ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ສະຫະພາບ​ເອີ​ຣົບ ຈະ​ປັບ​ຫຼຸດ ​ງົບປະມານ 7 ປີ ລົງ​ເກືອບ 8%
ເວລາອອກຂ່າວ: 2026-10-15 09:56:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 192 | ຄວາມນິຍົມ:



ສຳນັກ​ຂ່າວ ອິນ​ໂຟ​ເຄວ​​ສ ລາຍ​ງານ, ອຽກ​ລັງ ໃນ​ຖານະ​ປະທານ​ຄະນະ​ມົນຕີ ແຫ່ງ​ສະຫະພາບ ເອີ​ຣົບ (EU) ໄດ້​ສະເໜີ​ຮ່າງ​ງົບປະມານ​ໄລຍະ​ຍາວ ສະບັບ​ໃໝ່ ສຳລັບ​ປີ 2028-2034 ໃນ​ວັນ​ທີ 10 ຕຸລາ, ໂດຍ​ສະເໜີ​ໃຫ້​ປັບ​ຫຼຸດ​ວົງ​ເງິນ​ລົງ ປະມານ 1,41 ແສນ​ລ້ານ​ເອີ​ໂຣ ຫລື ເກືອບ 8% ຈາກ​ແຜນ​ເດີມ ຂອງ​ຄະນະ​ກຳມາ​ທິ​ການ​ເອີ​ຣົບ ສົ່ງ​ຜົນ​ໃຫ້ຂອບງົບປະມານ​ລວມ ຫຼຸດ​ລົງ​ເຫຼືອ 1,62 ພັນ​ຕື້​ເອີ​ໂຣ. ຂໍ້​ສະເໜີ ສະບັບ​ໃໝ່​ນີ້ ມີ​ເປົ້າ​ໝາຍ​ເພື່ອ​ເຮັດ​ໃຫ້​ຈຸດ​ຢືນ​ຂອງ 27 ປະເທດ​ສະມາຊິກ ອີ​ຢູ ມີ​ຄວາມ​ໃກ້​ຄຽງ​ກັນ​ຫລາຍ​ຂຶ້ນ, ຫຼັງ​ຈາກ​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນກ່ຽວ​ກັບ ຂະໜາດ​ຂອງຂອບງົບປະມານ ໃນ​ໄລຍະ 7 ປີ​ຕໍ່ໜ້າ. ນອກຈາກ​ນັ້ນ, ເອກະສານ​ການ​ເຮັດ​ວຽກ​ສະບັບ​ຫຼ້າ​ສຸດ ໄດ້​ປັບ​ຫຼຸດ​ວົງ​ເງິນ​ຈາກ​ຂໍ້​ສະເໜີ​ເດີມ ຂອງ​ຄະນະ​ກຳມາ​ທິ​ການ​ເອີ​ຣົບ ເຊິ່ງ​ກຳນົດ​ງົບປະມານ​ໄວ້​ທີ່ 1,76 ພັນ​ຕື້​ເອີ​ໂຣ (ເມື່ອ​ຄິດໄລ່​ດ້ວຍ​ລາຄາ​ຄົງ​ທີ່ ໃນ​ປີ 2025) ຫຼື 1,98 ພັນ​ຕື້​ເອີ​ໂຣ (ເມື່ອ​ຄິດໄລ່ ດ້ວຍ​ລາຄາ​ໃນປັດຈຸ​ບັນ). ໂດຍ​ການ​ປັບ​ຫຼຸດ​ໃນ​ຄັ້ງ​ນີ້ ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ໝວດ​ງົບປະມານ​ດ້ານ​ຄວາມ​ສາມາດ​ໃນ​ການ​ແຂ່ງຂັນ ແລະ ຄວາມ​ໝັ້ນຄົງ​ເປັນ​ພິເສດ. ເຖິງ​ຢ່າງໃດ​ກໍ​ຕາມ, ຂໍ້​ສະເໜີ​ດັ່ງກ່າວ ຍັງ​ຈຳເປັນ​ຕ້ອງ​ຜ່ານ​ຂັ້ນ​ຕອນ​ການ​ເຈລະຈາ ລະຫວ່າງ​ບັນດາ​ປະເທດ​ສະມາຊິກ ໂດຍ​ມີ​ການ​ສະເໜີ​ຮ່າງ​ສະບັບ​ໃໝ່​ນີ້ ກ່ອນ​ກອງ​ປະຊຸມ​ຄະນະ​ມົນຕີ​ເອີ​ຣົບ ໃນ​ອາທິດ​ໜ້າ, ເຊິ່ງ​ບັນດາ​ຜູ້ນຳ​ປະເທດ​ສະມາຊິກ ຈະ​ໄດ້​ຮ່ວມ​ກັນ​ປຶກສາ​ຫາລື ກ່ຽວ​ກັບ​ງົບປະມານ ໄລຍະ​ຍາວ​ອີກ​ຄັ້ງ ເພື່ອ​ຊຸກຍູ້​ໃຫ້​ບັນລຸ​ຂໍ້​ຕົກລົງ​ກັນ​ໃຫ້​ໄດ້​ໃນ​ທ້າຍ​ປີ 2026 ນີ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ