ຫວຽດນາມ ເປັນທິດບຸລິມະສິດໃນນະໂຍບາຍ ການຕ່າງປະເທດບ້ານໃກ້ເຮືອນຄຽງຂອງຈີນ
ເວລາອອກຂ່າວ: 2026-10-15 09:58:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 183 | ຄວາມນິຍົມ: ![]()
ຕາມແຫຼ່ງຂ່າວ ກປ.ອອນໄລ, ໃນຂອບເຂດການຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 2 ຄະນະກຳມາທິການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາຜູ້ແທນປະຊາຊົນທົ່ວປະເທດຈີນ, ຕອນບ່າຍວັນທີ 12 ຕຸລາ, ທີ່ຫໍສະພາປະຊາຊົນ ຢູ່ນະຄອນຫຼວງປັກກິ່ງ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດ ນາມ ໄດ້ພົບປະກັບທ່ານ ຫຼີສຽງ ນາຍົກລັດຖະມົນຕີ ຈີນ.
ທີ່ການພົບປະ, ທ່ານ ເຈິ່ນແທັງເໝິນ ຊົມເຊີຍ ຈີນ ມີບັນດາບາດກ້າວພັດທະນາຢ່າງແຮງກ່ຽວກັບທິດສະດີ ແລະ ພຶດຕິກຳຕົວຈິງ, ສືບຕໍ່ບັນລຸໄດ້ຜົນງານສຳຄັນກ່ຽວກັບການພັດທະນາເສດຖະກິດ-ສັງຄົມ. ສະແດງຄວາມປະທັບໃຈຕໍ່ບັນດາຜົນງານພັດທະນາຂອງຫວຽດນາມ. ທ່ານ ຫຼີສຽງ ນາຍົກລັດຖະມົນຕີ ຈີນ ຢັ້ງຢືນວ່າ ຈີນ ຍາມໃດກໍຖືຫວຽດນາມ ເປັນທິດບຸລິມະສິດໃນນະໂຍບາຍການຕ່າງປະເທດບ້ານໃກ້ເຮືອນຄຽງ; ພ້ອມແລ້ວທີ່ຈະຊຸກຍູ້ການພົວພັນລະຫວ່າງສອງພັກ, ສອງລັດໃຫ້ນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ, ແທດຈິງ.
ການນຳສອງປະເທດ ສະແດງຄວາມປິຕິຊົມຊື່ນຕໍ່ທ່ວງທ່າພັດ ທະນາທີ່ຕັ້ງໜ້າຂອງການພົວພັນ ຫວຽດນາມ-ຈີນ, ດ້ວຍບັນດາໝາກຜົນທີ່ແທດຈິງກ່ຽວກັບການພົວພັນດ້ານການເມືອງ, ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມຕໍ່ພື້ນຖານໂຄງລ່າງຍຸດທະສາດ ແລະ ການພົບປະແລກປ່ຽນປະຊາຊົນ. ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ, ການພັດທະນາການພົວພັນກັບຈີນ ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ, ຄວາມຮຽກຮ້ອງຕ້ອງການພາວະວິໄສ, ການຄັດເລືອກຍຸດທະສາດ, ເປັນບຸລິມະສິດແຖວໜ້າໃນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍຂອງຫວຽດນາມ.
ກ່ຽວກັບທິດທາງຮ່ວມມືໃນໄລຍະຈະມາເຖິງ, ທ່ານ ເຈິ່ນແທັງເໝິນ ສະເໜີສອງຝ່າຍຮັກສາການພົບປະຂັ້ນສູງ, ເພີ່ມທະວີການແລກປ່ຽນຍຸດທະສາດ; ເສີມຂະຫຍາຍກົນໄກເຈລະຈາຍຸດທະສາດເປັນຢ່າງດີ ແລະ ຍູ້ແຮງການຮ່ວມມືລະຫວ່າງບັນດາອົງການສຳຄັນຍິ່ງ, ເປັນປະຈຳແມ່ນການຕ່າງປະເທດ, ການປ້ອງກັນຊາດ, ຕຳຫຼວດ.
ເມື່ອຕີລາຄາສູງບັນດາຄຳສະເໜີຮ່ວມມືຂອງທ່ານ ເຈິ່ນແທັງເໝິນ, ທ່ານ ຫຼີສຽງ ຢັ້ງຢືນວ່າ, ຈີນ ພ້ອມແລ້ວທີ່ຈະພ້ອມກັບຫວຽດນາມ ຮັກສາການແລກປ່ຽນຍຸດທະສາດ, ຊຸກຍູ້ການພົບປະຂັ້ນສູງ, ເສີມຂະຫຍາຍບົດບາດຂອງກົນໄກຄະນະກຳມາທິການຮ່ວມມືລະຫວ່າງອົງການນິຕິບັນຍັດສອງປະເທດ, ຄະນະກຳມະການຊີ້ນຳການຮ່ວມມື ສອງຝ່າຍ, ກອງປະຊຸມສົນທະນາຍຸດທະສາດ 3+3 ການຕ່າງ ປະເທດ-ການປ້ອງກັນຊາດ-ຕຳຫຼວດ, ເຊິ່ງສອງຝ່າຍກໍເຫັນດີ ຜັນຂະຫຍາຍການສົມທົບຫຼາຍຝ່າຍຢ່າງແໜ້ນແຟ້ນກວ່າ, ພ້ອມກັນຍົກສູງຖານະບົດບາດ, ທີ່ຕັ້ງສາກົນຂອງສອງປະເທດ; ຮ່ວມມືຄຸ້ມຄອງຊາຍແດນທາງບົກເປັນຢ່າງດີ, ຄວບຄຸມ ແລະ ແກ້ໄຂບັນຫາຢູ່ທະເລໃຫ້ດີກວ່າ.
ຕອນບ່າຍວັນດຽວກັນ, ທີ່ຫໍສະພາປະຊາຊົນ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ພົບປະສອງຝ່າຍກັບ ທ່ານ ຈ້າວ ເລີ້ຈີ້ ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ, ປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ.
ໃນບັນຍາກາດໄມຕີຈິດມິດຕະພາບ, ຈິງໃຈ, ສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ ແລະ ການເຄື່ອນໄຫວຂອງສອງອົງການນິຕິບັນຍັດ; ສະແດງຄວາມປິຕິຊົມຊື່ນຕໍ່ບາດ ກ້າວພັດທະນາຢ່າງຕັ້ງໜ້າ, ເລິກເຊິ່ງ, ຮອບດ້ານຂອງການພົວພັນ ຫວຽດນາມ-ຈີນ ໃນໄລຍະຜ່ານມາ. ສອງຝ່າຍ ໄດ້ພ້ອມກັນຫວນຄືນຄວາມຄືບໜ້າທີ່ສຳຄັນໃນການຜັນຂະຫຍາຍໝາກຜົນຂອງກອງປະຊຸມ ຄັ້ງ ທີ 1 ຄະນະກຳມາທິການຮ່ວມມື ລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ (ເດືອນ ສິງ ຫາ 2025); ຢັ້ງຢືນວ່າ ບັນດາ ຄວາມຄືບໜ້ານີ້ໄດ້ສະແດງໃຫ້ເຫັນບົດບາດຂອງອົງການນິຕິ ບັນຍັດສອງປະເທດ ໃນການແລກປ່ຽນບົດຮຽນກ່ຽວກັບການຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າ, ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ເຊື່ອມຕໍ່ຍຸດທະສາດ ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ, ປະກອບສ່ວນແທດຈິງເຂົ້າໃນການພົວພັນຫວຽດນາມ-ຈີນ.
ດ້ານການຮ່ວມມືລະຫວ່າງສອງອົງການນິຕິບັນຍັດ, ທ່ານ ເຈິ່ນແທັງເໝິນ ສະເໜີສອງຝ່າຍ ເພີ່ມທະວີການພົບປະແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບວຽກ ງານວິຊາສະເພາະ, ການເຄື່ອນໄຫວນິຕິບັນຍັດ; ພ້ອມກັນສ້າງ ສະພາບແວດລ້ອມນິຕິກຳສະດວກໃຫ້ແກ່ບັນດາຂົງເຂດຮ່ວມມືຈຸດສຸມລະຫວ່າງສອງປະເທດ ນັບມື້ນັບແທດຈິງ, ມີປະສິດທິຜົນ ແລະ ຕິດຕາມກວດກາ, ຊຸກຍູ້ປະຕິບັດບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງສອງຝ່າຍ; ເສີມຂະຫຍາຍບົດບາດອົງການຕາງໜ້າຂອງປະຊາຊົນ; ເພີ່ມທະວີການສົມທົບທີ່ເວທີປາໄສລັດຖະສະພາຫຼາຍຝ່າຍ.
ພາຍຫຼັງການພົບປະສອງຝ່າຍ, ທ່ານ ເຈິ່ນແທັງເໝິນ ແລະທ່ານ ຈ້າວ ເລີ້ຈີ້ ໄດ້ ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 2 ຄະນະກຳມາທິການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດ ຈີນ. ທ່ານ ເຈິ່ນແທັງເໝິນ ແລະ ທ່ານ ຈ້າວ ເລີ້ຈີ້ ໄດ້ ຜັດປ່ຽນກັນຕີລາຄາສູງຄວາມໝາຍ, ຄວາມສຳຄັນ ແລະ ລັກສະນະແທດຈິງຂອງກົນໄກຄະນະກຳມາທິການຮ່ວມມືລະຫວ່າງອົງການນິຕິບັນຍັດສອງປະເທດ; ເຫັນດີມອບໃຫ້ບັນດາກຳມາທິການວິຊາການຂອງສະພາແຫ່ງຊາດຫວຽດນາມ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ສົມທົບຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວ ຂ້ອງຂອງສອງປະເທດຜັນຂະຫຍາຍບັນດາຂໍ້ຕົກລົງ, ຄວາມຮັບຮູ້ລວມຂັ້ນສູງຕາມກຳນົດທິດ “6 ກວ່າ” ຢ່າງເຂັ້ມງວດ, ຮັດແໜ້ນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ກໍ່ສ້າງປະຊາຄົມແບ່ງປັນຫວຽດນາມ-ຈີນ ມີຄວາມໝາຍຍຸດທະສາດ, ນຳບັນດາຄວາມຮັບຮູ້ລວມທີ່ກອງປະຊຸມ ຄັ້ງທີ 2 ກາຍເປັນໝາກຜົນລະອຽດ, ແທດຈິງ.
ກ່ອນໜ້ານັ້ນ, ໃນວັນທີ 12 ຕຸລາ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ຕ້ອນຮັບບັນດາຜູ້ຊົງຄຸນວຸດທິມິດຕະພາບຈີນ ນຳໂດຍທ່ານ Yang Wanming ປະທານສະມາຄົມມິດຕະພາບການພົວພັນຕ່າງປະເທດປະຊາຊົນຈີນ, ໄປຢ້ຽມຢາມຫໍພິພິທະພັນປະຫວັດສາດພັກກອມມູນິດຈີນ, ຢ້ຽມຊົມບາງພື້ນຖານຂົງເຂດເສດຖະກິດດີເດັ່ນ ແລະ ແຫຼ່ງວັດທະນະທຳ-ສັງຄົມ ຈຳນວນໜຶ່ງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















