ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ພະຈິກ 2026

  

ປິດເຝິກອົບຮົມ ວຽກງານຂ່າວສານ ໄລຍະສັ້ນທົ່ວກອງບັນຊາການທະຫານນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2026-10-16 14:18:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 583 | ຄວາມນິຍົມ:



ວັນທີ 16 ຕຸລາ 2026 ນີ້, ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ປິດຊຸດເຝິກອົບຮົມ ວຽກງານຂ່າວສານ ໄລຍະສັ້ນ ທົ່ວກອງບັນຊາການທະຫານນະຄອນຫຼວງວຽງຈັນ ຊຸດທີ III, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີ ສະຫາຍ ພັນເອກ ເພັດບັນດິດ ແປງນະທີ ຮອງຫົວໜ້າການເມືອງ, ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີ ສະຫາຍ ພັນເອກ ວັນເຮືອງ ສີວິໄລ ຫົວໜ້າກອງບັນນາທິການໜັງສືພິມກອງທັບ, ມີຄະນະພັກ-ຄະນະບັນຊາກົມກອງທີ່ຂຶ້ນກັບ, ຕາງໜ້າພະແນກສື່ມວນຊົນ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ຄູ-ອາຈານ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ. ສະຫາຍ ພັນໂທ ເຂັມເພັດ ຫັນທະວົງ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຜ່ານບົດລາຍງານ ຜົນການຈັດຕັ້ງເຝິກອົບຮົມ ວຽກງານຂ່າວສານ ໄລຍະສັ້ນ ຊຸດທີ III ທົ່ວກອງບັນຊາການທະຫານ ນະຄອນຫຼວງວຽງຈັນ, ຊຸດອົບຮົມດັ່ງກ່າວ ບັນດານັກເຝິກອົບຮົມ ໄດ້ພ້ອມກັນຄົ້ນຄວ້າຮໍ່າຮຽນກ່ຽວກັບ ຈັນຍາບັນ ຂອງຊື່ມວນຊົນ, ວິທີການຂຽນຂ່າວ, ວິທີການຂຽນບົດ, ການຂຽນບົດວຽກດີ-ຄົນເດັ່ນ ແລະ ເຄື່ອນໄຫວທັດສະນະເກັບກໍາຂໍ້ມູນຕົວຈິງ, ໂດຍມີນັກເຝິກອົບຮົມທີ່ມາຈາກບັນດາກົມກອງທີ່ຂຶ້ນກັບກອງບັນຊາການທະຫານນະຄອນຫຼວງວຽງຈັນ ເຂົ້າຮ່ວມຮັບການອົບຮົມ 25 ສະຫາຍ. ຜ່ານການອົບຮົມຕົວຈິງເຫັນວ່າ: ບັ້ນອົບຮົມໄດ້ຮັບການຊີ້ນໍາຢ່າງໃກ້ຊິດ ຈາກຄະນະຮັບຜິດຊອບທຸກພາກສ່ວນ ແລະ ການອໍານວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ບັ້ນເຝິກອົບຮົມ, ຄູ-ອາຈານໄດ້ເປັນເຈົ້າການ ຂຶ້ນຫ້ອງບັນລະຍາຍເອກະສານແຕ່ລະບົດຢ່າງຈະແຈ້ງ ແລະ ນຳພານັກອົບຮົມ ສົນທະນາແລກປ່ຽນຄຳຄິດເຫັນດ້ວຍບັນຍາກາດທີ່ສ້າງສັນ, ສ່ວນນັກເຝິກອົບຮົມ ມີຄວາມຮັບຜິດຊອບສູງ ໃນການປະຕິບັດຂໍ້ກຳນົດກົດລະບຽບ ຂອງຫ້ອງຮຽນໄດ້ເປັນຢ່າງດີ, ຕັ້ງໜ້າຄົ້ນຄວ້າຮໍ່າຮຽນ ແລະ ແລກປ່ຽນບົດຮຽນກັບຄູ-ອາຈານຢ່າງສ້າງສັນ ສາມາດຕີລາຄາຄວາມຮັບຮູ້-ເຂົ້າໃຈ ຂອງນັກເຝິກອົບຮົມ ຂັ້ນເກັ່ງ ໄດ້ 80% ແລະ ກາງ 20%. ຈາກນັ້ນ, ສະຫາຍ ພັນໂທ ບົວລຽນ ໄຊຍະຈັກ ຫົວໜ້າພະແນກໂຄສະນາ-ອົບຮົມ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ວ່າດ້ວຍການມອບໃບຢັ້ງຢືນໃຫ້ນັກເຝິກອົບຮົມວຽກງານຂ່າວສານ ຄັ້ງທີ III ທົ່ວກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ແລະ ໃຫ້ກຽດມອບໃບຢັ້ງຢືນໂດຍ ສະຫາຍ ພັນເອກ ເພັດບັນດິດ ແປງນະທີ ຮອງຫົວໜ້າການເມືອງ, ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານນະຄອນຫຼວງ ຢ່າງສົມກຽດ. ໂອກາດນີ້, ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ໄດ້ໂອ້ລົມຫຼາຍບັນຫາສຳຄັນ ພ້ອມທັງເນັ້ນໜັກໃຫ້ນັກເຝິກອົບຮົມແຕ່ລະສະຫາຍ ກໍາເອົາເນື້ອໃນທິດສະດີ ຫຼັກການ ແລະ ວິທີການຕ່າງໆ ທີ່ໄດ້ຄົ້ນຄວ້າຮໍ່າຮຽນຕະຫຼອດຊຸດອົບຮົມ ນໍາໄປຄົ້ນຄວ້າເຊື່ອມຊຶມໃຫ້ລະອຽດ ເພື່ອໝູນໃຊ້ເຂົ້າໃນວຽກງານຕົວຈິງຢູ່ກົມກອງ, ປັບປຸງດ້ານເນື້ອໃນ ແລະ ຮູບການ ກ່ຽວກັບວຽກງານຂ່າວສານ ຢູ່ບັນດາກົມກອງໃຫ້ດີຂຶ້ນ, ສືບຕໍ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະຂ່າວສານ ໃຫ້ໄດ້ດີກວ່າເກົ່າ, ກຳແໜ້ນມະຕິ ຄຳສັ່ງ ຂອງຄະນະພັກ-ຄະນະບັນຊາ ໃນແຕ່ລະໄລຍະ ໂດຍສະເພາະແມ່ນຄຳສັ່ງແນະນຳ ຂອງຂັ້ນເທິງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂ່າວສານ ຕາມສະພາບການຕ່າງໆ ບົນພື້ນຖານ ດັ່ງກ່າວເພື່ອສ້າງໃຫ້ພະນັກງານ- ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຮູ້ຈຳແນກ ມິດ ແລະ ສັດຕູຢ່າງຈະແຈ້ງ, ມີລະບຽບວິໄນເຂັ້ມງວດ, ຮັກສາໃຫ້ໄດ້ຈັນຍາບັນ ຂອງນັກຂ່າວປະຕິວັດ ແລະ ພ້ອມກັນເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງ ກໍຄື ກົມກອງ ມອບໝາຍໃຫ້. ໂດຍ: ຈອນນີ້ ອິນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ