເຖື່ອນ, ຢາເສບຕິດ ແລະ ຈະສືບຕໍ່ແກ້ໄຂບັນດາເຫດການທີ່ຜິດເຂວ ແລະ ພະຍາຍາມປົກປ້ອງສິ່ງທີ່ຖືກຕ້ອງ ແລະ ບໍລິຫານງານປະເທດດ້ວຍຄວາມເປັນທຳ. ຄາດຄະເນເສດຖະກິດປີນີ້ຈະບັນລຸ 6,4% ຫຼຸດ ຄາດໝາຍ 0,3%, ສືບຕໍ່ແກ້ໄຂບັນຫາໜີ້ສິນບັນດາໂຄງການ ລົງທຶນຂອງລັດຢ່າງຕັ້ງໜ້າ, ໄດ້ສຳເລັດການສ້າງດຳລັດວ່າດ້ວຍກອງທຶນສົ່ງເສີມເອສເອັມອີ ແລະ ໄດ້ປ່ອຍເງິນກູ້ໃຫ້ 111 ກວ່າຕື້ກີບ ແລະ ບັນດາໂຄງການທີ່ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງທີ່ກຳລັງດຳເນີນຢູ່ພາກສ່ວນທີ່ກ່ຽວຂ້ອງກຳລັງຈັດຕັ້ງຜັນຂະຫຍາຍເຮັດໃຫ້ຖືກຕາມຫຼັກການລະບຽບການທີ່ວາງອອກເພື່ອທີ່ຈະໄດ້ຮັບເງິນກູ້ ເພື່ອປ່ອຍໃຫ້ທຸລະກິດຂະໜາດນ້ອຍ ແລະ ກາງເຊິ່ງເປັນການກະຕຸ້ນເສດຖະ ກິດ,ລັດຖະບານມີຄວາມພະຍາຍາມຊອກຫາຕະຫຼາດສົ່ງອອກພະລັງງານໄຟຟ້າໃຫ້ຫວຽດ ນາມ, ກຳປູເຈຍ ແລະ ກຳລັງ ຫາລືກັບໄທ, ລັດຖະບານໄດ້ເອົາໃຈໃສ່ແກ້ໄຂບັນຫາທີ່ເກີດ ຂຶ້ນນັ້ນມັນອາດຈະໃຊ້ເວລາ ແລະ ຫວັງວ່າ ສສຊ ຈະຊ່ວຍ ເປັນຫູເປັນຕາ ແລະ ເຂົາຮ່ວມໃນການກວດກາການແກ້ໄຂບັນຫາຕ່າງໆໃຫ້ລຸລ່ວງໄປເປັນກ້າວໆ. ຈະສືບຕໍ່ປັບປຸງກົດໝາຍທີ່ມີຢູ່ແລ້ວ ແລະ ສ້າງກົດໝາຍໃໝ່ ແລະ ຈະນຳເຂົ້າສະພາພິຈາລະນາຕໍ່ໄປ. ເຊື່ອວ່າປີຕໍ່ໄປເສດຖະກິດຈະດີຂຶ້ນ ບັນດາໂຄງການໃຫຍ່ໆກຳລັງຈະໄດ້ຮັບການຈັດຕັ້ງປະຕິບັດໃນປີ 2020, ຈະປັບປຸງແບບແຜນວິທີເຮັດວຽກທີ່ຍັງອຶດອາດຊັກຊ້າຂາດ ຄວາມເປັນເຈົ້າການກ້າຫານຂາດຫົວຄິດປະດິດສ້າງຈະຊຸກຍູ້ແກ້ໄຂເປັນກ້າວໆ, ປັບປຸງກົນ ໄກປະສານງານລະຫວ່າງຂະແໜງການທ້ອງຖິ່ນເປັນຕົ້ນ ລັດຖະບານກັບສະພາ. ທ່ານນາຍົກລັດຖະມົນຕີກ່າວຕື່ມວ່າ: ເມື່ອຮອດປີ 2024 ປະເທດຈະຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຖ້າພວກເຮົາຮ່ວມແຮງຮ່ວມໃຈກັນຈະສາມາດເຮັດໄດ້, ພ້ອມກັນນັ້ນຈະໄດ້ສຶກສາການສ້າງທາງ ດ່ວນວຽງຈັນ-ຫວຽດນາມ ແລະ ກຳລັງສຶກສາທາງດ່ວນ ລາວ-ໄທ ແລະ ພາຍໃນປະເທດ. ເສັ້ນທາງຄົມມະນາຄົມຈະສະດວກ ເພື່ອສົ່ງເສີມການລົງທຶນ, ການທ່ອງທ່ຽວ ປີ 2030 ເພື່ອບັນລຸການປະຕິບັດຕາມວິໄສທັດຂອງພວກເຮົາ ແຕ່ວ່າຕ້ອງຂຶ້ນກັບທຸກໆພາກສ່ວນຮ່ວມກັນເພື່ອນຳເອົາປະເທດກ້າວຂຶ້ນ ແລະ ພົນລະເມືອງມີລາຍຮັບທີ່ດີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ