ຄວາມຈໍາເປັນໃນການປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ໃຫ້ມີຄວາມສະດວກປອດໄພ ແລະ ເປັນລະບຽບຮຽບຮ້ອຍ
ເວລາອອກຂ່າວ: 2026-10-16 10:31:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 637 | ຄວາມນິຍົມ: ![]()
ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນ ທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາ 2026 ນີ້, ພາຍໃຕ້ການເປັນປະທານ ຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ທ່ານ ເຫຼັກໄຫຼ ສີວິໄລ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນ ທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ. ຜ່ານການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງວຽກງານຈະລາຈອນທາງບົກໃນໄລຍະຜ່ານມາ ເຫັນວ່າ ມີຄວາມຈໍາເປັນຢ່າງຍິ່ງ ທີ່ຈະຕ້ອງໄດ້ປັບປຸງກົດໝາຍສະບັບນີ້ ດ້ວຍເຫດຜົນ ຄື: ດ້ານເຄື່ອງມືໃນການຄຸ້ມຄອງ ເຊັ່ນ: ກົດໝາຍ ແລະ ນິຕິກຳໄຕ້ກົດໝາຍໃນປັດຈຸບັນຍັງບໍ່ທັນຄົບຖ້ວນ, ບາງເນື້ອໃນຍັງບໍ່ທັນຖືກຕ້ອງ ແລະ ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມໃນປັດຈຸບັນ ໂດຍສະເພາະ ວຽກງານຈະລາຈອນທາງບົກ ທີ່ມີການຂະຫຍາຍຕົວຢ່າງວ່ອງໄວ; ດ້ານຖານຂໍ້ມູນລວມສູນຍັງບໍ່ທັນມີລະບົບຖານຂໍ້ມູນລວມສູນ ເຊິ່ງເຮັດໃຫ້ການເກັບກຳສະຖິຕິ, ການຕິດຕາມກ່ຽວກັບວຽກງານຈະລາຈອນທາງບົກຍັງມີຄວາມຫຍຸ້ງຍາກ; ດ້ານການແບ່ງຂັ້ນຄຸ້ມຄອງ ການປະສານງານ ແລະ ການແບ່ງຄວາມຮັບຜິດຊອບ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ຍັງມີລັກສະນະຊໍ້າຊ້ອນ ແລະ ບໍ່ທັນມີປະສິດທິພາບເທົ່າທີ່ຄວນ.
ສໍາລັບໂຄງປະກອບ ຂອງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຜ່ານມາກົດໝາຍດັ່ງກ່າວມີທັງໝົດ 2 ສະບັບ, ສະບັບປີ 2000 ມີ 9 ໝວດ ແລະ 40 ມາດຕາ; ສະບັບປັດຈຸບັນນໍາໃຊ້ແຕ່ປີ 2012 (ສະບັບປັບປຸງຄັ້ງທີ 1) ມີທັງໝົດ XII ພາກ, 11 ໝວດ ແລະ 89 ມາດຕາ, ຮ່າງກົດໝາຍສະບັບປັບປຸງໃໝ່ ປະກອບມີ XII ພາກ, 11 ໝວດ ແລະ 100 ມາດຕາ (ສ້າງໃໝ່ 31 ມາດຕາ ແລະ ປັບປຸງມີ 69 ມາດຕາ).
ຄາດຄະເນຜົນໄດ້ຮັບ ຮ່າງກົດໝາຍສະບັບນີ້ ຈະເປັນເຄື່ອງມືສໍາຄັນໃນການຈັດຕັ້ງຜັນຂະຫຍາຍຍຸດທະສາດແຫ່ງຊາດ ດ້ານຄວາມປອດໄພທາງຫຼວງໄລຍະປີ 2021-2030, ສອດຄ່ອງກັບກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງ, ສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ສາມາດຍົກລະດັບການຄຸ້ມຄອງການຈະລາຈອນທາງບົກໃຫ້ມີຄວາມສະດວກ, ໂລ່ງລ່ຽນ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ເຮັດໃຫ້ຜູ້ນໍາໃຊ້ລົດ, ນໍາໃຊ້ທາງຫຼວງ ປະຕິບັດຖືກຕ້ອງຕາມກົດຈະລາຈອນທາງບົກ; ເປັນບ່ອນອີງໃນການຈັດຕັ້ງປະຕິບັດ ຂອງເຈົ້າໜ້າທີ່ຄຸ້ມຄອງການຈະລາຈອນທາງບົກ, ແນໃສ່ຫຼຸດຜ່ອນອຸບັດເຫດ, ຄວາມແອອັດໃນການສັນຈອນ, ປົກປ້ອງຊີວິດ, ຊັບສິນ ຂອງບຸກຄົນ, ຊັບສິນສາທາລະນະ, ແກ້ໄຂຄະດີຕ່າງໆ ກ່ຽວກັບການຈະລາຈອນທາງບົກທີ່ເກີດຂຶ້ນ, ຮັບປະກັນການເຊື່ອມໂຍງ-ເຊື່ອມຈອດ ກັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ ທັງເປັນການປະກອບສ່ວນເຂົ້າໃນການສ້າງລັດ ແຫ່ງ ສປປ ລາວ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍເທື່ອລະກ້າວ, ດຶງດູດການຮ່ວມມືດ້ານວິຊາການ, ການຊ່ວຍເຫຼືອຈາກຕ່າງປະເທດ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາເຂົ້າໃນວຽກງານການຈະລາຈອນທາງບົກໃຫ້ຫຼາຍຂຶ້ນ ເຮັດໃຫ້ການແບ່ງຂັ້ນຄຸ້ມຄອງ ແລະ ແບ່ງຄວາມຮັບຜິດຊອບ ລະຫວ່າງສູນກາງ ແລະ ທ້ອງຖິ່ນມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ; ສ້າງວຽກເຮັດງານທໍາ ແລະ ຍົກລະດັບຄຸນນະພາບຊີວິດ ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ ແລະ ສ້າງຄວາມເຊື່ອໝັນໃຫ້ພາກທຸລະກິດ, ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາຕໍ່ວຽກງານການຈະລາຈອນທາງບົກໃນ ສປປ ລາວ.
ໂດຍ: ແສງເດືອນ+ນາງ ເກດແກ້ວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















