ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຕ້ອນຮັບຄະນະຜູ້ແທນກົມກອບກູ້ໄພພິບັດກອງທັບປະຊາຊົນຫວຽດນາມ
ເວລາອອກຂ່າວ: 2019-11-18 09:03:50 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 47 | ຄວາມນິຍົມ:



ວັນທີ 14 ພະຈິກນີ້, ຢູ່ຫ້ອງຮັບແຂກຂອງກົມພົວພັນຕ່າງປະເທດກະຊວງປ້ອງກັນ ປະເທດ, ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນກົມກອບກູ້ໄພພິບັດກອງທັບປະຊາຊົນຫວຽດນາມນຳໂດຍ ສະຫາຍ ພົນຈັດຕະວາ ເລ່ແມງຕຽນ ຮອງຫົວໜ້າກົມກອບກູ້ໄພພິບັດກອງທັບປະຊາຊົນຫວຽດນາມເນື່ອງໃນໂອກາດທີ່ຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ໃນໂອກາດນີ້ ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ສະຫາຍ ພົນຈັດຕະວາ ເລ່ແມງຕຽນ ພ້ອມດ້ວຍຄະນະໃນຄັ້ງນີ້ເຊິ່ງຈະເປັນການປະກອບສ່ວນເສີມສ້າງສາຍພົວພັນມິດຕະ ພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ-ສອງລັດ ແລະ ສອງກອງທັບປະຊາຊົນລາວ-ຫວຽດນາມໃຫ້ນັບມື້ແໜ້ນແຟ້ນ ຍິ່ງໆຂຶ້ນ. ສະຫາຍ ພົນຈັດຕະວາ ເລ່ແມງຕຽນ ກໍໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ສະຫາຍຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາ ຊົນລາວທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ລາຍງານ ແລະ ທົບທວນຄືນເຖິງໝາກຜົນຂອງການພົວພັນຮ່ວມມືລະຫວ່າງກະຊວງ ປ້ອງກັນປະເທດຫວຽດນາມ- ລາວ, ລວມທັງໝາກຜົນຂອງການພົບປະແລກປ່ຽນບົດຮຽນລະຫວ່າງສອງຄະນະຜູ້ແທນກອບກູ້ໄພພິບັດຂອງກອງທັບປະຊາຊົນຫວຽດນາມ-ລາວ ໃນຄັ້ງນີ້ ແລະ ໃຫ້ການຢືນຢັນວ່າຈະພະຍາຍາມຊຸກຍູ້ສຸດຄວາມສາມາດພ້ອມກັບຝ່າຍລາວໃນການປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ, ສອງກອງທັບກໍຄືຂອບເຂດການຮ່ວມມືການຊອກຄົ້ນ-ກອບກູ້ໄພພິບັດໃຫ້ແໜ້ນແຟ້ນ ແລະ ເລິກເຊິ່ງຍິ່ງໆຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ