ສະຫະພາບເອີຣົບ ຈະປັບຫຼຸດ ງົບປະມານ 7 ປີ ລົງເກືອບ 8%
ເວລາອອກຂ່າວ: 2026-10-15 09:56:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 190 | ຄວາມນິຍົມ: ![]()
ສຳນັກຂ່າວ ອິນໂຟເຄວສ ລາຍງານ, ອຽກລັງ ໃນຖານະປະທານຄະນະມົນຕີ ແຫ່ງສະຫະພາບ ເອີຣົບ (EU) ໄດ້ສະເໜີຮ່າງງົບປະມານໄລຍະຍາວ ສະບັບໃໝ່ ສຳລັບປີ 2028-2034 ໃນວັນທີ 10 ຕຸລາ, ໂດຍສະເໜີໃຫ້ປັບຫຼຸດວົງເງິນລົງ ປະມານ 1,41 ແສນລ້ານເອີໂຣ ຫລື ເກືອບ 8% ຈາກແຜນເດີມ ຂອງຄະນະກຳມາທິການເອີຣົບ ສົ່ງຜົນໃຫ້ຂອບງົບປະມານລວມ ຫຼຸດລົງເຫຼືອ 1,62 ພັນຕື້ເອີໂຣ.
ຂໍ້ສະເໜີ ສະບັບໃໝ່ນີ້ ມີເປົ້າໝາຍເພື່ອເຮັດໃຫ້ຈຸດຢືນຂອງ 27 ປະເທດສະມາຊິກ ອີຢູ ມີຄວາມໃກ້ຄຽງກັນຫລາຍຂຶ້ນ, ຫຼັງຈາກຍັງມີຄວາມເຫັນແຕກຕ່າງກັນກ່ຽວກັບ ຂະໜາດຂອງຂອບງົບປະມານ ໃນໄລຍະ 7 ປີຕໍ່ໜ້າ.
ນອກຈາກນັ້ນ, ເອກະສານການເຮັດວຽກສະບັບຫຼ້າສຸດ ໄດ້ປັບຫຼຸດວົງເງິນຈາກຂໍ້ສະເໜີເດີມ ຂອງຄະນະກຳມາທິການເອີຣົບ ເຊິ່ງກຳນົດງົບປະມານໄວ້ທີ່ 1,76 ພັນຕື້ເອີໂຣ (ເມື່ອຄິດໄລ່ດ້ວຍລາຄາຄົງທີ່ ໃນປີ 2025) ຫຼື 1,98 ພັນຕື້ເອີໂຣ (ເມື່ອຄິດໄລ່ ດ້ວຍລາຄາໃນປັດຈຸບັນ). ໂດຍການປັບຫຼຸດໃນຄັ້ງນີ້ ຈະສົ່ງຜົນກະທົບຕໍ່ໝວດງົບປະມານດ້ານຄວາມສາມາດໃນການແຂ່ງຂັນ ແລະ ຄວາມໝັ້ນຄົງເປັນພິເສດ.
ເຖິງຢ່າງໃດກໍຕາມ, ຂໍ້ສະເໜີດັ່ງກ່າວ ຍັງຈຳເປັນຕ້ອງຜ່ານຂັ້ນຕອນການເຈລະຈາ ລະຫວ່າງບັນດາປະເທດສະມາຊິກ ໂດຍມີການສະເໜີຮ່າງສະບັບໃໝ່ນີ້ ກ່ອນກອງປະຊຸມຄະນະມົນຕີເອີຣົບ ໃນອາທິດໜ້າ, ເຊິ່ງບັນດາຜູ້ນຳປະເທດສະມາຊິກ ຈະໄດ້ຮ່ວມກັນປຶກສາຫາລື ກ່ຽວກັບງົບປະມານ ໄລຍະຍາວອີກຄັ້ງ ເພື່ອຊຸກຍູ້ໃຫ້ບັນລຸຂໍ້ຕົກລົງກັນໃຫ້ໄດ້ໃນທ້າຍປີ 2026 ນີ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















