ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ແມັກ ເວີ​ສະ​ແຕັບ​ເປິ້ນ ໄດ້​ແຊັມ F1 ເປັນ​ສະໜາມ​ທີ 2 ຕິດຕໍ່​ກັນ​ໃນ ລາຍການ Singapore Grand Prix
ເວລາອອກຂ່າວ: 2026-10-16 09:54:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 333 | ຄວາມນິຍົມ:



ການ​ແຂ່ງຂັນ​ລົດ​ສູດ​ໜຶ່ງ ຟໍຣ​ມູ​ລ້າ​ 1 ສະໜາມ​ທີ 17 ຂອງ​ປີ ລາຍການ Singapore Grand Prix ທີ່​ສະໜາມ Marina Bay Street Circuit, ປະເທດ​ສິງກະໂປ ທ້າຍ​ອາທິດ​ຜ່ານ​ມາ. ຜົນ​ປະກົດ​ວ່າ: ແມັກ ເວີ​ສະ​ແຕັບ​ເປິ້ນ ແຊັມ​ໂລກ 4 ສະໄໝ ຊາວ​ໂຮນ​ລັງ ຮອງ​ແຊັມ​ໂລກ​ປີ ຜ່ານມາ ຈາກ​ຄ້າຍ Red Bull Racing-Ford ພາຍຫຼັງ​ປະສົບ​ຜົນສຳເລັດ​ໄດ້​ແຊັມ​ສະໜາມ​ທຳ​ອິດ​ໃນ​ປີ​ນີ້ Bahrain Grand Prix ໃນ​ອາທິດ​ກ່ອນ ມາ​ໃນ​ອາ ທິດ​ນີ້ ຍັງ​ຜົນງານ​ດີ​ຕໍ່​ເນື່ອງ ອອກ​ຕົວ​ເປັນ​ຄົນ​ທຳ​ອິດ ແລະ ປະຄອງ​ລົດ​ຄູ່​ໃຈ​ເຂົ້າ​ເສັ້ນ​ໄຊ​ເປັນ​ຄົນ​ທຳ​ອິດ ດ້ວຍ​ເວລາ 1 ຊົ່ວໂມງ 42 ນາທີ 0,785 ວິນາທີ ເອົາ​ຊະນະ ຊາວ ເລັກ​ເລີ ຊາວ​ໂມ​ນາ​ໂຄ ຈາກ​ທີມ​ເຟີ​ຣາ​ຣີ 7 ກວ່າ​ວິນາທີ. ສ່ວນທີ 3 ສະໜາມ​ນີ້​ເປັນ​ຂອງ ຄີ​ມີ້ ອັນໂຕ​ເນວ​ລີ້ ດາວ​ເດັ່ນ ໄວ 19 ປີ ຊາວ​ອີ​ຕາ​ລີ ຈາກ​ທີມ​ເມີ​ຊີ​ເດ​​ັສ ຜູ້ນຳ​ຄະແນນ​ລວມ ຕາມ​ຫຼັງ​ແຊັມ 24 ກວ່າ​ວິນາທີ. ຂະນະ​ທີ່ ລຸຍ ຮາ​ມິນ​ຕັນ ແຊັມ​ໂລກ 7 ສະໄໝ ຈາກ​ທີມ​ເຟີ​ຣາ​ຣີ ຈົບ​ອັນ​ດັບ​ທີ 6. ທາງ​ດ້ານ ແຊັມ​ເກົ່າ ແລນ​ໂດຣ ນໍ​​ຣ​ຣິ​​ສ ຈາກ​ຄ້າຍ McLaren-Mercedes ຈົບ​ອັນ​ດັບ​ທີ 4. ຂະນະ​ທີ່ ເຟີ​ນັນ​ໂດ ອາ​ລອນ​ໂຊ້ ແຊັມ​ໂລກ 2 ສະໄໝ ຊາວ​ແອ​​ັດສ​ະປາຍ ຈາກ​ທີມ Aston Martin Aramco-Honda ຈົບ​ອັນ​ດັບ​ທີ 16. ສະຫຼຸບ​ຄະແນນ​ນັກ​ຂັບ​ຜ່ານ​ໄປ 17 ສະໜາມ ຜູ້ນຳ​ຍັງ​ຄົງ​ແມ່ນ ຄີ​ມີ້ ອັນໂຕ​ເນວ​ລີ້ ມີ 340 ຄະແນນ, ທີ​ສອງ ​ຈັອສ ​ຣັສ​ເຊວ ມີ 238 ຄະແນນ, ທີ 3 ລຸຍ ຮາ​ມິນ​ຕັນ ມີ 229 ຄະແນນ, ຂະນະ​ທີ່ ແມັກ ເວີ​ສະ​ແຕັບ​ເປິ້ນ ຂຶ້ນ​ມາ​ຢູ່​ທີ 4 ມີ 221 ຄະແນນ, ສ່ວນ ແຊັມ​ເກົ່າ ແລນ​ໂດຣ ນໍ​​ຣ​ຣິ​​ສ ຢູ່​ທີ 6 ມີ 201 ຄະແນນ. ສະຫຼຸບ​ຄະແນນ​ທີມ​ຜູ້​ສ້າງຜູ້ນຳ​ແມ່ນ ເມີ​ຊີ​ເດ​​ັສ ມີ 578 ຄະແນນ, ທີ​ສອງ ເຟີ​ຣາ​ຣີ້ 444 ຄະແນນ, ທີ​ສາມ ເມັກ​ຄາ​ເຣນ-ເມີ​ຊີ​ເດ​​ັຊ ມີ 339 ຄະແນນ. ສະໜາມ​ຕໍ່​ໄປ ສະໜາມ​ທີ 18 ລາຍການ US Grand Prix ທີ່​ສະໜາມ Circuit of the Americas, ລັດ​ເທັກ​​ຊັສ, ສະຫະລັດ ອາ​ເມ​ຣິ​ກາ ຈະ​ແຂ່ງຂັນ​ວັນ​ທີ 25 ຕຸລາ​ນີ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ