ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ພະຈິກ 2026

  

ເຜີຍແຜ່ກົດລະບຽບ ແລະ ເອກະສານສຳຄັນຕ່າງໆ ຂອງສະຫະພັນກຳມະບານລາວ
ເວລາອອກຂ່າວ: 2026-10-12 15:31:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 468 | ຄວາມນິຍົມ:



ວັນທີ 7 ຕຸລາ 2026 ນີ້, ພະແນກກຳມະບານ ຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ ໄດ້ ເຜີຍແຜ່ກົດລະບຽບ ສະຫະພັນກຳມະບານລາວ ສະໄໝທີ IX, ຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນກໍາມະບານລາວທົ່ວປະເທດ ຄັ້ງທີ IX, ຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນກໍາມະບານທົ່ວກອງທັບ ຄັ້ງທີ VI ແລະ ເອກະສານນິຕິກໍາສໍາຄັນປິ່ນອ້ອມຈໍານວນໜຶ່ງ (ດ້ວຍການເຊື່ອມຕໍ່ວິດີໂອອອນລາຍ), ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພັນໂທ ນາງ ວຽງສະຫວັນ ຊົມພູ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ, ມີພະແນກກຳມະບານ, ສະຫະພັນກຳມະບານກົມກອມອ້ອມຂ້າງ ແລະ ກົມກອງຮາກຖານ ເຂົ້າຮ່ວມ. ສະຫາຍ ພັນຕີ ຈັນທະວົງ ບໍລິບູນ ຮອງຫົວໜ້າພະແນກກຳມະບານ ໄດ້ຜ່ານແຈ້ງການ ກ່ຽວກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນກຳມະບານລາວ ຄັ້ງທີ IX ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນກຳມະບານທົ່ວກອງທັບ ຄັ້ງທີ VI. ຈາກນັ້ນ, ສະຫາຍ ພັນຕີ ບຸນມີ ຈຸດຈະດາ ຫົວໜ້າພະແນກກຳມະບານ ໄດ້ຜ່ານກົດລະບຽບ ຂອງສະຫະພັນກຳມະບານ; ທິດທາງແຜນການ ຂອງພະແນກກຳມະບານ ໃນ 5 ປີຕໍ່ໜ້າ (2026-2030). ພ້ອມກັນນັ້ນ, ສະຫາຍ ພັນໂທ ນາງ ວຽງສະຫວັນ ຊົມພູ ໄດ້ຜ່ານມະຕິກອງປະຊຸມໃຫຍ່ ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ IX ແລະ ມະຕິກອງປະຊຸມໃຫຍ່ ຜູ້ແທນກຳມະບານ ທົ່ວກອງທັບ ຄັ້ງທີ VI. ໂອກາດນີ້, ປະທານ ໄດ້ຮຽກຮ້ອງໃຫ້ສະມາຊິກກຳມະບານ ແຕ່ລະກົມກອງ ພ້ອມກັນຍົກສູງຄວາມເປັນເຈົ້າການໃນການປະຕິບັດຂໍ້ກຳນົດ, ກົດລະບຽບ, ກົດໝາຍ ຂອງກຳມະບານວາງອອກ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃຫ້ໄດ້ຮັບຜົນສຳເລັດສູງ ເພຶ່ອເຮັດໃຫ້ກົມກອງ ມີໃບໜ້າອັນໃໝ່ໃຫຍ່ຫຼວງກວ່າເກົ່າ ເພື່ອສ້າງຜົນງານຂໍ່ານັບຮັບຕ້ອນວັນປະຫວັດສາດສຳຄັນຂອງພັກ, ຂອງຊາດ ແລະ ຂອງກອງທັບ ໃຫ້ເປັນຂະບວນການຟົດຟື້ນຕໍ່ເນື່ອງ. ໂດຍ: ພູສະນິດ ສິງເມືອງຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ