ຝຣັ່ງ ຈະປ່ອຍນ້ຳມັນກາຊວນ ຈາກສາງສຳຮອງ 10 ລ້ານຖັງ
ເວລາອອກຂ່າວ: 2026-10-15 09:59:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 214 | ຄວາມນິຍົມ: ![]()
ສຳນັກຂ່າວ ຫວຽດນາມ ລາຍງານວັນທີ 14 ຕຸລາວ່າ: ເມື່ອບໍ່ດົນມານີ້, ທ່ານ ເຊບາສະຕຽນ ເລີກໍນູ ນາຍົກລັດຖະມົນຕີ ຝຣັ່ງ ໄດ້ປະກາດແຜນການ ປ່ອຍນ້ຳມັນກາຊວນ ອອກຈາກ ສາງສຳຮອງຍຸດທະສາດຂອງປະເທດຈຳນວນ10 ລ້ານຖັງ ເພື່ອຊ່ວຍບັນເທົາຄວາມກົດດັນ ໃນຕະຫຼາດເຊື້ອໄຟ. ໂດຍມາດຕະການນີ້ຈະຊ່ວຍຫລຸດລາຄານ້ຳມັນໜ້າສະຖານີບໍລິການລົງ ປະມານ 12-18 ເຊັນເອີໂຣຕໍ່ລິດ.
ໂດຍ ທ່ານ ເຊບາສະຕຽນ ຈະລົງນາມໃນຄຳສັ່ງດຳເນີນ ແຜນການດັ່ງກ່າວໃນໄວໆນີ້ ແລະ ຈະຈັດຕັ້ງປະຕິບັດຕາມແຜນໃນໄລຍະເວລາ 3 ເດືອນ. ຄຽງຄູ່ກັນນັ້ນ, ທ່ານ ເຊບາສະຕຽນ ເລີກໍນູ ຍັງໄດ້ຮຽກຮ້ອງໃຫ້ ອີດີເອຟ (EDF) ເຊິ່ງເປັນ ບໍລິສັດ ສາທາລະນູປະໂພກ ໄຟຟ້າ ຂອງ ຝຣັ່ງ ໃຫ້ປັບເພີ່ມກຳລັງ ການຜະລິດໃຫ້ຂຶ້ນສູ່ລະດັບສູງສຸດ ເພື່ອຮັບປະກັນວ່າລາຄາໄຟຟ້າ ຈະບໍ່ເພີ່ມສູງຂຶ້ນ ໃນລະດູໜາວນີ້.
ນອກຈາກນັ້ນ, ແຜນການດັ່ງກ່າວ ໄດ້ເກີດຂຶ້ນ ໃນຂະນະທີ່ ລາຄາເຊື້ອໄຟ ໄດ້ປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ, ເນື່ອງຈາກ ຄວາມຂັດແຍ້ງໃນເຂດຕາເວັນອອກກາງ ແລະ ການແລ່ນກຳປັ່ນ ຜ່ານຊ່ອງແຄບຮໍມຸດ ຢຸດຈຶ້ງ. ປັດຈຸບັນ, ລາຄານ້ຳມັນກາຊວນ ສະເລ່ຍ ຢູ່ທີ່ 2,35 ເອີໂຣຕໍ່ລິດ, ສ່ວນລາຄານ້ຳມັນ ແອັດຊັງ SP95-E10 ເຊິ່ງເປັນຊະນິດ ທີ່ນິຍົມໃຊ້ຫລາຍທີ່ສຸດໃນຝຣັ່ງ ຢູ່ທີ່ 2,14 ເອີໂຣຕໍ່ລິດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















