ກວດກາປະເມີນຄວາມຄືບໜ້າ ໂຄງການກໍ່ສ້າງເຮືອນນອນ, ຫ້ອງການ, ສະຖານທີ່ຄ້າຍຄູ ຢູ່ກອງພັນໃຫຍ່ 302
ເວລາອອກຂ່າວ: 2026-10-16 09:17:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 221 | ຄວາມນິຍົມ: ![]()
ວັນທີ 14 ຕຸລາ 2026 ນີ້, ກົມກໍ່ສ້າງຊັບສິນ ກົມໃຫຍ່ພະລາທິການກອງທັບ ແລະ ພະແນກການທີ່ກ່ຽວຂ້ອງ ກອງພົນທີ 3 ໄດ້ເຄື່ອນໄຫວກວດກາປະເມີນຄວາມຄືບໜ້າ ໂຄງການກໍ່ສ້າງເຮືອນນອນ, ຫ້ອງການ ສະຖານທີ່ຄ້າຍຄູ ຢູ່ກອງພັນໃຫຍ່ 302 ກອງພົນທີ 3, ນຳໂດຍ ສະຫາຍ ພັນເອກ ບຸນມັງ ໂຄດຂຸນຕາ ຮອງຫົວໜ້າກົມກໍ່ສ້າງຊັບສິນ ກົມໃຫຍ່ພະລາທິການກອງທັບ, ສະຫາຍ ພັນເອກ ຄຳຕັນ ແສງມະລາພອນ ຫົວໜ້າຫ້ອງການເມືອງ ກອງພົນທີ 3, ສະຫາຍ ພັນໂທ ວິໄຊ ລວງໄຊສຸກ ຫົວໜ້າຫ້ອງພະລາທິການ ກອງພົນທີ 3 ພ້ອມດ້ວຍທີມງານຈາກກະຊວງປ້ອງກັນປະເທດ, ທີມງານກອງພົນທີ 3, ມີສະຫາຍ ພັນເອກ ຄຳອ້ວນ ວຽງສະຫວັນ ຫົວໜ້າການເມືອງ ກອງພັນໃຫຍ່ 302 ພ້ອມດ້ວຍຄະນະ, ມີບັນດາຫົວໜ້າບໍລິສັດຮັບເໝົາກໍ່ສ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ບານເພັດ ແພງດວງຈັນ ຫົວໜ້າພະແນກກໍ່ສ້າງ ກອງພົນທີ 3 ໄດ້ລາຍງານຄວາມຄືບໜ້າ ໂຄງການກໍ່ສ້າງກອງພັນໃຫຍ່ 302 ໃຫ້ຮູ້ວ່າ: ໂຄງການກໍ່ສ້າງເຮືອນນອນ, ຫ້ອງການ, ສະຖານທີ່ຄ້າຍຄູ ຢູ່ກອງພັນໃຫຍ່ 302 ເປັນໂຄງການ ຂອງກະຊວງປ້ອງກັນປະ ເທດໂດຍກົງ ໂດຍມີ 3 ບໍລິສັດເປັນຜູ້ຮັບເໝົາກໍ່ສ້າງຄື: ບໍລິສັດ ແກ້ວຈິນດາ, ບໍລີສັດ KS ອິນເຕີ, ບໍລິສັດ PDL (ພອນດາລັດ) ເປັນຜູ້ຮັບເໝົາກໍ່ສ້າງ ໃນນີ້, ບໍລິສັດ ແກ້ວຈິນດາ ຮັບເໝົາກໍ່ສ້າງ 20 ລາຍການ ລວມມູນຄ່າສັນຍາທັງໝົດ 47.999.368.474 ກີບ ໃນນີ້, ຫ້ອງການ ກອງພັນໃຫຍ່ 302 ສຳເລັດ 56%, ເຮືອນນອນໂສດ ມີ 10 ຫຼັງ ກໍ່ສ້າງ 6 ຫຼັງ ສຳເລັດ 42%, ເຮືອນນອນ ຂອງຄະນະກອງຮ້ອຍສຳເລັດ 10%, ບຸກເບີກປັບໜ້າດິນ, ຖົມດິນ ແລະ ຕັດແລວທາງສຳເລັດ 60%; ບໍລິສັດ KS ອິນເຕີ ຮັບເໝົາກໍ່ ສ້າງທັງໝົດ ມີ 18 ລາຍການ ລວມມູນຄ່າສັນຍາທັງໝົດ 29.122.896.494 ກີບ ສະເລ່ຍການກໍ່ສ້າງທັງໝົດສຳເລັດ 42,91%, ບໍລິສັດ PDL (ພອນດາລັດ) ຮັບເໝົາກໍ່ສ້າງທັງໝົດ 18 ລາຍການ ລວມມູນຄ່າສັນຍາທັງໝົດ 30.386.722.686 ກີບ ສະເລ່ຍການກໍ່ສ້າງສຳເລັດ 63,14%, ສະເລ່ຍລວມທັງໝົດການກໍ່ສ້າງເຮືອນນອນ, ຫ້ອງ ການ, ສະຖານທີ່ຄ້າຍຄູ່ ທົ່ວກອງພັນໃຫຍ່ 302 ສຳເລັດ 39,82%.
ໂອກາດນີ້, ທັງ 3 ບໍລິສັດ ໄດ້ລາຍງານໂດຍຫຍໍ້ໃນການກໍ່ສ້າງໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ດ້ານງົບປະມານ ແລະ ດ້ານວິຊາການໃນການກໍ່ສ້າງ ພາກສະໜາມຕົວຈິງ ລະຫວ່າງເຈົ້າຂອງໂຄງການ ກັບບໍລິສັດ ຜູ້ຮັບເໝົາກໍ່ສ້າງໂຄງການກອງພັນໃຫຍ່ 302 ໂດຍສະເພາະແມ່ນປະຕິບັດຕາມແຜນການ ແລະ ທິດຊີ້ນຳ ຂອງຂັ້ນເທິງວາງອອກ ໄດ້ບັນລຸໄປຕາມສັນຍາ ແລະ ຮັບປະກັນໄດ້ທາງດ້ານຄຸນນະພາບ. ພ້ອມນີ້, ຄະນະໜ່ວຍງານທີ່ກ່ຽວຂ້ອງ ຍັງໄດ້ຜັດປ່ຽນກັນປະກອບຄຳຄິດເຫັນ ແລະ ປຶກສາຫາລື, ຖອດຖອນບົດຮຽນ ກັບບໍລິສັດຮັບເໝົາກໍ່ສ້າງ ເຮັດໃຫ້ການກໍ່ສ້າງໃນຕໍ່ໜ້າໃຫ້ດຳເນີນໄປຕາມແຜນ ແລະ ສຳເລັດຕາມຄາດໝາຍທີ່ວາງໄວ້.
ຂ່າວ: ພອນແກ້ວ ວິໄລສັກ
ພາບ: ໄຊຄຳ ສຸຍະອິນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















