ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ການ​ຢ້ຽມຢາມ ​ສປປ ລາວ ຢ່າງ​ເປັນ​ທາງ​ການ​ຂອງ ​ທ່ານ ເລ​ມິງ​ຮືງ ນາຍົກລັດຖະມົນຕີ​ຫວຽດນາມ ມີ​ຄວາມ​ໝາຍ​ສຳຄັນ​ເປັນ​ພິເສດ
ເວລາອອກຂ່າວ: 2026-10-14 09:51:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 191 | ຄວາມນິຍົມ:



ຕາມ​ແຫຼ່ງ​ຂ່າວ ຫວຽດນາມ, ໃນ​ໂອ​​ກາດ​ທີ່​ທ່ານ ເລ​ມິງ​ຮືງ ນາຍົກລັດຖະມົນຕີ ແຫ່ງ ​ສສ ຫວຽດນາມ ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ມາ​ຢ້ຽມຢາມ ​ສປປ ລາວ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 8-9 ຕຸລາ 2026, ເພື່ອ​ແນໃສ່​ສືບຕໍ່​ເພີ່ມ​ທະວີ ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິເສດ, ການ​ຮ່ວມ​ມື​ຮອບດ້ານ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະຊາຊົນ​ສອງ​ປະເທດ ຫວຽດນາມ-ລາວ ໃຫ້​ນັບ​ມື້​ນັບ​ມີ​ປະ​ສິດທິ​ຜົນ​ກວ່າ​ເກົ່າ. ເມື່ອ​ແລກປ່ຽນ​ກັບ​ນັກ​ຂ່າວ​ສຳນັກ​ຂ່າວສານ​ຫວຽດນາມ ປະຈຳ ນະຄອນຫຼວງ​ວຽງ​ຈັນ ກ່ຽວ​ກັບ​ຄວາມ​ໝາຍ ແລະ ຄວາມ​ສຳຄັນ​ຂອງ​ການ​ຢ້ຽມຢາມ, ທ່ານ ຫງວ​​ຽນ​ມິງ​ເຕິມ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດນາມ ປະຈຳ ລາວ ຖື​ວ່າ ການ​ຢ້ຽມຢາມ​ໄດ້​ດຳເນີນ​ໄປ​ກົງ​ກັບ​ຈຸດ​ເວລາ​ທີ່​ສອງ​ພັກ, ສອງ​ລັດ ພວມ​ຕັ້ງໜ້າ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະເທດ ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ​ຫວຽດນາມ ແລະ ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XII ຂອງ​ພັກ​ປະຊາຊົນ ປະຕິວັດ​ລາວ, ນຳ​ເປົ້າ​ໝາຍ​ພັດທະນາ​ຂອງ​ແຕ່​ລະ​ປະເທດ​ໃນ​ໄລຍະ​ໃໝ່​ໄປ​ຈັດ​ຕັ້ງ​ປະຕິບັດ. ນີ້​ແມ່ນ​ການ​ຢ້ຽມຢາມ​ລາວ ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ​ ຂອງ​ທ່ານ ເລ​ມິງ​ຮືງ ໃນ​ຖານະ​ທີ່​ເປັນ​ນາຍົກ​ລັດ​ຖະ​ມົນ ຕີ​ຫວຽດ ນາມ ແລະ ເປັນ​ການ​ຢ້ຽມຢາມ​ສອງ​ຝ່າຍ​ຕ່າງປະເທດ​ຄັ້ງ​ທຳ​ອິດ, ພິເສດ​ທ່ານ ເລ​ມິງ​ຮືງ ແມ່ນ​ໜຶ່ງ​ໃນ​ບັນດາ​ແຂກ​ຂັ້ນ​ສູງ​ຄົນ​ທຳ​ອິດ ທີ່​ທ່ານ ສະເຫຼີມ​ໄຊ ກົມ​ມະ​ສິດ ນາຍົກລັດຖະມົນຕີ ແລະ ທ່ານ ສອນ​ໄຊ ສີ​ພັນ​ດອນ ປະທານ​ສະພາ​ແຫ່ງ​ຊາດ​ລາວ ຈະ​ໄດ້​ຕ້ອນຮັບ​ໃນ​ຖານະ​ຕຳແໜ່ງ​ໃໝ່. ດັ່ງນັ້ນ, ການ​ຢ້ຽມຢາມ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ເປັນ​ພິເສດ, ສະແດງ​ໃຫ້​ເຫັນ​ເຖິງ​ບົດບາດ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ຂອງ​ຜູ້ນຳ​ໜ້າ​ລັດ​ຖະ ບານ, ຜ່ານ​ນັ້ນ ເປັນ​ການ​ສົ່ງ​ສານ​ກ່ຽວ​ກັບ​ຈຸດ​ສຸມ, ບຸລິມະສິດ​ການ​ຕ່າງປະເທດ​ຂອງ​ຫວຽດນາມ ໃນ​ໄລຍະ​ໃໝ່​ຢ່າງ​ຈະແຈ້ງ. ທ່ານ ຫງວ​​ຽນ​ມິງ​ເຕິມ ມີ​ຄວາມ​ເຫັນ​ວ່າ: ໃນ​ລະດັບ​ຍຸດ​ທະ​ສາດ, ການ​ຢ້ຽມຢາມ​ມີ​ຄວາມ​ໝາຍ​ສຳຄັນ​ຫຼາຍ​ໃນ​ການ​ສືບຕໍ່​ຫັນ​ເປັນ​ລະອຽດ ແລະ ນຳ​ເອົາ​ເນື້ອ​ໃນ “ຫຸ້ນ​ສ່ວນ​ຍຸດ​ທະ​ສາດ” ໃຫ້​ກາຍເປັນ​ການ​ກຳນົດ​ທິດ​ທີ່​ໂລ່ງ​ລ່ຽນ​ໃນ​ການ​ພົວພັນ​ຫວຽດນາມ-ລາວ, ໃນ​ນັ້ນ ສືບຕໍ່​ເພີ່ມ​ທະວີ​ການ​ສະໜິດ​ຕິດ​ພັນ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການເມືອງ, ການ​ສົມທົບ​ບັນດາ​ບັນຫາ​ຍຸດ​ທະ​ສາດ​ທີ່​ກ່ຽວຂ້ອງ​ເຖິງ​ການ​ພັດທະນາ​ຂອງ​ແຕ່​ລະ​ປະເທດ, ຜົນ​ປະໂຫຍດ​ດ້ານ​ເສດຖະກິດ, ການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ, ການ​ເຊື່ອມ​ຕໍ່​ພື້ນຖານ​ໂຄງ​ລ່າງ, ພະລັງງານ ແລະ ແຫຼ່ງ​ຊັບພະຍາກອນ​ມະນຸດ​ຢ່າງ​ແໜ້ນ​ແຟ້ນ. ບົນ​ເນື້ອ​ໃນ​ຈິດໃຈ​ດັ່ງກ່າວ​ນັ້ນ, ການ​ຢ້ຽມຢາມ​ແມ່ນ​ໂອກາດ​ເພື່ອ​ໃຫ້​ສອງ​ນາຍົກລັດຖະມົນຕີ ໄດ້​ແລກປ່ຽນ​ບັນດາ​ມາດ​ຕະການ, ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ຄຳ​ໝັ້ນ​ສັນຍາ, ຂໍ້​ຕົກລົງ, ເອກະສານ​ທີ່​ໄດ້​ລົງ​ນາມ​ສະບັບ​ຕ່າງໆ, ໝາກຜົນ​ການ​ຢ້ຽມຢາມ​ຂັ້ນ​ສູງ; ສະເໜີ​ທິດ​ທາງ​ແກ້​ໄຂ​ຂໍ້​ຕິດ​ຂັດ; ວາງ​ອອກ​ທິດ​ທາງ ແລະ ມາດ​ຕະການ​ໃຫຍ່ ເພື່ອ​ແນໃສ່​ຍົກ​ສູງ​ປະ​ສິດທິ​ຜົນ, ສ້າງ​ແຮງ​ຂັບ​ເຄື່ອນ​ໃໝ່​ໃຫ້​ແກ່​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ-ລາວ, ໂດຍ​ສະເພາະ​ແມ່ນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງທຶນ​ໃນ​ໄລຍະ​ຈະ​ມາ​ເຖິງ... ຄຽງ​ຂ້າງ​ກັນ​ນັ້ນ, ທ່ານ ເລ​ມິງ​ຮືງ ນາຍົກລັດຖະມົນຕີ ຍັງ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ, ພົບ​ປະ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ຂອງ​ລາວ. ນີ້​ແມ່ນ​ເງື່ອນໄຂ​ທີ່​ສຳຄັນ ເພື່ອ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການເມືອງ, ຮັກສາ​ການ​ແລກປ່ຽນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ປະເທດ​ໂດຍ​ກົງ, ເປັນ​ປະຈຳ ແລະ ສ້າງ​ຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ​ໃນ​ການ​ຊີ້​ນຳ​ຈາກ​ຂັ້ນ​ສູນ​ກາງ​ລົງ​ຮອດ​ກະຊວງ, ຂະແໜງການ, ທ້ອງຖິ່ນ. ໃນ 8 ເດືອນ​ຕົ້ນ​ປີ 2026 ນີ້, ຫວຽດນາມ ມີ 21 ໂຄງການ​ລົງ ທຶນ​ຢູ່​ລາວ, ດ້ວຍ​ຍອດ​ເງິນ​ຈົດ​ທະບຽນ​ບັນລຸ​ເກືອບ 700 ລ້ານ​ໂດ​ລາ​ສະຫະລັດ, ຍົກ​ໂຄງການ​ລົງທຶນ​ຢູ່​ລາວ ທັງ​ໝົດ​ຂຶ້ນ​ເປັນ 301 ໂຄງການ, ລວມ​ຍອດ​ເງິນ​ຈົດ​ທະບຽນ​ສະ​ສົມ​ບັນລຸ​ກວ່າ 7 ຕື້​ໂດ​ລາ​ສະຫະລັດ, ຫວຽດນາມ ແມ່ນ​ນັກ​ລົງທຶນ​ໃຫຍ່​ອັນ​ດັບ 2 ຢູ່​ລາວ; ການ​ຄ້າ​ສອງ​ປະເທດ​ສືບຕໍ່​ບັນລຸ​ກວ່າ 1,6 ຕື້​ໂດ​ລາ​ສະ ຫະລັດ, ສະແດງ​ໃຫ້​ເຫັນ​ວ່າ ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ ແລະ ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ນັບ​ມື້​ນັບ​ເລິກເຊິ່ງ​ກວ້າງຂວາງ. ນີ້​ແມ່ນ​ພື້ນຖານ ເພື່ອ​ໃຫ້​ສອງ​ປະ ເທດ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ທີ່​ສູງ​ກວ່າ​ກ່ຽວ​ກັບ​ການ​ຄ້າ​ໃຫ້​ບັນລຸ 5 ຕື້​ໂດ​ລາ​ສະຫະລັດ​ໃນ​ໄລຍະ​ຈະ​ມາ​ເຖິງ ແລະ 10 ຕື້​ໂດ​ລາ​ສະ ຫະລັດ ກ່ຽວ​ກັບ​ການ​ຄ້າ, ກວ່າ 10 ຕື້​ໂດ​ລາ​ສະຫະລັດ ກ່ຽວ​ກັບ​ການ​ລົງທຶນ ໃນ​ປີ 2030. ຈາກ​ແງ່​ມຸມ​ດັ່ງກ່າວ​ນັ້ນ, ສະແດງ​ໃຫ້​ເຫັນ​ວ່າ ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ​ລະຫວ່າງ​ຫວຽດນາມ-ລາວ ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ເພື່ອ​ພັດທະນາ. ເມື່ອ​ອີງໃສ່​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ໄລຍະ​ໃໝ່, ທ່ານ ຫງວ​​ຽນ​ມິງ​ເຕິມ ມີ​ຄວາມ​ເຫັນ​ຕື່ມ​ວ່າ: ກ່ອນ​ອື່ນ​ໝົດ, ສອງ​ປະເທດ​ຕ້ອງ​ຍູ້​ໄວ​ບັນດາ​ໂຄງການ​ຮ່ວມ​ມື​ຍຸດ​ທະ​ສາດ ແລະ ແກ້​ໄຂ​ຈຸດ​ອັດ​ຕັນ, ໃນ​ນັ້ນ ມີ​ບັນຫາ​ກ່ຽວ​ກັບ​ລະບອບ​ລະບຽບ​ການ ກໍ​ຄື​ຂັ້ນ​ຕອນ​ການຈັດຕັ້ງ​ປະຕິບັດ. ສອງ​ນາຍົກລັດຖະມົນຕີ ມີ​ເງື່ອນໄຂ​ກວດກາ​ຄືນ​ແຕ່​ລະ​ກຸ່ມ​ໂຄງການ​ໂດຍ​ກົງ, ກຳນົດ​ບັນດາ​ບັນຫາ​ຂອງ​ກົນ​ໄກ, ນະໂຍບາຍ, ແຫຼ່ງ​ທຶນ ຫຼື ຈັດ​ຕັ້ງ​ປະຕິບັດ​ເພື່ອ​ມີ​ທິດ​ແກ້​ໄຂ​ຢ່າງ​ລະອຽດ. ພິເສດ​ແມ່ນ​ບັນດາ​ໂຄງການ​ເຊື່ອມ​ຕໍ່​ຄົມມະນາຄົມ, logistics, ພະ ລັງງານ ແລະ ໂຄງການ​ລົງທຶນ​ຂະໜາດ​ໃຫຍ່​ອາດ​ຈະ​ສ້າງ​ກຳລັງ​ແຮງ​ແຜ່​ຂະຫຍາຍ​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະເທດ. ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ແລ້ວ, ພ້ອມ​ກັນ, ຕ້ອງ​ສ້າງ​ກຳລັງ​ໜູນ​ເພີ່ມ​ເຕີມ​ເພື່ອ​ເພີ່ມ​ຜົນ​ປະໂຫຍດ​ທີ່​ສະຫຼັບ​ກັນ​ລະຫວ່າງ​ສອງ​ພື້ນຖານ​ເສດຖະກິດ ເຊິ່ງ​ບໍ່​ພຽງ​ແຕ່​ເບິ່ງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຜ່ານ​ວົງ​ເງິນ​ການ​ຄ້າ ຫຼື ຈຳນວນ​ໂຄງການ​ແຕ່​ດ້ານ​ດຽວ. ສິ່ງ​ສຳຄັນ​ກວ່າ​ແມ່ນ ສາມາດ​ສ້າງ​ການ​ຮ່ວມ​ສຳພັນ​ອັນ​ຍາວ​ນານ​ກ່ຽວ​ກັບ​ການ​ຜະລິດ, ພະລັງງານ, ວັດຖຸ​ດິບ, logistics, ຕະຫຼາດ ແລະ ຕ່ອງ​ໂສ້​ການ​ສະໜອງ. ຢືນຢັນ​ການ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ ພິເສດ, ການ​ຮ່ວມ​ມື​ຮອບດ້ານ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ​ລະ ຫວ່າງ​ຫວຽດນາມ-ລາວ ພວມ​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດທິ​ຜົນ​ໃນ​ຫຼາຍ​ຂົງເຂດ, ທ່ານ ຫງວ​​ຽນ​ມິງ​ເຕິມ ໃຫ້​ຮູ້​ວ່າ ໃນ​ໄລຍະ​ມໍ່ໆມານີ້, ດ້ວຍ​ຄວາມ​ມານະ​ພະຍາຍາມ​ຢ່າງ​ກ້າວ​ກະໂດດ​ຂອງທັງ​ສອງ​ຝ່າຍ, ການ​ພົວພັນ​ຫວຽດນາມ-ລາວ ສືບຕໍ່​ພັດທະນາ​ຢ່າງ​ແຂງ ແຮງ, ແທດ​ຈິງ, ໄດ້​ສະແດງ​ອອກ​ໃນ 6 ຈຸດ​ທີ່​ຕັ້ງໜ້າ, ຄື: ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການເມືອງ​ສູງ; ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແມ່ນ​ເສົາຄ້ຳ​ສຳຄັນ; ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ລົງທຶນ​ແມ່ນ​ຈຸດ​ພົ້ນ​ເດັ່ນ; ປະຕິບັດ​ບາງ​ໂຄງການ​ສຳຄັນ​ໃຫ້​ສຳເລັດ​ຢ່າງ​ເດັດຂາດ; ສົມທົບ​ກັນ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຊຸກຍູ້​ການ​ຜັນ​ຂະຫຍາຍ​ບາງ​ໂຄງການ; ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ-ກໍ່ສ້າງ, ວັດທະນະທຳ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ ແລະ ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ກະ ຊວງ, ຂະແໜງການ​ທ້ອງຖິ່ນ​ບັນລຸ​ໄດ້​ໝາກຜົນ​ຢ່າງ​ຕັ້ງໜ້າ. ທ່ານ ຫງວ​​ຽນ​ມິງ​ເຕິມ ຖື​ວ່າ ບັນຫາ​ໃນ​ປັດຈຸບັນ​ລະຫວ່າງ​ຫວຽດນາມ ແລະ ລາວ ບໍ່​ພຽງ​ແຕ່​ແມ່ນ​ການ​ກໍ່ສ້າງ​ເສັ້ນທາງ​ໜຶ່ງ​ສາຍ ຫຼື ເພີ່ມ​ດ່ານ​ຊາຍ​ແດນ​ໜຶ່ງ​ແຫ່ງ​ຕື່ມ​ອີກ​ເທົ່າ​ນັ້ນ, ແຕ່​ຍັງ​ຕ້ອງ​ສາມາດ​ສ້າງ​ແລວ​ເສດຖະກິດ​ທີ່​ເຊື່ອມ​ຕໍ່​ສອງ​ພື້ນຖານ​ເສດຖະກິດ​ໃຫ້​ໄດ້​ຢ່າງ​ແທ້​ຈິງ. ບັນດາ​ໂຄງ ການ​ຄື​ເສັ້ນທາງ​ດ່ວນ ຮ່າ​ໂນ້ຍ-ວຽງ​ຈັນ, ທາງ​ລົດໄຟ ຫວູງ​ອ໊າງ-ວຽງ​ຈັນ, ບັນດາ​ເສັ້ນທາງ​ບົກ​ທີ່​ ເຊື່ອມ​ຕໍ່​ຕາເວັນ​ອອກ-ຕາເວັນ ຕົກ, ລະບົບ​ດ່ານ​ຊາຍ​ແດນ ແລະ ທ່າ​ກຳປັ່ນ​ຫວູງ​ອ໊າງ ຕ້ອງ​ໄດ້​ເບິ່ງ​ລວມ​ຄື​ແບບ​ນັ້ນ; ໃນ​ນັ້ນ, ຕອນ​ເສັ້ນທາງ​ດ່ວນ​ແຕ່​ປາກ​ຊັນ ໄປ​ຍັງ​ຊາຍ​ແດນ​ຫວຽດນາມ-ລາວ ມີ​ລວງ​ຍາວ​ກວ່າ 203 ກິໂລແມັດ, ກໍ​ຄື ຈາກ​ແຂວງ​ເງະ​ອານ ໄປ​ຍັງ​ດ່ານ​ຊາຍ​ແດນ ແທງ​ທຸຍ ມີ​ລວງ​ຍາວ 65 ກິໂລແມັດ ໄດ້​ຈັດ​ຕັ້ງ​ຜັນ​ຂະຫຍາຍ; ເສັ້ນທາງ​ລົດໄຟ​ຫວູງ​ອ໊າງ-ວຽງ​ຈັນ ສອງ​ປະເທດ​ກຳລັງ​ສືບຕໍ່​ຊຸກຍູ້. ປະ​ສິດທິ​ຜົນ​ຂອງ​ທິດ​ທາງ​ການ​ເຊື່ອມ​ຕໍ່​ນີ້​ເລີ່ມ​ສະແດງ​ອອກ​ໃຫ້​ເຫັນ​ໃນ​ການ​ປະຕິບັດ​ຕົວ​ຈິງ. ໃນ 8 ເດືອນ​ຕົ້ນ​ປີ 2026 ນີ້, ສິນຄ້າ​ຂອງ​ລາວ ກວມ​ເອົາ 40,2% ຂອງ​ປະລິມານ​ສິນຄ້າ​ທັງ​ໝົດ​ທີ່​ຜ່ານ​ທ່າເຮືອ​ສາມ​ແຫ່ງ​ໂດຍ​ແມ່ນ​ບໍລິສັດ​ຫຸ້ນ​ສ່ວນ​ທ່າ​ສາກົນ​ລາວ-ຫວຽດ ຄຸ້ມ​ຄອງ​ຢູ່​ຫວູງ​ອ໊າງ. ສິ່ງ​ເຫຼົ່າ​ນີ້​ໄດ້​ຊີ້​ໃຫ້​ເຫັນ​ວ່າ ເມື່ອ​ພື້ນຖານ​ໂຄງ​ລ່າງ ແລະ ບໍລິຫານ logistics ໄດ້​ເຊື່ອມ​ຕໍ່​ກັນ​ເປັນ​ຢ່າງ​ດີ, ຄວາມ​ຮຽກຮ້ອງ​ຕ້ອງການ​ດ້ານ​ເສດຖະກິດ​ກໍ​ຈະ​ສ້າງ​ແຫຼ່ງ​ສິນຄ້າ ແລະ ຜົນ​ປະໂຫຍດ​ລວມ​ໄດ້​ດ້ວຍ​ຕົວ​ຂອງ​ມັນ​ເອງ. ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຖ້າ​ເວົ້າ​ອີກ​ແບບ​ໜຶ່ງ, ຕ້ອງ​ມີ​ການ​ເຊື່ອມ​ຕໍ່​ພ້ອມ​ທັງ “ສ່ວນ​ທີ່​ແຂງ​ແກ່ນ”ແລະ“ສ່ວນ​ທີ່​ອ່ອນ​ນີ້ມ​ນວນ”. ທາງບົກ, ທາງ​ລົດໄຟ, ທ່າ​ກຳປັ່ນ​ທະເລ ແມ່ນ​ສ່ວນ​ທີ່​ແຂງ​ແກ່ນ; ລະບອບ​ລະບຽບ​ການ, ເອກະສານ, ຂໍ້​ມູນ, ການ​ເງິນ ແລະ ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳເນີນ​ທຸລະ​ກິດ​ແມ່ນ​ສ່ວນ​ທີ່​ອ່ອນ​ນີ້ມ​ນວນ. ທັງ​ສອງ​ສ່ວນ​ນີ້​ຕ້ອງ​ເດີນ​ໜ້າ​ພ້ອມ​ກັນ​ຈຶ່ງ​ຫຼຸດຜ່ອນ​ຄ່າ​ໃຊ້​ຈ່າຍ ແລະ ເພີ່ມ​ຄວາມ​ແກ່ງ​ແຍ້ງ​ຂອງ​ທັງ​ແລວ​ເສດຖະກິດ​ໄດ້​ຢ່າງ​ແທ້​ຈິງ. ທ່ານ ຫງວ​​ຽນ​ມິງ​ເຕິມ ສະຫຼຸບ​ວ່າ: ບັນດາ​ເນື້ອ​ໃນ​ດັ່ງກ່າວ​ໄດ້​ສະແດງ​ໃຫ້​ເຫັນ​ເນື້ອ​ໃນ “ຫຸ້ນ​ສ່ວນ​ຍຸດ​ທະ​ສາດ” ເປັນ​ການ​ຢືນຢັນ​ບາດກ້າວ​ໃໝ່​ອີກ​ບາດ​ໜຶ່ງ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະເທດ​ຫວຽດນາມ-ລາວ, ນັ້ນ​ແມ່ນ​ບໍ່​ຢຸດ​ຢູ່​ທີ່​ການ​ຮ່ວມ​ເດີນທາງ​ດ້ານ​ການເມືອງ​ຢ່າງ​ດຽວ, ຫາກ​ຍັງ​ແມ່ນ​ການ​ປະສົມ​ປະສານ​ເຂົ້າກັນ​ຢ່າງ​ແໜ້ນ​ແຟ້ນ​ກ່ຽວ​ກັບ​ຜົນ​ປະໂຫຍດ​ແຫ່ງ​ຊາດ. ຕາມ​ນັ້ນແລ້ວ, ຄວາມ​ຈະ​ເລີ່ນ​ຮຸ່ງເຮືອງ ແລະ ການ​ພັດທະນາ​ຂອງ​ປະເທດ​ນີ້​ແມ່ນ​ແຮງ​ກະ​ຕຸ້ນ ແລະ ຈຸດ​ເລີ່ມ​ຕົ້ນ​ໃຫ້​ແກ່​ການ​ພັດທະນາ​ຂອງ​ປະເທດ​ນັ້ນ. ບກ ຂ່າວຕ່າງປະເທດຮວບຮວມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ