ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ພະຈິກ 2026

  

ກະຊວງ ສສກ ຮ່ວມກັບລັດຖະບານອົດສະຕຣາລີ ສົ່ງເສີມການສະໜັບສະໜູນຄູ ໂດຍເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນ ຢູ່ ສປປ ລາວ
ເວລາອອກຂ່າວ: 2026-10-28 14:49:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 442 | ຄວາມນິຍົມ:



ກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ໄດ້ຈັດກອງປະຊຸມສຳມະນາ ຄັ້ງທີ 2 ກ່ຽວກັບ "ການຂຽນເອກະສານການຊ່ວຍເຫຼືອຄູ" ໃນລະຫວ່າງວັນທີ 19-23 ຕຸລາ 2026. ກອງປະຊຸມດັ່ງກ່າວ ຈະຊ່ວຍໃຫ້ຜູ້ເຝິກກອົບຮົມຄູ ສາມາດພັດທະນາເອກະສານທີ່ນຳໄປໃຊ້ໄດ້ຈິງ ເພື່ອສະໜັບສະໜູນຄູ, ພ້ອມທັງ ສົ່ງເສີມຄວາມສາມາດຂອງເຂົາເຈົ້າໃນການສ້າງ ແລະ ປັບປຸງເອກະສານເຫຼົ່ານັ້ນໃນອະນາຄົດ. ທ່ານ ປອ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ ກະຊວງ (ສສກ) ໄດ້ກ່າວວ່າ: "ເອກະສານເຝິກອົບຮົມ ຈະມີປະໂຫຍດສູງສຸດກໍຕໍ່ເມື່ອມີຄວາມຊັດເຈນ, ສາມາດນຳໄປປະຕິບັດໄດ້ຈິງ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ຂອງຄູ ແລະ ໂຮງຮຽນຕ່າງໆໃນ ສປປ ລາວ. ຜ່ານກອງປະຊຸມສຳມະນານີ້, ສະຖາບັນສ້າງຄູ ກຳລັງມີບົດບາດເປັນເຈົ້າການຫຼາຍຂຶ້ນໃນການຈັດເຮັດເນື້ອໃນສຳລັບການເຝິກອົບຮົມ ແລະ ການສະໜັບສະໜູນຄູ. ເຂົາເຈົ້າກຳລັງນຳໃຊ້ຄວາມຮູ້ທາງດ້ານວິຊາການ, ປະສົບການຈາກການຈັດກອງປະຊຸມເຝິກອົບຮົມທີ່ຜ່ານມາ ແລະ ຄວາມເຂົ້າໃຈກ່ຽວກັບຄວາມຕ້ອງການໃນການສະໜັບສະໜູນຄູໃນທ້ອງຖິ່ນ ເພື່ອພັດທະນາ ແລະ ປັບປຸງເອກະສານດັ່ງກ່າວໃຫ້ດີຂຶ້ນ. ນີ້ຖືເປັນບາດກ້າວທີ່ສຳຄັນ ທີ່ຈະກ້າວໄປສູ່ລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ທີ່ມີຄວາມຍືນຍົງ, ພ້ອມທັງເປັນການສົ່ງເສີມບົດບາດໄລຍະຍາວຂອງສະຖາບັນສ້າງຄູ ໃນຖານະຄູ່ຮ່ວມງານທາງດ້ານວິຊາການ ເພື່ອຮັບປະກັນຄຸນນະພາບການຮຽນການສອນ". ໃນກອງປະຊຸມ ບັນດາຄູເຝິກໄດ້ເອົາໃຈໃສ່ ພັດທະນາເນື້ອໃນສຳລັບການເຝິກອົບຮົມເພື່ອສະໜັບສະໜູນຄູໃນອະນາຄົດ ເຊິ່ງຈະຈັດຂຶ້ນໃນເດືອນມັງກອນ ປີ 2027. ການເຝິີກອົບຮົມດັ່ງກ່າວຈະເນັ້ນໃສ່ 2 ຂົງເຂດບຸລິມະສິດ ຄື: ການສອນແບບຄວບຫ້ອງ ແລະ ການພັດທະນາທັກສະດ້ານພາສາລາວ ແລະ ການອ່ານການຂຽນ. ຫົວຂໍ້ເຫຼົ່ານີ້ ແມ່ນຕອບສະໜອງຕໍ່ສະພາບຄວາມເປັນຈິງໃນຫ້ອງຮຽນປະຈຳວັນ, ລວມທັງການສອນນັກຮຽນທີ່ຢູ່ລະດັບຂັ້ນຮຽນທີ່ແຕກຕ່າງກັນ ແລະ ການຊ່ວຍເຫຼືອເດັກໃນການພັດທະນາທັກສະພາສາລາວ ທີ່ຈຳເປັນສຳລັບການມີສ່ວນຮ່ວມໃນຫ້ອງຮຽນ. ທ່ານ ໄມໂຄ ຄາຣີ ເລຂາເອກ ສະຖານທູດອົດສະຕຣາລີ ປະຈໍາ ສປປ ລາວ ໄດ້ກ່າວວ່າ: "ການສະໜັບສະໜູນທີມງານເຝິກອົບຮົມຄູ ໃຫ້ສາມາດພັດທະນາເອກະສານເຝິກອົບຮົມດ້ວຍຕົນເອງນັ້ນ ຖືເປັນການລົງທຶນທີ່ຍືນຍົງ ເພື່ອອະນາຄົດຂອງຄູ ແລະ ນັກຮຽນທົ່ວປະເທດລາວ. ເມື່ອເອກະສານເຫຼົ່ານີ້ ຖືກພັດທະນາໂດຍຜູ້ຊ່ຽວຊານດ້ານການສຶກສາ ທີ່ມີຄວາມເຂົ້າໃຈກ່ຽວກັບໂຮງຮຽນ ແລະ ຊຸມຊົນໃນທ້ອງຖິ່ນ, ເອກະສານຈະມີຄວາມສອດຄ່ອງ ກັບປະສົບການປະຈຳວັນ ຂອງຄູຫຼາຍຂຶ້ນ ແລະ ໃຫ້ແນວຄວາມຄິດທີ່ສາມາດນຳໄປປະຕິບັດຕົວຈິງໃນຫ້ອງຮຽນໄດ້. ການສ້າງຄວາມຊ່ຽວຊານ ແລະ ຄວາມເປັນເຈົ້າການໃນທ້ອງຖິ່ນຄືດັ່ງກ່າວ ຈະຊ່ວຍຮັບປະກັນວ່າຄູຈະໄດ້ຮັບການສະໜັບສະໜູນທີ່ຈຳເປັນຢ່າງຕໍ່ເນື່ອງ ໃນຂະນະທີ່ບູລິມະສິດດ້ານການສຶກສາມີການປ່ຽນແປງ". ວຽກງານນີ້ ຖືເປັນບາດກ້າວສຳຄັນໄປສູ່ລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ທີ່ຍືນຍົງ ແລະ ມີການນຳພາໂດຍບຸກຄະລາກອນໃນທ້ອງຖິ່ນຫຼາຍຂຶ້ນ. ຜ່ານການຮ່ວມມືລະຫວ່າງ ກະຊວງ ສສກ ຮ່ວມກັບລັດຖະບານອົດສະຕຣາລີ ໂດຍໄດ້ຮັບການສະໜັບສະໜູນຈາກ ແຜນງານບີຄວາ, ບັນດາສະຖາບັນສ້າງຄູ ກຳລັງເສີມສ້າງບົດບາດຂອງຕົນ ໃນຖານະຄູ່ຮ່ວມງານດ້ານວິຊາການ ເພື່ອຊ່ວຍໃຫ້ຄູສາມາດປັບປຸງການຮຽນການສອນໃຫ້ແກ່ນັກຮຽນທົ່ວປະເທດ. ໂດຍ: ແຜນງານບີຄວາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ