ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 16 ພະຈິກ 2026

  

ໜ່ວຍງານຂຸດຄົ້ນອັດຖິ ເຄື່ອນໄຫວຂຸດຄົ້ນອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ບ້ານໂພນໂຮມ ເມືອງປາກຊັນ ແຂວງບໍລິຄຳໄຊ
ເວລາອອກຂ່າວ: 2026-10-15 15:51:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 727 | ຄວາມນິຍົມ:



ວັນທີ 14 ຕຸລາ 2026 ນີ້, ໜ່ວຍງານຂຸດຄົ້ນອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ປະຈຳແຂວງບໍລິຄຳໄຊ ແລະ ກອງບັນຊາການທະຫານແຂວງບໍລິຄຳໄຊ ໄດ້ເຄື່ອນໄຫວຂຸດຄົ້ນຕາມແຫຼ່ງຂໍ້ມູນກ່ຽວກັບອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ຍັງຕົກຄ້າງ ຢູ່ບ້ານໂພນໂຮມ ເມືອງປາກຊັນ ແຂວງບໍລິຄຳໄຊ, ໂດຍມີ ສະຫາຍ ພົນຈັດຕະວາ ຄຳແພນ ວີລື້ທຳ ຫົວໜ້າການທະຫານ, ສະຫາຍ ພົນຈັດຕະວາ ຈັນນີ ສີສຸກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍລິຄຳໄຊ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ຜ່ານການເຄື່ອນໄຫວຂຸດຄົ້ນຕົວຈິງ ຢູ່ໃນຂອບເຂດດັ່ງກ່າວ ໄດ້ພົບຮ່າງອັດຖິ ຈຳນວນ 7 ອັດຖິ ພ້ອມນັ້ນ, ທາງໜ່ວຍງານຂຸດຄົ້ນອັດຖິ ກໍໄດ້ຈັດພິທີ ທາງສາດສະໜາ ເພື່ອນຳຮ່າງມາເຕົ້າໂຮມ ຢູ່ຫໍອັດຖິ ປະຈຳແຂວງບໍລິຄຳໄຊ. ສັງລວມແລ້ວ ຜ່ານການເຄື່ອນໄຫວມາເປັນໄລຍະ 4 ເດືອນ ສາມາດຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໄດ້ 8 ອັດຖິ. ສຳລັບແຜນການເຄື່ອນໄຫວໃນຕໍ່ໜ້າ ຈະໄດ້ສືບຕໍ່ຮ່ວມມື, ປະສານສົມທົບ ທັງສອງຝ່າຍ ແລະ ອຳນາດການປົກຄອງທ້ອງຖິ່ນ ເພື່ອເຮັດໃຫ້ສະດວກໃນການຊອກຄົ້ນອັດຖິ ທີ່ຍັງເຫຼືອໃຫ້ສຳເລັດ ແລະ ບັນລຸຕາມລະດັບຄາດໝາຍທີ່ວາງເອົາໄວ້. ໂດຍ: ວັນ ນ້ອຍວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ