ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ການ​ພົບ​ປະ​ ປະຈຳ​ປີ​ຂອງ​ລັດຖະມົນຕີ​ປ້ອງ​ກັນ​ປະເທດ ສາມ​ປະເທດ ຫວຽດນາມ-ລາວ-ກຳປູເຈຍ
ເວລາອອກຂ່າວ: 2026-10-16 09:59:39 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 203 | ຄວາມນິຍົມ:



ຕາມ​ແຫຼ່ງ​ຂ່າວ ​ກປ.ອອນ​ໄລ, ຕອນ​ບ່າຍ​ວັນ​ທີ 14 ຕຸລາ, ການ​ພົບ​ປະ​ ປະຈຳ​ປີ​ຂອງ​ລັດຖະມົນຕີ​ປ້ອງ​ກັນ​ປະເທດ ສາມ​ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ໄດ້​ຈັດ​ຂຶ້ນ​ທີ່​ນະຄອນຫຼວງ​ຮ່າ​ໂນ້ຍ ​ສສ ຫວຽດນາມ. ການ​ພົບ​ປະ​ດັ່ງກ່າວ, ໄດ້​ດຳເນີນ​ພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມ​ຂອງ ​ທ່ານ ພົນ​ເອກ ຟານ​ວັນ​ຢາງ ກຳມະການ​ກົມ​ການເມືອງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ​ຫວຽດນາມ; ທ່ານ ​ພົນ​ເອກ ຄຳ​ລຽງ ອຸ​ທະ​ໄກສອນ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ຮອງ​ນາຍົກ​ລັດ ຖະ​ມົນຕີ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ​ລາວ; ທ່ານ ພົນ​ເອກ ເຕຍ ເສ​ຫາ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ​ກຳປູເຈຍ. ທີ່​ການ​ພົບ​ປະ, ທ່ານ ​ພົນ​ເອກ ຟານ​ວັນ​ຢາງ ສະແດງ​ຄວາມ​ປິ​ຕິ​ຊົມຊື່ນ​ທີ່​ໄດ້​ໃຫ້​ເຫັນ​ຜົນງານ​ອັນ​ຍິ່ງ​ໃຫຍ່​ທີ່​ສາມ​ປະເທດ​ບັນລຸ​ໃນ​ພາລະກິດ​ການ​ສ້າງສາ ແລະ ປົກ​ປັກ​ຮັກສາ​ປະເທດ, ຄວາມ​ສາມັກຄີ​ລະຫວ່າງ​ຫວຽດນາມ, ລາວ ແລະ ກຳປູເຈຍ ນັບ​ມື້​ນັບ​ສະໜິດ​ຕິດ​ພັນ, ແໜ້ນ​ແຟ້ນ; ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ແລະ ພັກ​ປະຊາຊົນ​ກຳປູເຈຍ, ລາວ ແລະ ກຳປູເຈຍ ຈະ​ສືບຕໍ່​ບັນລຸ​ຜົນ ງານ​ທີ່​ຍິ່ງ​ໃຫຍ່​ກວ່າ​ເກົ່າ, ສືບຕໍ່​ປັບປຸງ​ຖານະ​ບົດບາດ, ພາບ​ພົດ​ຂອງ​ປະເທດ​ໃນ​ເວທີ​ສາກົນ. ທ່ານ ພົນ​ເອກ ຟານ​ວັນ​ຢາງ ຢືນຢັນ​ວ່າ, ຫວຽດນາມ ປາຖະໜາ​ຢາກ​ຮ່ວມ​ມື​ກັບ ລາວ, ກຳປູເຈຍ ແລະ ບັນດາ​ປະເທດ​ໃນ​ພາກ​ພື້ນ​ຢ່າງ​ແໜ້ນ​ແຟ້ນ, ຕິດ​ກັບ​ຂະ​ບວນ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ. ຫວຽດນາມ ຍາມ​ໃດ​ກໍ​ໃຫ້​ບຸລິມະສິດ​ແຖວ​ໜ້າ​ໃຫ້ການ​ປັບປຸງ ແລະ ເພີ່ມ​ທະວີ​ສາຍ​ພົວພັນ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ຕິດ​ພັນ​ກັບ​ລາວ ແລະ ກຳປູເຈຍ ຢ່າງ​ບໍ່​ຢຸດ​ຢັ້ງ; ຍາມ​ໃດ​ກໍ​ເຄົາລົບ​ການ​ສະໜັບສະໜູນ, ການ​ຊ່ວຍເຫຼືອ​ຢ່າງ​ຈິງ​ໃຈ ແລະ ຈົງ​ຮັກ​ພັກດີ​ຂອງ​ສອງ​ປະເທດ​ໃນ​ພາລະກິດ​ການ​ຕໍ່ສູ້​ເພື່ອ​ປົດ​ປ່ອຍ​ຊາດ, ທ້ອນໂຮມ​ປະເທດ​ຊາດ​ເປັນ​ເອກະ​ພາບ​ກ່ອນ​ໜ້າ​ນັ້ນ ກໍ​ຄື​ໃນ​ພາລະກິດ​ການ​ສ້າງສາ ແລະ ປົກ​ປັກ​ຮັກສາ​ປະເທດ​ໃນ​ປັດຈຸບັນ. ທ່ານ ພົນ​ເອກ ຄຳ​ລຽງ ອຸ​ທະ​ໄກສອນ ໄດ້​ເນັ້ນ​ໜັກ​ວ່າ: ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ, ການ​ເຂົ້າ​ຮ່ວມ​ການ​ພົບ​ປະ​ປະຈຳ​ປີ​ຂອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ສາມ​ປະເທດ ແລະ ການ​ເຝິກ​ຊ້ອມ​ຮ່ວມ​ປ້ອງ​ກັນ​ພົນ​ລະ​ເຮືອນ​ລະຫວ່າງ​ກອງທັບ​ສາມ​ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ໃນ​ປີ 2026 ເປັນ​ກາລະ​ໂອກາດ​ທີ່​ເຮັດ​ໃຫ້​ສາຍ​ພົວພັນ​ທີ່​ມາ​ແຕ່​ດົນ​ນານ​ລະຫວ່າງ​ສາມ​ປະເທດ ເວົ້າ​ລວມ, ກອງທັບ​ສາມ​ປະເທດ ເວົ້າ​ສະເພາະ​ເລິກເຊິ່ງ​ກວ່າ​ອີກ. ທ່ານ​ໄດ້​ສະແດງ​ຄວາມ​ປິ​ຕິ​ຊົມຊື່ນ​ຕໍ່​ໝາກຜົນ​ອັນ​ດີງາມ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະເທດ ສາມ​ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ທີ່​ຮ່ວມ​ກັນ​ຍາດ​ໄດ້​ຜົນສຳເລັດ​ຢ່າງ​ຕັ້ງໜ້າ​ໃນ​ຊຸມ​ປີຜ່ານມາ. ທ່ານ ພົນ​ເອກ ເຕຍ ເສ​ຫາ ຢືນຢັນ​ວ່າ: ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ, ການ​ເຂົ້າ​ຮ່ວມ​ການ​ພົບ​ປະ​ປະຈຳ​ປີ​ຂອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ສາມ​ປະເທດ ແລະ ການ​ເຝິກ​ຊ້ອມ​ຮ່ວມ​ປ້ອງ​ກັນ​ພົນ​ລະ​ເຮືອນ​ລະຫວ່າງ​ກອງທັບ​ສາມ​ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ປີ 2026 ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ​ການ​ພົວພັນ ລະຫວ່າງ​ສາມ​ປະເທດ, ປະກອບ ສ່ວນ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ ແລະ ​ການ​ພັດທະນາ​ທີ່​ຈະເລີນ​ຮຸ່ງເຮືອງ​ໃນ​ພາກ​ພື້ນ ແລະ​ ໃນ​ໂລກ. ທ່ານ​ໄດ້​ຕີ​ລາຄາ​ສູງ​ຕໍ່​ໝາກຜົນ​ການ​ຮ່ວມ​ມື​ລະຫວ່າງ​ສາມ​ປະເທດ ເວົ້າ​ລວມ, ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະເທດ​ສາມ​ປະເທດ ເວົ້າ​ສະເພາະ; ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ, ໃນ​ໄລຍະ​ຈະ​ມາ​ເຖິງ​ຈະ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ລະຫວ່າງ​ສາມ​ປະເທດ​ບົນ​ພື້ນຖານ​ການ​ເຄົາລົບ​ເອກະລາດ, ອະທິປະ​ໄຕ, ຜົນ​ປະໂຫຍດ​ຂອງ​ຊາດ​ຂອງ​ແຕ່​ລະ​ປະເທດ​ກວ່າ​ອີກ; ຢືນຢັນ​ວ່າ ຈະ​ສະໜັບສະໜູນ​ຫວຽດນາມ ແລະ ລາວ ໃນ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ໃນ​ພາກ​ພື້ນ ແລະ ສາກົນ, ເປັນຕົ້ນ​ແມ່ນ ເວທີ​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ​ອາ​ຊຽນ (ADMM) ແລະ ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ​ອາ​ຊຽນ ເປີດ​ກວ້າງ (ADMM+). ກ່ຽວ​ກັບ​ທິດ​ທາງ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ ພົນ​ເອກ ຟານ​ວັນ​ຢາງ ສະເໜີ​ໃຫ້​ທັງ​ສາມ​ຝ່າຍ​ ສືບຕໍ່​ສົມທົບ​ກັນ, ຜັນ​ຂະຫຍາຍ​ເນື້ອ​ໃນ​ການ​ຮ່ວມ​ມື. ໃນ​ນາມ​ການ​ນຳ​ກະຊວງ​ປ້ອງ​ກັນ​ປະເທດຫວຽດນາມ ສະແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ຄະນະ​ຜູ້​ແທນ ສອງ​ຄະນະ ທີ່​ນຳ​ໂດຍ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ​ລາວ ແລະ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ​ກຳປູເຈຍ ເຂົ້າ​ຮ່ວມ​ງານ​ວາງສະແດງ​ປ້ອງ​ກັນ​ຊາດ​ສາກົນ​ຫວຽດນາມ ຄັ້ງ​ທີ 3 ໃນ​ເດືອນ​ທັນວາ ປີ​ນີ້ ທີ່​ຮ່າ​ໂນ້ຍ. ນອກຈາກ​ນັ້ນ, ການ​ພົບ​ປະ​ຄັ້ງ​ນີ້, ທ່ານ ພົນ​ເອກ ຟານ​ວັນ​ຢາງ, ທ່ານ ພົນ​ເອກ ຄຳ​ລຽງ ອຸ​ທະ​ໄກສອນ ແລະ​ ທ່ານ ພົນ​ເອກ Tea Seiha ຍັງ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ໃນ​ໂລກ, ໃນ​ພາກ​ພື້ນ ແລະ ຜົນງານ​ທີ່​ໜ້າ​ພາກພູມ​ໃຈ​ຂອງ​ສາມ​ປະເທດ, ສາມ​ກອງທັບ ໃນ​ໄລຍະ​ຜ່ານ​ມາ, ທ່າມກາງ​ການ​ຜັນ​ແປ​ຂອງ​ພູມີສາດ​ການເມືອງ​ໂລກ ທີ່​ຄາດ​ຄະເນ​ໄດ້​ຍາກ. ໃນ​ຕອນ​ທ້າຍ​ຂອງ​ການ​ພົບ​ປະ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ 3 ປະເທດ ຍັງ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ການ​ພົບ​ປະ ປະຈຳ​ປີ 2026 ຕື່ມ​ອີກ. ແຫຼ່ງ​ຂ່າວ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ກ່ອນ​ໜ້າ​ນັ້ນ ວັນ​ທີ 13 ຕຸລາ, ທີ່​ສຳນັກງານ​ນາຍົກລັດຖະມົນຕີ, ທ່ານ ເລ​ມິງ​ຮືງ ນາຍົກລັດຖະ ມົນຕີ ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ພົນ​ເອກ ຄຳ​ລຽງ ອຸ​ທະ​ໄກສອນ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ​ລາວ ທີ່​ພວມ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມ​ກອງ​ປະຊຸມ​ພົບ​ປະ ​ປະຈຳ​ປີ​ລະຫວ່າງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ 3 ປະເທດ ຫວຽດນາມ-ກຳປູເຈຍ-ລາວ ຄັ້ງ​ທີ 10 ແລະ ເປັນ​ສັກຂີ​ພິຍານ​ການເ​ຝິກ​ຊ້ອມ​ຮ່ວມ​ປ້ອງ​ກັນ​ພົນ​ລະ​ເຮືອນ​ລະຫວ່າງ​ກອງ ທັບ 3 ປະເທດ ຄັ້ງ​ທີ 5. ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ ເລ​ມິງ​ຮືງ ໄດ້​ສະເໜີ​ສອງ​ຝ່າຍ​ສືບຕໍ່​ເສີມ​ຂະຫຍາຍ​ກົນ​ໄກ, ຂໍ້​ຕົກລົງ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດທິ​ຜົນ, ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການເມືອງ-ຍຸດ​ທະ​ສາດ, ເພີ່ມ​ທະວີ​ການ​ແບ່ງປັນ ແລະ ປົກ​ປ້ອງ​ຜົນ​ປະໂຫຍດ​ອັນ​ຊອບ​ທຳ​ຂອງ​ກັນ, ສົມທົບ​ກັນ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ດ້ານ​ປ້ອງ​ກັນ, ຊຸກຍູ້​ ການ​ຮ່ວມ​ມື​ດ້ານ​ອຸດສາຫະກຳ​ປ້ອງ​ກັນ​ຊາດ ແລະ ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ; ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ວຽກ​ງານ​ການເມືອງ, ກໍ່ສ້າງ​ກອງທັບ​ສອງ​ປະເທດ ໃຫ້​ໝັ້ນຄົງ​ເຂັ້ມແຂງ, ແມ່ນ​ກຳລັງ​ຈົ່ງ​ຮັກ​ພັກດີ, ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ພັກ, ລັດ ແລະ ປະຊາຊົນ​ແຕ່​ລະ​ປະເທດ. ສ່ວນ​ທ່ານ ພົນ​ເອກ ຄຳ​ລຽງ ອຸ​ທະ​ໄກສອນ ຢືນຢັນ​ວ່າ: ກະຊວງ​ປ້ອງ​ກັນ​ປະເທດ​ລາວ ຈະ​ສືບຕໍ່​ສົມທົບ​ຢ່າງ​ແໜ້ນ​ແຟ້ນ​ກັບ​ກະຊວງ​ປ້ອງ​ກັນ​ປະເທດ​ຫວຽດນາມ ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ ແລະ ຂໍ້​ຕົກລົງ​ລະຫວ່າງ​ສອງ​ກະຊວງ​ຢ່າງ​ມີ​ປະ​ສິດທິ​ຜົນ, ປະ ກອບສ່ວນ​ປັບປຸງ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິເສດ, ການ​ຮ່ວມ​ມື​ຮອບດ້ານ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ ລາວ-ຫວຽດນາມ; ສອງ​ຝ່າຍ​ຈະ​ສົມທົບ​ກັນ​ກະກຽມ ແລະ ຈັດ​ຕັ້ງ​ບັນດາ​ການເຄື່ອນໄຫວ​ໃນ​ຂອບ​ເຂດ “ປີ​ສາມັກຄີ​ມິດຕະພາບ 2027” ສະເຫຼີມສະຫຼອງ 65 ປີ ແຫ່ງ​ວັນ​ສ້າງຕັ້ງ​ການ​ພົວພັນ​ທາງ​ການ​ທູດ ແລະ 50 ປີ ແຫ່ງ​ວັນ​ລົງ​ນາມ​ໃນ​ສົນທິສັນຍາ​ມິດຕະພາບ ແລະ ການ​ຮ່ວມ​ມື​ລະ ຫວ່າງ​ສອງ​ປະເທດ​ເປັນ​ຢ່າງ​ດີ, ປະກອບສ່ວນ​ສຶກ​ສາ​ອົບຮົມ​ມູນເຊື້ອ, ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ແກ່​ປະຊາຊົນ, ເປັນຕົ້ນ​ແມ່ນ​ຄົນ​ຮຸ່ນ​ໜຸ່ມ ກ່ຽວ​ກັບ​ສາຍ​ພົວພັນ​ສາມັກຄີ, ມິດຕະພາບ​ແບບ​ພິເສດ ຫວຽດນາມ-ລາວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ