ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫາຍ ພົນໂທ ສຸວອນ ເລື່ອງບຸນມີ ລົງຊີ້ນຳວຽກງານຢູ່ທະຫານນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2019-11-18 09:23:28 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 67 | ຄວາມນິຍົມ:



ໃນວັນທີ 13 ພະຈິກ 2019 ນີ້, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫົວໜ້າກົມໃຫຍ່ເສນາທິການກອງທັບໄດ້ລົງຊີ້ນຳວຽກງານຢູ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ໂດຍ ໃຫ້ການຕ້ອນຮັບຈາກ ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ກຳມະການຄະນະປະຈຳພັກນະຄອນຫຼວງວຽງຈັນຫົວໜ້າການເມືອງກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີບັນດາສະຫາຍຄະນະພັກ-ຄະນະບັນຊາຈາກອົງການ 5 ຫ້ອງ, ກົມກອງອ້ອມຂ້າງ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ສີທະວີໄຊ ຫົວໜ້າການທະຫານກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງກອງບັນຊາການທະຫານນະຄອນຫຼວງວຽງຈັນໃຫ້ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ໄດ້ຮັບຊາບ, ຜ່ານມາຄະນະພັກ-ຄະນະບັນຊາໄດ້ເປັນເຈົ້າການນຳພາຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ກະຊວງປ້ອງກັນປະເທດວາງອອກ, ແນໃສ່ຮັບປະກັນໃຫ້ນະຄອນຫຼວງວຽງຈັນ ມີສະຖຽນລະພາບທາງ ດ້ານການເມືອງ, ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມຢ່າງໜັກແໜ້ນ, ສ້າງເງື່ອນໄຂ ອຳນວຍຄວາມສະດວກໃຫ້ແກ່ການສ້າງສາພັດທະນາປະເທດຊາດ ແລະ ການດຳລົງຊີວິດຂອງຊາວນະຄອນຫຼວງວຽງຈັນ, ພ້ອມທັງເຮັດໜ້າທີ່ປົກປັກຮັກ ສາຊາຍແດນໃນຂອບເຂດທີ່ຕົນຮັບຜິດຊອບໃຫ້ມີຄວາມປອດໄພ ແລະ ສະຫງົບສຸກເປັນຢ່າງດີ, ເຊິ່ງຜ່ານມາໄດ້ຈັດຕັ້ງກໍາລັງຫັນລົງກໍ່ສ້າງຮາກຖານແບບມູນເຊື້ອໂດຍປະສານສົມທົບແໜ້ນກັບອຳນາດການປົກຄອງທ້ອງຖິ່ນ ແລະ ກຳລັງທຸກພາກສ່ວນທີ່ເຮັດ ວຽກງານປ້ອງກັນຊາດ ໂດຍສະເພາະແມ່ນກຳລັງກອງຫຼອນບ້ານໃນແຕ່ລະບ້ານ ເພື່ອເຮັດໃຫ້ທ້ອງຖິ່ນຮາກຖານມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເອົາໃຈໃສ່ຈັດຕັ້ງລະບົບປະຈຳການກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງເຊິ່ງ ໄດ້ກະກຽມທາງດ້ານກຳລັງພົນ ແລະ ພາຫະນະເພື່ອຮັບປະກັນກຽມພ້ອມແກ້ໄຂກໍລະນີ ແລະ ໄພພິບັດຕ່າງໆທີ່ຈະເກີດຂຶ້ນໃຫ້ທັນເວລາ, ພ້ອມນັ້ນກໍໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດເປັນບັນຫາສຳຄັນໂດຍປິ່ນອ້ອມທຸກຂົງເຂດວຽກງານເຫັນວ່າປັດຈຸບັນພະນັກງານ-ນັກຮົບທົ່ວກອງບັນ ຊາການທະຫານນະຄອນຫຼວງວຽງຈັນແມ່ນມີຄວາມອຸ່ນອຽນທຸ່ນທ່ຽງເຮັດສຳເລັດໜ້າທີ່ຂອງຕົນຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ໂອກາດນີ້ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ໄດ້ມີຄຳເຫັນຊີ້ນຳວຽກງານຫຼາຍບັນຫາ ແລະ ກໍໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະກອງບັນຊາການທະຫານນະຄອນຫຼວງວຽງຈັນທຸກຂັ້ນຈົ່ງເອົາໃຈໃສ່ຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງກົມກອງ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ກະຊວງປ້ອງກັນປະ ເທດວາງອອກຢ່າງເຂັ້ມງວດ, ໂດຍສະເພາະຕ້ອງໄດ້ເອົາໃຈໃສ່ເຮັດໃຫ້ພື້ນທີ່ໃນຂອບເຂດນະຄອນຫຼວງວຽງຈັນ ມີຄວາມສະຫງົບປອດໄພ 100%, ແນໃສ່ຊີ້ນຳກຳລັງທຸກພາກສ່ວນເປັນເຈົ້າການໃນການປະສານສົມທົບແໜ້ນກັບອຳນາດການ ປົກຄອງທ້ອງຖິ່ນ ເວົ້າສະເພາະອຳນາດການປົກຄອງບ້ານ ແລະ ກຳລັງ ປກຊ-ປກສ ບ້ານເພື່ອເຮັດໃຫ້ເຂົາເຈົ້າມີບົດບາດໃນການປະກອບສ່ວນອັນສຳຄັນ ເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເປັນເຈົ້າການຈັດຕັ້ງເຝິກອົບຮົມໃຫ້ ແກ່ກຳລັງກອງຫຼອນບ້ານຢ່າງເປັນປົກກະຕິ, ເພື່ອແນໃສ່ເຮັດໃຫ້ເຂົາເຈົ້າມີຄວາມເຂົ້າໃຈຕໍ່ ພັນທະ, ພາລະບົດບາດ, ສິດ, ໜ້າທີ່ຂອງຕົນຢ່າງຈະແຈ້ງ, ມີຄວາມຕັດສິນໃຈສູງ, ເດັດດ່ຽວ, ມີໄຫວພິກ ແລະ ກ້າເສຍ ສະຫຼະເພື່ອປະເທດຊາດ ແລະ ພໍ່ແມ່ປະຊາຊົນໃນການປະຕິບັດໜ້າທີ່ຂອງຕົນເພື່ອເຮັດໃຫ້ນະຄອນຫຼວງວຽງຈັນມີຄວາມ ຮຸ່ງເຮືອງສີວິໄລເປັນກ້າວໆ. ໂດຍ: ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ