ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ໄຕ້​ຫວັນ​ ຂະຫຍາຍ​ອາຍຸ​ປະຕິບັດ​ງານ​ນັກ​ບິນທະ​ຫານ​ອາກາດ​ ເຖິງ 58 ປີ ເພື່ອແກ້​ໄຂ​ບັນຫາ​ຂາດແຄນ​ກຳລັງ​ພົນ
ເວລາອອກຂ່າວ: 2026-10-15 09:46:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 196 | ຄວາມນິຍົມ:



ຕາມ​ຂ່າວສານ​ການ​ທະຫານ​ຕ່າງປະເທດ​ລາຍ​ງານ​ວ່າ ໄຕ້​ຫວັນ ກຳລັງ​ພິຈາລະນາ​ຂະຫຍາຍ​ອາຍຸ​ການ​ປະຕິບັດ​ງານ​ຂອງ​ນັກ​ບິນ​ກອງທັບ​ອາກາດ​ຈາກ​ທີ່​ໃຊ້​ປະຈຳການ​ແຕ່​ປີ 48-52 ມາ​ເປັນ 58 ປີ ພ້ອມ​ກຽມ​ສະເໜີ​ຕໍ່​ຄະນະ​ລັດຖະມົນຕີ​ເພື່ອ​ພິຈາລະນາ​ເພີ່ມ​ເງິນ​ອຸດ​ໜູນ​ພິເສດ​ໃຫ້​ນັກ​ບິນ ເພື່ອ​ຮັກສາ​ກຳລັງ​ພົນ​ທີ່​ມີ​ປະສົບ​ການ ແລະ ຫຼຸດ​ບັນຫາ​ການ​ລາ​ອອກ​ໄປ​ເຮັດ​ວຽກ​ໃນ​ພາກ​ເອກະ​ຊົນ. ຕາມ​ຂໍ້​ມູນ​ທີ່​ລາຍ​ງານ ປັດຈຸບັນ​ກອງທັບ​ອາກາດ ໄຕ້​ຫວັນ ກຳນົດ​ເກນ​ອາຍຸ​ປະຕິບັດ​ງານ​ຂອງ​ນັກ​ບິນ​ຕາມ​ຊັ້ນ​ຍົດ ໂດຍ​ນັກ​ບິນ​ຊັ້ນ​ນາວາ​ອາກາດ​ໂທ​ມີ​ເກນ​ອາຍຸ 48 ປີ ແລະ ຊັ້ນ​ນາວາ​ອາກາດ​ເອກ​ມີ​ເກນ​ອາຍຸ 52 ປີ. ເມື່ອ​ຮອດ​ເກນ​ອາຍຸ​ດັ່ງກ່າວ ນັກ​ບິນ​ຈະ​ຕ້ອງ​ຍ້າຍ​ໄປ​ປະຕິບັດ​ໜ້າທີ່​ອື່ນ ແທນ​ການ​ປະຕິບັດ​ງານ​ບິນ. ກອງທັບ​ອາກາດ​ໄຕ້​ຫວັນ​ມີ​ຍົນ​ຮົບ​ຫຼາຍ​ຮຸ່ນ ລວມ​ທັງ F-16A/B ປະມານ 140 ລຳ, Mirage 2.000 ປະມານ 50 ລຳ, ຍົນ​ຮົບ​ທີ່​ຜະລິດ​ໃນ​ປະເທດ​ຕະກູນ AIDC ປະມານ 130 ລຳ ແລະ F-16V ອີກ 66 ລຳ ທີ່ຢູ່​ໃນ​ແຜນການ​ທະຍອຍ​ຮັບ​ມອບ. ຕົວ​ເລກ​ດັ່ງກ່າວ​ສະທ້ອນ​ໃຫ້​ເຫັນ​ເຖິງ​ພາລະ​ໜ້າທີ່​ໃນ​ການ​ຈັດ​ຫາ ແລະ ຮັກສາ​ນັກ​ບິນ​ໃຫ້​ພຽງພໍ​ຕໍ່​ການ​ປະຕິບັດ​ງານ​ຂອງ​ກຳລັງ​ທາງ​ອາກາດ. ອີກ​ບັນຫາ​ໜຶ່ງ​ແມ່ນ​ການ​ທີ່​ນັກ​ບິນທະ​ຫານ​ອາກາດ​ບາງ​ສ່ວນ​ລາ​ອອກ​ໄປ​ເຮັດ​ວຽກ​ກັບ​ສາຍ​ການບິນ​ພາກ​ພານິດ ເນື່ອງ​ຈາກ​ໂອກາດ​ດ້ານ​ອາຊີບ ແລະ ຜົນ​ຕອບ​ແທນ. ຂະນະ​ທີ່​ການ​ເຝິກ​ສ້າງ​ນັກ​ບິນ​ລຸ້ນ​ໃໝ່​ຕ້ອງ​ໃຊ້​ເວລາດົນ ແລະ ຕ້ອງ​ຜ່ານ​ການ​ເຝິກ​ອົບຮົມ​ຫຼາຍ​ຂັ້ນ​ຕອນ ຈຶ່ງ​ບໍ່​ສາມາດ​ທົດ​ແທນ​ນັກ​ບິນ​ທີ່​ຂາດ​ໄປ​ໄດ້​ຢ່າງ​ວ່ອງໄວ. ມາດ​ຕະການ​ຂະຫຍາຍ​ເກນ​ອາຍຸ​ປະຕິບັດ​ງານ​ເຖິງ 58 ປີ ຈຶ່ງ​ມີ​ເປົ້າ​ໝາຍ​ຮັກສາ​ນັກ​ບິນ​ທີ່​ມີ​ປະສົບ​ການ​ໃຫ້​ຢູ່​ໃນ​ລະບົບ​ໄດ້​ດົນ​ຂຶ້ນ. ຄຽງ​ຄູ່​ກັນ​ນັ້ນ ການ​ຂໍ​ເພີ່ມ​ເງິນ​ອຸດ​ໜູນ​ພິເສດ​ກໍ​ມີ​ຈຸດປະສົງ​ສ້າງ​ແຮງ​ຈູງ​ໃຈ​ໃຫ້​ນັກ​ບິນ​ຢູ່​ຮັບ​ໃຊ້​ກອງທັບ​ຕໍ່​ໄປ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ