ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ພະຈິກ 2026

  

ຄະນະ​ນັກ​ກິລາ​ຄົນ​ພິການ​ທີມ​ຊາດ​ຈີນ ສ້າງ​ປະຫວັດສາດ​ ໄດ້​ຫຼຽນ​ຄຳ​ຫຼາຍ​ສຸດ​ໃນ​ການ​ແຂ່ງຂັນ​ກິລາ​ເອ​ຊຽນ​ພາ​ຣາ​ເກມ ຢູ່​ຕ່າງປະເທດ
ເວລາອອກຂ່າວ: 2026-10-29 08:41:45 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 201 | ຄວາມນິຍົມ:



ໃນ​ງານ​ມະ​ຫະ​ກຳ​ກິລາ​ຄົນ​ພິການ​ອາຊີ ຫຼື ເອ​ຊຽນ​ພາ​ຣາ​ເກມ ຄັ້ງ​ທີ 5 ທີ່​ໄອ​ຈິ-ນາ​ໂກ​ຢ້າ ປະເທດ​ຍີປຸ່ນ ເປັນ​ເຈົ້າພາບ ໃນ​ລະຫວ່າງ​ວັນ​ທີ 18-24 ຕຸລາ 2026. ຜົນ​ປະກົດ​ວ່າ: ຄະນະ​ນັກ​ກິລາ​ຄົນ​ພິການ​ທີມ​ຊາດ​ຈີນ ສາມາດ​ພິ​ຊິດ​ຫຼຽນ​ລາງວັນ​ໄດ້​ທັງ​ໝົດ 435 ຫຼຽນ ໃນ​ນັ້ນ, ມີ 207 ຫຼຽນ​ຄຳ, 117 ຫຼຽນ​ເງິນ ແລະ 111 ຫຼຽນ​ທອງ, ຄອງ​ອັນ​ດັບ​ໜຶ່ງ​ໃນ​ຕາຕະລາງ​ສະຫຼຸບ​ຫຼຽນ​ລາງວັນ 5 ຄັ້ງ​ຕິດຕໍ່​ກັນ! ແລະ ໄດ້​ສ້າງ​ສະຖິຕິ​ຜົນງານ​ດີ​ທີ່​ສຸດ​ໃນ​ການ​ເຂົ້າ​ຮ່ວມ​ງານ​ກິລາ​ເອ​ຊຽນ​ເກມ​ຢູ່​ຕ່າງປະເທດ ໄດ້​ຫຼຽນ​ຄຳ​ຫຼາຍ​ສຸດ, ກ່ອນ​ໜ້າ​ນີ້, ຜົນງານ​ດີ​ທີ່​ສຸດ​ຢູ່​ຕ່າງປະເທດ​ແມ່ນ​ໄດ້ 174 ຫຼຽນ​ຄຳ ໃນ​ເອ​ຊຽນ​ພາ​ຣາ​ເກມ ທີ່​ອິນ​ຊອນ /ສາທາລະນະ​ລັດ​ເກົາຫຼີ ໃນ​ປີ 2014. ຂະນະ​ທີ່ ອັນ​ດັບ 2 ໃນ​ງານ​ປີ​ນີ້ ໄດ້ແກ່ ຍີປຸ່ນ ເຈົ້າພາບ ໄດ້ 64 ຫຼຽນ​ຄຳ, 60 ຫຼຽນ​ເງິນ ແລະ 62 ຫຼຽນ​ທອງ, ທີ 3 ອຸ​​ສ​ເບ​ກິ​​ສ​ຖານ 45 ຫຼຽນ​ຄຳ, 49 ຫຼຽນ​ເງິນ ແລະ 51 ຫຼຽນ​ທອງ. ສ່ວນ​ຜົນງານ​ຂອງ​ຄະນະ​ນັກ​ກິລາ​ຄົນ​ພິການ​ລາວ ສົ່ງ​ເຂົ້າ​ຮ່ວມ 4 ປະເພດ​ກິລາ​ຄື, ແລ່ນ​ລານ, ລອຍນ້ຳ, ລົດຖີບ ແລະ ບານບ້ວງ​ບໍ້​ເລື່ອນ​ຍິງ ເຊິ່ງ​ໄດ້​ສູ້​ສຸດ​ຂີດ​ແລ້ວ ແຕ່​ບໍ່​ໄດ້​ຫຼຽນ​ລາງວັນ​ກັບ​ບ້ານ. ຄັ້ງ​ຕໍ່​ໄປ ນະຄອນຫຼວງ​ໂດ​ຮາ ປະເທດ​ກາ​ຕາ ຈະ​ເປັນ​ເຈົ້າພາບ ໃນ​ປີ 2030.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ