ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກະກຽມເປີດຖ້ຳມູນເຊື້ອສູນບັນຊາການສື່ສານ
ເວລາອອກຂ່າວ: 2019-11-14 09:49:57 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 72 | ຄວາມນິຍົມ:



ໃນວັນທີ 13 ພະຈິກ 2019 ນີ້, ຄະນະອະນຸກຳມະການໂຄງການກໍ່ສ້າງບູລະນະຖຳ້ມູນເຊື້ອສູນບັນຊາສື່ສານ ກອງບັນຊາ ການສູງສຸດກອງທັບປົດປ່ອຍປະຊາຊົນລາວໄດ້ລົງກວດກາ ຄວາມພ້ອມເພື່ອກະກຽມມອບ-ຮັບໂຄງການດັ່ງກ່າວນຳໂດຍສະຫາຍ ພົນຕີ ຈັນທອງ ສອນຕະອາດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ຫົວໜ້າອະນຸກຳມະການເນື້ອໃນໂຄງການ, ມີສະ ຫາຍພົນຈັດຕະວາ ສາຍສະໝອນ ສະຫຼັບແສງ ຫົວໜ້າກົມໂຄສະ ນາ-ອົບຮົມ ກົມໃຫຍ່ການເມືອງ ກອງທັບ, ຮອງຫົວໜ້າຄະນະຊີ້ ນຳລວມ ໂຄງການດັ່ງກ່າວ ພ້ອມ ດ້ວຍຄະນະ ແລະ ມີວິຊາການທີ່ ກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວນີ້, ທາງຄະນະອະນຸກຳມະການໂຄງການກໍ່ສ້າງ ບູລະນະຖໍ້າມູນເຊື້ອ ສູນບັນຊາສື່ສານກໍໄດ້ຮ່ວມກັນປຶກສາຫາ ລືກ່ຽວກັບພິທີການເນື້ອໃນ ແລະ ການຈັດວາງສະແດງເຄື່ອງອຸປະກອນສື່ສານ ທີ່ກອງທັບປົດປ່ອຍ ປະຊາຊົນລາວ ນຳໃຊ້ໃນເມື່ອກ່ອນ ແລະ ວຽກງານຮັບປະກັນ ຕ່າງໆ ຜ່ານການກວດກາໃນຄັ້ງນີ້ ທາງຄະນະຊີ້ນຳກໍໄດ້ສະແດງຄວາມຍ້ອງຍໍຕໍ່ການກະກຽມ ຄວາມພ້ອມໂດຍພື້ນຖານໃນຄັ້ງນີ້, ໂດຍລວມແລ້ວແຕ່ລະໜ້າ ວຽກແມ່ນຖືກຕ້ອງສອດຄ່ອງ ແລະ ສ່ອງແສງເຖິງມູນເຊື້ອພິ ລາດອາດຫານຂອງກອງທັບປະຊາຊົນລາວ ເວົ້າລວມ ເວົ້າສະ ເພາະແມ່ນທາງດ້ານວຽກງານວິຊາສະເພາະສື່ສານຂອງພະນັກງານ-ນັກຮົບສື່ສານໃນເມື່ອກ່ອນທີ່ເຮັດໜ້າທີ່ເປັນຂົວຕໍ່ໃນວຽກງານຕ່າງໆໃຫ້ແກ່ການນຳພັກ- ລັດ ໃນການຕໍ່ສູ້ປົດປ່ອຍປະເທດຊາດຕ້ານສັດຕູຜູ້ຮຸກຮານ, ທັງ ນີ້ກໍເພື່ອເຮັດໃຫ້ພະນັກງານ-ນັກຮົບກໍຄື ຄົນຮຸ່ນໃໝ່ ແລະ ປະຊາຊົນລາວບັນດາເຜົ່າໄດ້ຮຽນຮູ້ ແລະ ເສີມຂະຫຍາຍວີລະກຳມູນເຊື້ອດັ່ງກ່າວ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ