ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ພະຈິກ 2026

  

ກອງພັນ 162 ກອງ​ພົນ​ທີ 1 ຈັດ​ຕັ້ງ​ເຄື່ອນ​ທັບ​ແບບ​ທາງໄກ
ເວລາອອກຂ່າວ: 2026-10-16 09:11:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 245 | ຄວາມນິຍົມ:



ໂດຍ​ປະຕິບັດ​ຕາມ​ແຜນການ​ອົບຮົມ-ຫັດ​ແອບ​ຂອງ​ກົມ​ກອງ​ໃນ​ການ​ເຄື່ອນ​ທັບ​ແບບ​ທາງໄກ ປະຈຳ​ປີ 2026 ຂອງ​ກອງ​ພົນ​ທີ 1. ໃນ​ຕົ້ນ​ເດືອນຕຸລາ 2026 ກອງ​ພັນ​​ 162 ໄດ້​ຈັດ​ຕັ້ງ​ເຄື່ອນ​ທັບ​ແບບ​ທາງໄກ ​ໂດຍ​ຊີ້​ນຳ​ພາກ​ສະໜາມ​ຂອງ ສະຫາຍ ພັນໂທ ຮີໂລ້ ພິມ​ມະ​ສອນ ຫົວໜ້າພະ​ ແນກ​ອົບຮົມຫ້ອງ​ເສນາ​ທິ​ການ ກອງ​ພົນ​ທີ 1, ມີ​ ສະຫາຍ ພັນໂທ ສອນ​ພັນ ລໍ​ຈິງ​ຄູນ​ພັນ ຮອງ​ຫົວ ໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ພົນ​ທີ 1 ເປັນ​ຜູ້​ບັນຊາ-ຊີ້​ນຳ​ກຳລັງ​ເຄື່ອນ​ທັບ​ໃນ​ຄັ້ງ​ນີ້. ພາຍຫຼັງ​ໄດ້​ເຕົ້າໂຮມ​ກຳລັງ​ສຳເລັດສະຫາຍ​ຮອງ​ຫົວໜ້າ​ການ​ທະຫານ​ກອງພັນ 162 ໄດ້​ຈັດ​ຕັ້ງ​ເອີ້ນ​ແຖວ​ກວດກາ​ຈຳນວນ​ພົນ, ອາວຸດ, ການ​ປະກອບ​ຢ່າງ​ລະອຽດ​ຕາມ​ລະບຽບ ແລະ ຫຼັກ ການ ແລ້ວ​ລາຍ​ງານ​ການ​ກະ ກຽມ​ສຳເລັດຕໍ່​ສະຫາຍຫົວໜ້າ​ການ​ທະຫານ​ກອງພັນ. ຈາກ​ນັ້ນ, ສະຫາຍ​ຫົວໜ້າ​ການທະຫານ ​ກອງພັນກໍໄດ້​ລາຍ​ງານ​ຂໍອະນຸ ຍາດ​ລົງ​ຄຳ​ສັ່ງ​ເຄື່ອນ​ທັບ​ຕໍ່​ຜູ້​ບັນຊາ-ຊີ້​ນຳ​ກຳລັງ​ເຄື່ອນ​ທັບ ພ້ອມ​ທັງ​ບັນຊາ​ກຳລັງ​ເຄື່ອນ​ທັບ​ໄປ​ສູ່​ຈຸດ​ທີ່​ໝາຍ. ໄລຍະ​ທາງ​ການ​ເຄື່ອນ​ທັບ 19 ກິໂລແມັດ, ເປ້​ໜັກ 20-25 ກິ​ໂລກະ​ຣາມ, ມີ​ຈຳນວນ​ພົນ​ເຂົ້າ​ຮ່ວມ 50 ສະຫາຍ ເສັ້ນທາງ​ການ​ເຄື່ອນ​ທັບ​ສ່ວນ​ໃຫຍ່​ເປັນ​ເສັ້ນທາງ​ເປີດ​ແປນ ເຊິ່ງ​ໄດ້​ຜ່ານ​ຄອງເໝືອງ, ຂົວ, ທົ່ງ​ນາ, ບ້ານ​ປະ​ຊາ​​​ຊົນ, ຜ່ານ​ຜ່າ​ສິ່ງ​ກີດຂວາງ​ຈາກ​ພູມີ​ປະເທດ ແລະ ສະພາບ​ດິນ, ຟ້າ​ອາກາດ ຕາມ​ລະດູ​ການ​ໃນ​ຂອບ​ເຂດ​ກົມ​ກອງ​ຕັ້ງ​ທັບ. ການ​ອົບຮົມ-ຫັດ​ແອບ​ເຄື່ອນ​ທັບ​ທາງໄກ​ໃນ​ຄັ້ງ​ນີ້ ກໍເພື່ອ​ເປັນ​ການ​ເຝິກຝົນ​ກຳລັງ​ແຮງ​ກາຍ​ໃຫ້​ແກ່​ກຳລັງ​ເຫຼົ່າ​ຮົບ​ວິຊາ​ສະເພາະ​ຮັບປະກັນ​ໃຫ້​ມີ​ສຸຂະພາບ​ເຂັ້ມ ແຂງ, ທົນ​ທານ, ມີ​ມານະ​ຈິດອົດ ທົນ​ຜ່ານ​ຜ່າ​ຕໍ່​ອຸປະສັກ​ນາໆ​ປະ ການ ແລະ ມີ​ຄວາມ​ຊຳນານ ແລະ ຄຸ້ນ​ເຄີຍ​ກັບ​ພູມີ​ປະເທດ​ຕົວຈິງ​ ເພື່ອ​ຍົກ​ລະດັບ​ຄວາມ​ຮູ້-ຄວາມ​ສາມາດ​ຂອງ​ຜູ້​ບັນຊາ​ແຕ່​ລະ​ຂັ້ນ​ໃຫ້​ຮູ້​ຈັດ​ຕັ້ງ​ຊີ້​ນຳ-ບັນຊາ​ກຳລັງ​ຂອງ​ຕົນ​ເຄື່ອນ​ທັບ, ມີ​ພິບ ໄຫວ​ແກ້​ໄຂ​ກໍລະນີ​ເພື່ອໝູນໃຊ້​ເຂົ້າ​ໃນ​ການ​ເຮັດ​ໜ້າທີ່​ຕົວຈິງໃຫ້​ ມີ​ປະ​ສິດທິ​ຜົນ​ສູງ ແລະ ເປັນ​ ການ​ປັບປຸງ​ກໍ່ສ້າງ​ກຳລັງ ແລະ ກວດກາ​ຄວາມ​ພ້ອມ​ທາງ​ດ້ານ​ ສຸຂະພາບ​ຂອງ​ນາຍ ແລະ ພົນທະຫານ ຮັບປະກັນ​ໃຫ້​ແກ່​ການ​ກຽມພ້ອມ​ສູ້​ຮົບ ແລະ ເຄື່ອນ​ໄຫວ​ສູ້​ຮົບ​ມີ​ໄຊ. ຜ່ານ​ການຈັດຕັ້ງ​ປະຕິບັດ​ເຄື່ອນ​ທັບ​ຕົວ​ຈິງ​ເຫັນ​ໄດ້​ຄວາມ​ຮັບຜິດຊອບ​ຂອງ​ທຸກ​ພາກສ່ວນ​ພະນັກງານ-ນັກຮົບ​ມີ​ຈິດໃຈຟົດ ຟື້ນ​ປະຕິວັດ​ບຸກ, ມີ​ມານະຈິດ​ອົດ ທົນ​ຜ່ານ​ຜ່າ​ຕໍ່​ຄວາມ​ຫຍຸ້ງຍາກ, ທົນ​ທານ​ແຂງ​ແກ່ນ​ຕໍ່​ທຸກ​ສະພາບ​ການ, ມີ​ລະບຽບ​ວິໄນ​ເຂັ້ມ​ງວດ ແລະ ສາມາດ​ນຳພາ​ກຳລັງ​ກັບ​ຄືນ​ສູ່​ກົມ​ກອງ​ດ້ວຍ​ຄວາມ​ປອດ​ໄພ 100%. ໂດຍ: ໂກ​ຮັງ ພັນທະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ