ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ທ່ານ ເລມິງຮືງ ນາຍົກລັດຖະມົນຕີຫວຽດນາມ ມີຄວາມໝາຍສຳຄັນເປັນພິເສດ
ເວລາອອກຂ່າວ: 2026-10-14 09:51:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 190 | ຄວາມນິຍົມ: ![]()
ຕາມແຫຼ່ງຂ່າວ ຫວຽດນາມ, ໃນໂອກາດທີ່ທ່ານ ເລມິງຮືງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 8-9 ຕຸລາ 2026, ເພື່ອແນໃສ່ສືບຕໍ່ເພີ່ມທະວີ ແລະ ພັດທະນາການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ-ລາວ ໃຫ້ນັບມື້ນັບມີປະສິດທິຜົນກວ່າເກົ່າ. ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ນະຄອນຫຼວງວຽງຈັນ ກ່ຽວກັບຄວາມໝາຍ ແລະ ຄວາມສຳຄັນຂອງການຢ້ຽມຢາມ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ຖືວ່າ ການຢ້ຽມຢາມໄດ້ດຳເນີນໄປກົງກັບຈຸດເວລາທີ່ສອງພັກ, ສອງລັດ ພວມຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ນຳເປົ້າໝາຍພັດທະນາຂອງແຕ່ລະປະເທດໃນໄລຍະໃໝ່ໄປຈັດຕັ້ງປະຕິບັດ.
ນີ້ແມ່ນການຢ້ຽມຢາມລາວ ຢ່າງເປັນທາງການຄັ້ງທຳອິດ ຂອງທ່ານ ເລມິງຮືງ ໃນຖານະທີ່ເປັນນາຍົກລັດຖະມົນ ຕີຫວຽດ ນາມ ແລະ ເປັນການຢ້ຽມຢາມສອງຝ່າຍຕ່າງປະເທດຄັ້ງທຳອິດ, ພິເສດທ່ານ ເລມິງຮືງ ແມ່ນໜຶ່ງໃນບັນດາແຂກຂັ້ນສູງຄົນທຳອິດ ທີ່ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແລະ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດລາວ ຈະໄດ້ຕ້ອນຮັບໃນຖານະຕຳແໜ່ງໃໝ່. ດັ່ງນັ້ນ, ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນເປັນພິເສດ, ສະແດງໃຫ້ເຫັນເຖິງບົດບາດເປັນເຈົ້າການ, ຕັ້ງໜ້າຂອງຜູ້ນຳໜ້າລັດຖະ ບານ, ຜ່ານນັ້ນ ເປັນການສົ່ງສານກ່ຽວກັບຈຸດສຸມ, ບຸລິມະສິດການຕ່າງປະເທດຂອງຫວຽດນາມ ໃນໄລຍະໃໝ່ຢ່າງຈະແຈ້ງ.
ທ່ານ ຫງວຽນມິງເຕິມ ມີຄວາມເຫັນວ່າ: ໃນລະດັບຍຸດທະສາດ, ການຢ້ຽມຢາມມີຄວາມໝາຍສຳຄັນຫຼາຍໃນການສືບຕໍ່ຫັນເປັນລະອຽດ ແລະ ນຳເອົາເນື້ອໃນ “ຫຸ້ນສ່ວນຍຸດທະສາດ” ໃຫ້ກາຍເປັນການກຳນົດທິດທີ່ໂລ່ງລ່ຽນໃນການພົວພັນຫວຽດນາມ-ລາວ, ໃນນັ້ນ ສືບຕໍ່ເພີ່ມທະວີການສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການສົມທົບບັນດາບັນຫາຍຸດທະສາດທີ່ກ່ຽວຂ້ອງເຖິງການພັດທະນາຂອງແຕ່ລະປະເທດ, ຜົນປະໂຫຍດດ້ານເສດຖະກິດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການເຊື່ອມຕໍ່ພື້ນຖານໂຄງລ່າງ, ພະລັງງານ ແລະ ແຫຼ່ງຊັບພະຍາກອນມະນຸດຢ່າງແໜ້ນແຟ້ນ.
ບົນເນື້ອໃນຈິດໃຈດັ່ງກ່າວນັ້ນ, ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ສອງນາຍົກລັດຖະມົນຕີ ໄດ້ແລກປ່ຽນບັນດາມາດຕະການ, ຍູ້ແຮງການຜັນຂະຫຍາຍຄຳໝັ້ນສັນຍາ, ຂໍ້ຕົກລົງ, ເອກະສານທີ່ໄດ້ລົງນາມສະບັບຕ່າງໆ, ໝາກຜົນການຢ້ຽມຢາມຂັ້ນສູງ; ສະເໜີທິດທາງແກ້ໄຂຂໍ້ຕິດຂັດ; ວາງອອກທິດທາງ ແລະ ມາດຕະການໃຫຍ່ ເພື່ອແນໃສ່ຍົກສູງປະສິດທິຜົນ, ສ້າງແຮງຂັບເຄື່ອນໃໝ່ໃຫ້ແກ່ການພົວພັນຮ່ວມມືລະຫວ່າງ ຫວຽດນາມ-ລາວ, ໂດຍສະເພາະແມ່ນການຮ່ວມມືດ້ານການຄ້າ, ການລົງທຶນໃນໄລຍະຈະມາເຖິງ...
ຄຽງຂ້າງກັນນັ້ນ, ທ່ານ ເລມິງຮືງ ນາຍົກລັດຖະມົນຕີ ຍັງໄດ້ມີການພົບປະສອງຝ່າຍ, ພົບປະກັບການນຳຫຼັກແຫຼ່ງຂອງລາວ. ນີ້ແມ່ນເງື່ອນໄຂທີ່ສຳຄັນ ເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຮັກສາການແລກປ່ຽນລະຫວ່າງການນຳຂັ້ນສູງສອງປະເທດໂດຍກົງ, ເປັນປະຈຳ ແລະ ສ້າງຄວາມເຫັນດີເປັນເອກະພາບໃນການຊີ້ນຳຈາກຂັ້ນສູນກາງລົງຮອດກະຊວງ, ຂະແໜງການ, ທ້ອງຖິ່ນ.
ໃນ 8 ເດືອນຕົ້ນປີ 2026 ນີ້, ຫວຽດນາມ ມີ 21 ໂຄງການລົງ ທຶນຢູ່ລາວ, ດ້ວຍຍອດເງິນຈົດທະບຽນບັນລຸເກືອບ 700 ລ້ານໂດລາສະຫະລັດ, ຍົກໂຄງການລົງທຶນຢູ່ລາວ ທັງໝົດຂຶ້ນເປັນ 301 ໂຄງການ, ລວມຍອດເງິນຈົດທະບຽນສະສົມບັນລຸກວ່າ 7 ຕື້ໂດລາສະຫະລັດ, ຫວຽດນາມ ແມ່ນນັກລົງທຶນໃຫຍ່ອັນດັບ 2 ຢູ່ລາວ; ການຄ້າສອງປະເທດສືບຕໍ່ບັນລຸກວ່າ 1,6 ຕື້ໂດລາສະ ຫະລັດ, ສະແດງໃຫ້ເຫັນວ່າ ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ການຮ່ວມມືດ້ານເສດຖະກິດນັບມື້ນັບເລິກເຊິ່ງກວ້າງຂວາງ. ນີ້ແມ່ນພື້ນຖານ ເພື່ອໃຫ້ສອງປະ ເທດມຸ່ງໄປເຖິງເປົ້າໝາຍທີ່ສູງກວ່າກ່ຽວກັບການຄ້າໃຫ້ບັນລຸ 5 ຕື້ໂດລາສະຫະລັດໃນໄລຍະຈະມາເຖິງ ແລະ 10 ຕື້ໂດລາສະ ຫະລັດ ກ່ຽວກັບການຄ້າ, ກວ່າ 10 ຕື້ໂດລາສະຫະລັດ ກ່ຽວກັບການລົງທຶນ ໃນປີ 2030. ຈາກແງ່ມຸມດັ່ງກ່າວນັ້ນ, ສະແດງໃຫ້ເຫັນວ່າ ການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງຫວຽດນາມ-ລາວ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ.
ເມື່ອອີງໃສ່ຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່, ທ່ານ ຫງວຽນມິງເຕິມ ມີຄວາມເຫັນຕື່ມວ່າ: ກ່ອນອື່ນໝົດ, ສອງປະເທດຕ້ອງຍູ້ໄວບັນດາໂຄງການຮ່ວມມືຍຸດທະສາດ ແລະ ແກ້ໄຂຈຸດອັດຕັນ, ໃນນັ້ນ ມີບັນຫາກ່ຽວກັບລະບອບລະບຽບການ ກໍຄືຂັ້ນຕອນການຈັດຕັ້ງປະຕິບັດ. ສອງນາຍົກລັດຖະມົນຕີ ມີເງື່ອນໄຂກວດກາຄືນແຕ່ລະກຸ່ມໂຄງການໂດຍກົງ, ກຳນົດບັນດາບັນຫາຂອງກົນໄກ, ນະໂຍບາຍ, ແຫຼ່ງທຶນ ຫຼື ຈັດຕັ້ງປະຕິບັດເພື່ອມີທິດແກ້ໄຂຢ່າງລະອຽດ. ພິເສດແມ່ນບັນດາໂຄງການເຊື່ອມຕໍ່ຄົມມະນາຄົມ, logistics, ພະ ລັງງານ ແລະ ໂຄງການລົງທຶນຂະໜາດໃຫຍ່ອາດຈະສ້າງກຳລັງແຮງແຜ່ຂະຫຍາຍໃຫ້ແກ່ການຮ່ວມມືລະຫວ່າງສອງປະເທດ.
ຕາມທ່ານເອກອັກຄະລັດຖະທູດແລ້ວ, ພ້ອມກັນ, ຕ້ອງສ້າງກຳລັງໜູນເພີ່ມເຕີມເພື່ອເພີ່ມຜົນປະໂຫຍດທີ່ສະຫຼັບກັນລະຫວ່າງສອງພື້ນຖານເສດຖະກິດ ເຊິ່ງບໍ່ພຽງແຕ່ເບິ່ງການຮ່ວມມືດ້ານເສດຖະກິດຜ່ານວົງເງິນການຄ້າ ຫຼື ຈຳນວນໂຄງການແຕ່ດ້ານດຽວ. ສິ່ງສຳຄັນກວ່າແມ່ນ ສາມາດສ້າງການຮ່ວມສຳພັນອັນຍາວນານກ່ຽວກັບການຜະລິດ, ພະລັງງານ, ວັດຖຸດິບ, logistics, ຕະຫຼາດ ແລະ ຕ່ອງໂສ້ການສະໜອງ.
ຢືນຢັນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບ
ພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລະ ຫວ່າງຫວຽດນາມ-ລາວ ພວມນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນຫຼາຍຂົງເຂດ, ທ່ານ ຫງວຽນມິງເຕິມ ໃຫ້ຮູ້ວ່າ ໃນໄລຍະມໍ່ໆມານີ້, ດ້ວຍຄວາມມານະພະຍາຍາມຢ່າງກ້າວກະໂດດຂອງທັງສອງຝ່າຍ, ການພົວພັນຫວຽດນາມ-ລາວ ສືບຕໍ່ພັດທະນາຢ່າງແຂງ ແຮງ, ແທດຈິງ, ໄດ້ສະແດງອອກໃນ 6 ຈຸດທີ່ຕັ້ງໜ້າ, ຄື: ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ; ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແມ່ນເສົາຄ້ຳສຳຄັນ; ການຮ່ວມມືດ້ານເສດຖະກິດ, ການລົງທຶນແມ່ນຈຸດພົ້ນເດັ່ນ; ປະຕິບັດບາງໂຄງການສຳຄັນໃຫ້ສຳເລັດຢ່າງເດັດຂາດ; ສົມທົບກັນແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການຜັນຂະຫຍາຍບາງໂຄງການ; ການຮ່ວມມືດ້ານການສຶກສາ-ກໍ່ສ້າງ, ວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ ແລະ ການຮ່ວມມືລະຫວ່າງບັນດາກະ ຊວງ, ຂະແໜງການທ້ອງຖິ່ນບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ.
ທ່ານ ຫງວຽນມິງເຕິມ ຖືວ່າ ບັນຫາໃນປັດຈຸບັນລະຫວ່າງຫວຽດນາມ ແລະ ລາວ ບໍ່ພຽງແຕ່ແມ່ນການກໍ່ສ້າງເສັ້ນທາງໜຶ່ງສາຍ ຫຼື ເພີ່ມດ່ານຊາຍແດນໜຶ່ງແຫ່ງຕື່ມອີກເທົ່ານັ້ນ, ແຕ່ຍັງຕ້ອງສາມາດສ້າງແລວເສດຖະກິດທີ່ເຊື່ອມຕໍ່ສອງພື້ນຖານເສດຖະກິດໃຫ້ໄດ້ຢ່າງແທ້ຈິງ. ບັນດາໂຄງ ການຄືເສັ້ນທາງດ່ວນ ຮ່າໂນ້ຍ-ວຽງຈັນ, ທາງລົດໄຟ ຫວູງອ໊າງ-ວຽງຈັນ, ບັນດາເສັ້ນທາງບົກທີ່ ເຊື່ອມຕໍ່ຕາເວັນອອກ-ຕາເວັນ ຕົກ, ລະບົບດ່ານຊາຍແດນ ແລະ ທ່າກຳປັ່ນຫວູງອ໊າງ ຕ້ອງໄດ້ເບິ່ງລວມຄືແບບນັ້ນ; ໃນນັ້ນ, ຕອນເສັ້ນທາງດ່ວນແຕ່ປາກຊັນ ໄປຍັງຊາຍແດນຫວຽດນາມ-ລາວ ມີລວງຍາວກວ່າ 203 ກິໂລແມັດ, ກໍຄື ຈາກແຂວງເງະອານ ໄປຍັງດ່ານຊາຍແດນ ແທງທຸຍ ມີລວງຍາວ 65 ກິໂລແມັດ ໄດ້ຈັດຕັ້ງຜັນຂະຫຍາຍ; ເສັ້ນທາງລົດໄຟຫວູງອ໊າງ-ວຽງຈັນ ສອງປະເທດກຳລັງສືບຕໍ່ຊຸກຍູ້.
ປະສິດທິຜົນຂອງທິດທາງການເຊື່ອມຕໍ່ນີ້ເລີ່ມສະແດງອອກໃຫ້ເຫັນໃນການປະຕິບັດຕົວຈິງ. ໃນ 8 ເດືອນຕົ້ນປີ 2026 ນີ້, ສິນຄ້າຂອງລາວ ກວມເອົາ 40,2% ຂອງປະລິມານສິນຄ້າທັງໝົດທີ່ຜ່ານທ່າເຮືອສາມແຫ່ງໂດຍແມ່ນບໍລິສັດຫຸ້ນສ່ວນທ່າສາກົນລາວ-ຫວຽດ ຄຸ້ມຄອງຢູ່ຫວູງອ໊າງ. ສິ່ງເຫຼົ່ານີ້ໄດ້ຊີ້ໃຫ້ເຫັນວ່າ ເມື່ອພື້ນຖານໂຄງລ່າງ ແລະ ບໍລິຫານ logistics ໄດ້ເຊື່ອມຕໍ່ກັນເປັນຢ່າງດີ, ຄວາມຮຽກຮ້ອງຕ້ອງການດ້ານເສດຖະກິດກໍຈະສ້າງແຫຼ່ງສິນຄ້າ ແລະ ຜົນປະໂຫຍດລວມໄດ້ດ້ວຍຕົວຂອງມັນເອງ.
ຕາມທ່ານເອກອັກຄະລັດຖະທູດ, ຖ້າເວົ້າອີກແບບໜຶ່ງ, ຕ້ອງມີການເຊື່ອມຕໍ່ພ້ອມທັງ “ສ່ວນທີ່ແຂງແກ່ນ”ແລະ“ສ່ວນທີ່ອ່ອນນີ້ມນວນ”. ທາງບົກ, ທາງລົດໄຟ, ທ່າກຳປັ່ນທະເລ ແມ່ນສ່ວນທີ່ແຂງແກ່ນ; ລະບອບລະບຽບການ, ເອກະສານ, ຂໍ້ມູນ, ການເງິນ ແລະ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດແມ່ນສ່ວນທີ່ອ່ອນນີ້ມນວນ. ທັງສອງສ່ວນນີ້ຕ້ອງເດີນໜ້າພ້ອມກັນຈຶ່ງຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ເພີ່ມຄວາມແກ່ງແຍ້ງຂອງທັງແລວເສດຖະກິດໄດ້ຢ່າງແທ້ຈິງ.
ທ່ານ ຫງວຽນມິງເຕິມ ສະຫຼຸບວ່າ: ບັນດາເນື້ອໃນດັ່ງກ່າວໄດ້ສະແດງໃຫ້ເຫັນເນື້ອໃນ “ຫຸ້ນສ່ວນຍຸດທະສາດ” ເປັນການຢືນຢັນບາດກ້າວໃໝ່ອີກບາດໜຶ່ງໃນການພົວພັນລະຫວ່າງສອງປະເທດຫວຽດນາມ-ລາວ, ນັ້ນແມ່ນບໍ່ຢຸດຢູ່ທີ່ການຮ່ວມເດີນທາງດ້ານການເມືອງຢ່າງດຽວ, ຫາກຍັງແມ່ນການປະສົມປະສານເຂົ້າກັນຢ່າງແໜ້ນແຟ້ນກ່ຽວກັບຜົນປະໂຫຍດແຫ່ງຊາດ. ຕາມນັ້ນແລ້ວ, ຄວາມຈະເລີ່ນຮຸ່ງເຮືອງ ແລະ ການພັດທະນາຂອງປະເທດນີ້ແມ່ນແຮງກະຕຸ້ນ ແລະ ຈຸດເລີ່ມຕົ້ນໃຫ້ແກ່ການພັດທະນາຂອງປະເທດນັ້ນ.
ບກ ຂ່າວຕ່າງປະເທດຮວບຮວມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















